Home ຂ່າວກິລາ ແຂວງ ສະຫວັນນະເຂດ ຕ້ອນຮັບຂະບວນນັກກິລາກັບຈາກການແຂ່ງຂັນ ທີ່ຊຽງຂວາງ ເກມ ຢ່າງອົບອຸ່ນ ແລະ ສົມກຽດ

ແຂວງ ສະຫວັນນະເຂດ ຕ້ອນຮັບຂະບວນນັກກິລາກັບຈາກການແຂ່ງຂັນ ທີ່ຊຽງຂວາງ ເກມ ຢ່າງອົບອຸ່ນ ແລະ ສົມກຽດ

0

ພິທີຕ້ອນຮັບຂະບວນນັກກິລາແຂວງ ສະຫວັນນະເຂດ ກັບ ຈາກງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງ “ຊຽງຂວາງເປັນເຈົ້າພາບ ” ໄດ້ມີຂຶ້ນໃນວັນທີ 30 ທັນວາ 2022 ທີ່ ຫໍວັດທະນະທຳໄກສອນ ພົມວິຫານແຂວງສະວັນນະເຂດ, ໂດຍ ມີ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ,ທັງເປັນປະທານສະມາຄົມ-ສະຫະພັນ ກິລາ-ກາຍະກຳແຂວງ ; ທ່ານ ລໍາທອງ ຂອບສີລາວົງ ປະທານກວດກາພັກ-ລັດແຂວງ,ທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດພ້ອມ ດ້ວຍຄະນະ, ບັນດາ ຫົວໜ້າພະແນກການ,ອົງການຂັ້ນແຂວງ, ບັນດາບໍລິສັດຜູ້ອຸປະຖໍາເຂົ້າຮ່ວມ

ໃນໂອກາດຕ້ອນຮັບນີ້, ກໍ່ໄດ້ມີພິທີມອບ-ຮັບໃບຍ້ອງຍໍ ແລະ ເງິນບຳເນັດຫຼຽນລາງວັນປະເພດຕ່າງໆ ໃຫ້ນັກກິລາ ແລະ ຄູຝຶກທີ່ມີຜົນງານດີເດັ່ນໃນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຕາມລໍາດັບ. ຊຶ່ງໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງຄະນະນັກກິລາສາມາດຍາດມາໄດ້ ໂດຍເປັນການນຳເອົາຜົນງານ ແລະ ຊື່ສຽງຈາກລະດັບປະເທດມາສູ່ແຂວງສະຫວັນນະເຂດພ້ອມທັງໄດ້ເນັ້ນໜັກໃຫ້ພ້ອມກັນຮັກສາມູນເຊື້ອຜົນງານ ແລະ ສືບຕໍ່ພັດທະນາການຫຼິ້ນກິລາໃຫ້ໄດ້ຮັບຜົນສຳເລັດດີຂຶ້ນກວ່າເກົ່າ ໂດຍມີການຖ່າຍທອດຄວາມຮູ້, ປະສົບການທີ່ໄດ້ມາໃຫ້ມີນັກກິລາທີ່ດີເດັ່ນພາຍໃນແຂວງໃຫ້ຫຼາຍຂຶ້ນ. ຕໍ່ກັບວຽກງານກິລາ ຍາມໃດການນຳຂອງແຂວງສະຫວັນນະເຂດ ກໍ່ໃຫ້ຄວາມສຳຄັນ ເພາະວຽກງານກິລາເປັນວຽກງານໜຶ່ງທີ່ສ້າງໃຫ້ລູກຫຼານໄດ້ຮັບການພັດທະນາທາງດ້ານຕ່າງໆ ທັງເຮັດໃຫ້ມີສຸຂະພາບແຂງແຮງ ແລະ ຫ່າງໄກຈາກສິ່ງເສບຕິດ.

ສຳລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2022 ແຕ່ແຂ່ງຂັນຕົວຈິງແມ່ນເລີ່ມຈາກວັນທີ 14 ພະຈິກ ຫາວັນທີ 22 ທັນວາ 2022 ມີ 22 ພາກສ່ວນເຂົ້າຮ່ວມ ຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ແລະ 4 ກະຊວງ, ມີນັກກິລາເຂົ້າຮ່ວມທັງໝົດ 3.093 ຄົນ ເພື່ອຊີງໄຊໃນ 25 ປະເພດກິລາ ລວມ 363 ຫຼຽນຄໍາ, 363 ຫຼຽນເງິນ ແລະ 532 ຫຼຽນທອງ. ໃນນີ້ສະເພາະແຂວງ ສະຫວັນນະເຂດ ໄດ້ສົ່ງເຂົ້າຮ່ວມແຂ່ງຂັນໃນ 19 ປະເພດກິລາ ຄື: ເປຕັງ,ເທັກຄວັນໂດ,ດອກປີກໄກ່, ແລ່ນ-ລານ, ເຕະບານ, ບານສົ່ງ, ຢູໂດ,ລອຍນໍ້າ, ປັນຈາສິລັດ, ຍິງທະຍູ, ລົດຖີບ,ມວຍລາວ,ມວຍສາກົນ,ເທນນິດ,ຄາຣາເຕໂດ, ກະຕໍ້, ຍິງປືນ, ບານບ້ວງ, ບານສົ່ງ ເຊິ່ງ ມີຈໍານວນເຂົ້າຮ່ວມທັງໝົດ 336 ຄົນ,ຍິງ105 ຄົນ.ໃນນັ້ນນັກກິລາ 234 ຄົນ,ຍິງ 94 ຄົນ,ຄູຝຶກ 53 ຄົນ, ສະຫະພັນ 17 ທ່ານ,ແພດ 6 ທ່ານ,ການນໍາ 10 ທ່ານ,ກອງເລຂາ,ເສດຖະກິດ ແລະ ນັກຂ່າວ 16 ທ່ານ ພ້ອມນັ້ນຍັງໄດ້ປະຕິບັດຕາມກົດລະບຽບ, ກະຕິກາຂອງການແຂ່ງຂັນ, ມີໄມຕີຈິດມິດຕະພາບ, ຮູ້ເສຍ, ຮູ້ຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ດ້ວຍນໍ້າໃຈນັກກິລາສາມາດຍາດໄດ້ຫຼຽນລາງວັນທັງໝົດ 93 ຫຼຽນ ໄດ້ຈາກກິລາກິລາແລ່ນ-ລານ 8 ຫຼຽນຄຳ, 7 ຫຼຽນເງິນ,4 ຫຼຽນທອງ; ລວຍນໍ້າ 5 ຫຼຽນຄຳ, 7 ຫຼຽນເງິນ,5 ຫຼຽນທອງ; ຢູໂດ 2 ຫຼຽນຄຳ, 4 ຫຼຽນເງິນ, 5 ຫຼຽນທອງ; ປັນຈາສີລັດ 2 ຫຼຽນຄຳ, 2 ຫຼຽນເງິນ, 3ຫຼຽນທອງ; ເທຄວັນໂດ້ 1 ຫຼຽນຄຳ, 4 ຫຼຽນເງິນ, 1ຫຼຽນທອງ; ເປຕັງ(ຊາຍ) 1 ຫຼຽນເງິນ; ກັອບ 1 ຫຼຽນເງິນ; ຍິງທະນູ 2ຫຼຽນຄໍາ, 3 ຫຼຽນທອງ; ມວຍລາວ 1 ຫຼຽນຄໍາ,1 ຫຼຽນເງິນ, 2 ຫຼຽນທອງ; ມວຍສາກົນ 1ຫຼຽນເງິນ,2 ຫຼຽນທອງ; ເທນນິດ1 ຫຼຽນຄໍາ,1 ຫຼຽນເງິນ,1 ຫຼຽນທອງ; ຄາຣາເຕໂດ 1ຫຼຽນເງິນ,1 ຫຼຽນທອງ;ບານສົ່ງ(ຍິງ) 1 ຫຼຽນເງິນ; ກະຕໍ້(ຍິງ) 6 ຫຼຽນທອງ; ບານບ້ວງ1ຫຼຽນທອງ ສ່ວນກິລາບານເຕະຊາຍ ແມ່ນບໍ່ໄດ້ຈັກຫຼຽນ. ສະຫຼຸບຫຼຽນໃນການເຂົ້າຮ່ວມງານໃນຄັ້ງນີ້ ຍາດໄດ້ 24 ຫຼຽນຄໍາ, 32 ຫຼຽນເງິນ ແລະ 37 ຫຼຽນທອງ ເປັນອັນດັບທີ 5 ໃນທົ່ວປະເທດ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version