Home ຂ່າວພາຍໃນ ເປີດການແຂ່ງຍິງປືນດ້ານຍຸດທະວິທີກອງທັບບົກອາຊຽນຄັ້ງທີ 30 ທີ່ ສສ ຫວຽດນາມ

ເປີດການແຂ່ງຍິງປືນດ້ານຍຸດທະວິທີກອງທັບບົກອາຊຽນຄັ້ງທີ 30 ທີ່ ສສ ຫວຽດນາມ

0

ພິທີເປີດການແຂ່ງຍິງປືນດ້ານຍຸດທະວິທີກອງທັບບົກອາຊຽນຄັ້ງທີ 30 (30th ASEAN Armies Rifle Meet 2022 ) ຈັດຂຶ້ນໃນວັນທີ 6 ພະຈິກ 2022 ນີ້ ຢູ່ທີ່ສູນຝຶກອົບຮົບການທະຫານແຫ່ງຊາດ ເລກ 4 ກອງທັບປະຊາຊົນຫວຽດນາມ ໂດຍການເປັນປະທານຂອງທ່ານ ພົນຕີ ຫວຽນວັນເຫງ້ຍ ຮອງຫົວໜ້າກົມໃຫຍ່ເສນາ ກອງທັບປະຊາຊົນຫວຽດນາມ, ມີບັນດາຮອງຜູ້ບັນຊາການທະຫານບົກ ແລະ ນັກຍິງປືນຈາກບັນດາປະເທດອາຊຽນ ພ້ອມດ້ວຍແຂກທີ່ຖືກເຊີນຈຳນວນຫຼາຍເຂົ້າຮ່ວມ.

ສ່ວນກອງທັບປະຊາຊົນລາວ ນຳໂດຍທ່ານ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມກົມ ໃຫຍ່ເສນາທິການກອງທັບ . ທ່ານ ພົນຕີ ຫງວຽນວັນເຫງ້ຍ ໄດ້ມີຄໍາເຫັນກ່າວເປີດການແຂ່ງຂັນ AARM-30 ເຊິ່ງແມ່ນການເຄື່ອນໄຫວພົບປະແລກປ່ຽນແຂ່ງຂັນຄັ້ງທໍາອິດຂອງທະຫານບົກອາຊຽນ ພາຍຫຼັງເກືອບ 2 ປີທີ່ຖືກໂຈະໄວ້ຍ້ອນພະຍາດໂຄວິດ-19.

ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ, ກອງທັບປະຊາຊົນຫວຽດນາມ ໄດ້ມານະພະຍາຍາມດໍາເນີນການທາບທາມຄວາມເຫັນ, ສົມທົບກັບບັນດາປະເທດຮັບກະກຽມທຸກດ້ານຢ່າງລະອຽດຮອບຄອບເພື່ອຮັບປະກັນໃຫ້ AARM-30 ປະສົບຜົນສໍາເລັດຢ່າງຈົບງາມ.ທັງເປັນການປະກອບສ່ວນຮັດແໜ້ນນໍ້າໃຈໄມຕີຈິດມິດຕະພາບ, ຊຸກຍູ້ຄວາມສາມັກຄີລະຫວ່າງກອງທັບບັນດາປະເທດອາຊຽນ ໂດຍສະເພາະທະຫານບົກບັນດາປະເທດອາຊຽນໃຫ້ເລິກເຊິ່ງກວ່າເກົ່າ.

ຕາມແຜນການແລ້ວບັນດານັກຍິງປືນທະຫານບົກອາຊຽນ ຈະເລີ່ມແຂ່ງຂັນ AARM-30 ແຕ່ວັນທີ 7 ພະຈິກຫາ ວັນທີ 11 ພະຈິກ 2022 ຈຶ່ງຈະສໍາເລັດ ເຊິ່ງເນື້ອໃນການແຂ່ງຂັນປະກອບມີ 5 ປະເພດຄື: ປືນສັ້ນຍິງ, ປືນສັ້ນຊາຍ, ປືນເຫຼັກສັ້ນ, ປືນເຫຼັກຍາວ ແລະ ປືນຈັກ. ທ່ານພັນເອກ ທອງສະໄໝ ສຸດປະເສີດ ໃຫ້ຮູ້ວ່າ: ສຳລັບ ກອງທັບປະຊາຊົນລາວ ໄດ້ມີການກະກຽມຄວາມພ້ອມຮອບດ້ານ ໂດຍ ຈັດຕັ້ງຄະນະນັກກິລາເຂົ້າຮ່ວມໃນການຫັດແອບມີຈຳນວນທັງໝົດ 42 ຄົນ ໃນນີ້ມີນັກກິລາ 25 ຄົນ ເຊິ່ງຈະເຂົ້າຮ່ວມປະເພດລະ 5 ຄົນ.

ການເຂົ້າຮ່ວມການແຂ່ງຂັນ AARM-30 ໃນຄັ້ງນີ້ ບໍ່ພຽງແຕ່ແມ່ນສະໜາມແຂ່ງຂັນຂອງນັກຍິງປືນທີ່ມີຄວາມເກັ່ງກ້າສາມາດ ໃນກໍາລັງປະກອບອາວຸດຂອງບັນດາປະເທດອາຊຽນ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈ, ຮຽນຮູ້ເຊິ່ງກັນ ແລະກັນ. ທັງແມ່ນໂອກາດເພື່ອໃຫ້ກອງທັບບົກບັນດາປະເທດອາຊຽນ ສະແດງຄວາມຕັດສິນໃຈຊຸກຍູ້ການຮ່ວມມືຢ່າງແຂງແຮງ, ເຂົ້າສູ່ລວງເລິກ.

ຂ່າວ-ພາບ: ຈິດ ເພັດພູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version