Home ຂ່າວໜ້າໜຶ່ງ ລາວ-ກໍາປູເຈຍ ທົບທວນຄືນການຈັດຕັ້ງປະຕິບັດວຽກງານຊາຍແດນ

ລາວ-ກໍາປູເຈຍ ທົບທວນຄືນການຈັດຕັ້ງປະຕິບັດວຽກງານຊາຍແດນ

0

ກອງປະຊຸມ ຄະນະກໍາມະການຊາຍແດນ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໃນຮູບແບບທາງໄກ ໂດຍຜ່ານ Video Conference ຈັດຂຶ້ນໃນວັນທີ 9 ມັງກອນ 2023 ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານເຈົ້າໜ້າທີ່ອາວຸ ໂສຊາຍແດນ ລາວ-ກໍາປູເຈຍ(ຝ່າຍລາວ) ແລະ ທ່ານ ນາງ ໂກຍ ປີໄຊ ຮອງປະທານຄະນະກຳມະການຊາຍແດນ, ສໍານັກງານນາຍົກລັດຖະມົນຕີ, ຮັບຜິດຊອບວຽກງານຊາຍແດນ, ຮອງລັດຖະມົນຕີກະຊວງທ່ອງທ່ຽວ (ຝ່າຍກໍາປູເຈຍ), ມີຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບວຽກງານຊາຍແດນ ລາວ-ກໍາປູເຈຍ ແລະ ໄດ້ທົບທວນຄືນໃນການຈັດຕັ້ງປະຕິບັດການຕົກລົງລະຫວ່າງ ນາຍົກລັດຖະມົນຕີຂອງສອງປະເທດ ຄັ້ງວັນທີ 12 ກັນຍາ 2019 ແລະ ປຶກສາຫາລືຄວາມເປັນເອກະພາບ ໃນການຮ່າງສົນທິສັນຍາຊາຍແດນ ລະຫວ່າງສອງປະເທດ ເພື່ອຮັບຮອງເອົາຜົນສໍາເລັດໃນການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ໃນຈໍານວນ 86%; ສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ໄດ້ເອກະພາບໃນຫລາຍບັນຫາສໍາຄັນທີ່ເປັນພື້ນຖານ, ເປັນບ່ອນອີງໃຫ້ແກ່ການຮ່າງເນື້ອໃນສົນທິສັນຍາ ກໍຄືການແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດໃຫ້ມີຄວາມຄືບໜ້າ ເພື່ອທີ່ຈະສາມາດລົງນາມຮ່ວມກັນ ໃນໂອກາດການພົບປະຂອງການນໍາຂັ້ນສູງສອງປະເທດໃນເວລາອັນໃກ້ນີ້. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຮູບແບບຫລັກໝາຍຊາຍແດນໃຫ້ມີຄວາມສວຍງາມ ແລະ ແໜ້ນໜາກວ່າເກົ່າ ເພື່ອປ່ຽນແທນຫລັກໝາຍຊົ່ວຄາວ ທີ່ມີຂະໜາດນ້ອຍ ແລະ ຈະພ້ອມກັນວາງແຜນການປັກຫລັກໝາຍຖີ່ຢູ່ຕອນຊາຍແດນທີ່ສອງຝ່າຍເຫັນວ່າມີຄວາມຈໍາເປັນ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນໃນທ່າມກາງບັນຍາກາດອັນດີ ແຫ່ງການພົວພັນຮ່ວມມືລະຫວ່າງ ສອງປະເທດ ທີ່ນັບມື້ນັບຮັດແໜ້ນ ແລະ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເປັນຄັ້ງທໍາອິດທີ່ສອງຝ່າຍໄດ້ຈັດກອງປະຊຸມປຶກສາຫາລືວຽກງານຊາຍແດນໃນຮູບແບບ Video Conference ຊຶ່ງຖືເປັນອີກບາດກ້າວໜຶ່ງ ທີ່ປະກອບສ່ວນເຂົ້າໃນການສ້າງຊາຍແດນລະຫວ່າງສອງປະເທດ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງເປັນຮູບປະທໍາ ເທື່ອລະກ້າວ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version