Home ຂ່າວໜ້າໜຶ່ງ ກະຊວງ ຖວທ ສະຫລຸບວຽກງານແຂ່ງຂັນ-ຍ້ອງຍໍ

ກະຊວງ ຖວທ ສະຫລຸບວຽກງານແຂ່ງຂັນ-ຍ້ອງຍໍ

0

ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ສະຫລຸບວຽກງານແຂ່ງ ຂັນ- ຍ້ອງຍໍ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ 2016-2020, ພ້ອມທັງຍ້ອງຍໍຜົນງານ 5 ປີ ຂຶ້ນໃນວັນທີ 9 ພະຈິກ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ, ມີພະນັກຫລັກແຫລ່ງ, ພ້ອມດ້ວຍພະນັກງານອາວຸໂສບຳນານເຂົ້າຮ່ວມ.

ທ່ານ ອາລຸນ ບຸນມີໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ຖວທ ຊີ້ໃຫ້ເຫັນວ່າຕະຫລອດໄລຍະ 5 ປີຜ່ານມາ ຄະນະພັກ-ຄະນະນຳກະຊວງ ໄດ້ຖືເອົາວຽກງານແຂ່ງຂັນ-ຍ້ອງຍໍ ຕິດພັນກັບແນວທາງນະໂຍບາຍຂອງພັກ-ລັດ, ເປັນການປຸກລະດົມ ແລະ ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ; ປຸກລະດົມຂົນຂວາຍຍາດແຍ່ງທຶນຮອນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃສ່ການພັດທະນາວຽກງານ ຖວທ ໃຫ້ມີຜົນສໍາເລັດເປັນກ້າວໆ; ມີນິຕິກຳຈຳນວນໜຶ່ງທີ່ເປັນບ່ອນອີງສຳຄັນໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ, ມີການ ແຕ່ງຕັ້ງຄະນະຊີ້ນຳວຽກກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເຂົ້າສູ່ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ເຂົ້າສູ່ລວງເລີກ; ນອກຈາກນີ້ຍັງໄດ້ສະຫລຸບ, ຕີລາຄາ, ປະເມີນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານ ຖວທ ໂດຍການສືບຕໍ່ບຸກທະລຸທັງ 4 ດ້ານ, ຕັດສິນໃຈພັດທະນາວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ໃຫ້ກ້າວເຂົ້າສູ່ຄຸນນະພາບໃໝ່ທັນສະໄໝ, ສີວິໄລ ແລະ ຍືນຍົງ ເຊິ່ງສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ຂອງບຸກຄົນ ແລະ ກົມກອງ ທີ່ມີຜົນງານໂດດເດັ່ນ ໃນບັ້ນແຂ່ງຂັນຄັ້ງນີ້.

ເຖິງຢ່າງໃດກໍຕາມ ການປະຕິບັດວຽກງານດັ່ງກ່າວໄລຍະປ່ານມາ ກໍຍັງມີບາງຂໍ້ຄົງຄ້າງ ເປັນຕົ້ນ ຄະນະພັກ, ຄະນະນຳ ຈຳນວນໜຶ່ງບໍ່ທັນເຫັນໄດ້ຄວາມສໍາຄັນກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ, ການປຸກລະດົມສ້າງຂະບວນການແຂ່ງຂັນ ໃນແຕ່ລະໄລຍະ, ການກໍານົດເນື້ອໃນແຂ່ງຂັນບໍ່ທັນມີຈຸດສຸມ, ບໍ່ມີແຜນການ, ບໍ່ກຳນົດຈຸດປະສົງ, ຄາດໝາຍ, ບໍ່ມີການສະຫລຸບປະເມີນຜົນ, ທັງບໍ່ເປັນລະບົບຕໍ່ເນື່ອງ, ຍ້ອນແນວນັ້ນການເລືອກເຟັ້ນຜົນງານບຸກຄົນ ແລະ ການຈັດຕັ້ງທີ່ດີເດັ່ນ ຈຶ່ງບໍ່ຕິດພັນກັບການແຂ່ງຂັນ, ການຍ້ອງຍໍມີລັກສະນະສະເລ່ຍ, ບໍ່ຕິດພັນກັບຜົນສຳເລັດຕົວຈິງ, ບໍ່ຜ່ານຂະບວນການແຂ່ງຂັນ, ບໍ່ທັນກະຕຸກຊຸກຍູ້ວຽກດີ, ຄົນເດັ່ນແທ້.

ທ່ານ ອາລຸນ ບຸນມີໄຊ ຍັງໄດ້ຍົກໃຫ້ເຫັນແຜນການວາງຄາດໜາຍການແຂ່ງຂັນແຕ່ນີ້ຮອດປີ 2025 ຕ້ອງໄດ້ຍູ້ແຮງຂະບວນການແຂ່ງຂັນ-ຍ້ອງຍໍ ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ທຸກຂົງເຂດວຽກງານຢ່າງຕັ້ງໜ້າ; ປຸກລະດົມພະນັກງານ- ລັດຖະກອນໃນທົ່ວກະຊວງ ເຂົ້າຮ່ວມຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນສ້າງຂະບວນການພັດທະນາວຽກງານ ຖວທ ໃຫ້ເປັນຂະບວນຟົດຟື້ນ, ຕໍ່ເນື່ອງ ແລະ ມີຫມາກຜົນ.

ໃນໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານທີ່ສາມາດຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງທີ່ວາງໄວ້ຢ່າງເປັນຂະບວນ ແລະ ຕາມຄາດໝາຍໃຫ້ໄວ, ໃຫ້ດີ, ໃຫ້ຫລາຍ ແລະ ໃຫ້ຖືກກົດໝາຍ, ການນໍາພາເຂັ້ມແຂງ, ການຄຸ້ມຄອງສັກສິດ ພັດທະນາວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ມີຄຸນນະພາບ, ຫັນເປັນອຸດສາຫະກຳທັນສະໄໝປອດໄພ ແລະ ສົ່ງເສີມການມີສ່ວນຮ່ວມຂອງສັງຄົມ.

ໃນໂອກາດດຽວກັນນີ້, ກໍໄດ້ມີການມອບ ໃບ ຍ້ອງຍໍໃຫ້ກັບບຸກຄົນທີ່ມີຜົນງານດີເດັ່ນ ແລະ ມອບຫລຽນໄຊແຮງງານຊັ້ນ I ຈຳນວນ 131 ທ່ານ ແລະ 16 ກົມກອງ; ມອບຫລຽນໄຊແຮງງານຊັ້ນ II ຈຳ ນວນ 269 ທ່ານ ແລະ 6 ກົມກອງ; ມອບຫລຽນໄຊ ແຮງງານຊັ້ນ III ຈຳນວນ 272 ທ່ານ ແລະ 3 ກົມກອງ; ມອບຫລຽນກາແຮງງານ 325 ທ່ານ ແລະ 2 ກົມກອງ; ໃບຍ້ອງຍໍລັດຖະບານ 287 ທ່ານ ໃຫ້ກັບບຸກຄົນ ແລະ ກົມກອງທີມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ຂ່າວ:ກິດຕາ

ພາບ:ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version