Home ຂ່າວໜ້າໜຶ່ງ ໄວໜຸ່ມຜູ້ຂັບເຄື່ອນການພັດທະນາເເບບຍືນຍົງ

ໄວໜຸ່ມຜູ້ຂັບເຄື່ອນການພັດທະນາເເບບຍືນຍົງ

0

ນະຄອນຫຼວງວຽງຈັນ, 8 ພະຈິກ 2022 ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເເລະ ກະຊວງເເຜນການ ເເລະ ການລົງທຶນ ໄດ້ເປີດຕົວບົດລາຍງານການພັດທະນາມະນຸດເເຫ່ງຊາດ (NHDR) ເຊິ່ງໄດ້ສຸມໃສ່ກ່ຽວກັບ “ໄວໜຸ່ມຜູ້ຂັບເຄື່ອນການພັດທະນາທີ່ຍືນຍົງ”.

ສປປ ລາວ ເປັນໜຶ່ງໃນປະເທດ ທີ່ມີປະຊາກອນໜຸ່ມຂະຫຍາຍຕົວໄວທີ່ສຸດ ໃນອາຊີອາຄະເນ ແລະ ກຳລັງມີການຫັນປ່ຽນ ດ້ານສັດສ່ວນປະຊາກອນ. ໃນນັ້ນ ຈໍານວນປະຊາກອນຜູ້ອອກເເຮງງານ (ອາຍຸ 20-64 ປີ) ທີ່ເປັນຜູ້ເສຍພາສີ ເເລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໄດ້ມີການຂະຫຍາຍຕົວເພີ່ມຂື້ນຫລາຍກວ່າຈໍານວນປະຊາກອນຜູ້ເອື່ອຍອີງເເຮງ ງານ (ອາຍຸ 0-19 ປີ ເເລະ ອາຍຸ 65 ປີຂື້ນໄປ) ທີ່ຈຳເປັນຕ້ອງໄດ້ອາໄສການເບິ່ງເເຍງດູເເລ ເເລະ ການບໍລິການອື່ນໆ. ການຫັນປ່ຽນດ້ານປະຊາກອນດັ່ງກ່າວ ແມ່ນເປັນກາລະໂອກາດທີ່ສຳຄັນ ສຳລັບ ສປປ ລາວ ໃນການສ້າງປະໂຫຍດຈາກໂຄງສ້າງປະຊາກອນໜຸ່ມ ແລະ ຈະສາມາດເປັນໄປໄດ້ກໍຕໍ່ເມື່ອປະຊາກອນຜູ້ອອກເເຮງງານມີສຸຂະພາບເເຂງເເຮງ, ໄດ້ຮັບການສຶກສາ, ມີອາຊີບໝັ້ນຄົງ ເເລະ ໄດ້ຮັບກາລະໂອກາດໃນການມີສ່ວນຮ່ວມເຂົ້າໃນການຕັດສິນໃຈບັນຫາສໍາຄັນ ທີ່ມີຜົນຕໍ່ການດໍາລົງຊີວິດຂອງພວກເຂົາ. ປະຊາກອນຜູ້ອອກເເຮງງານຮຸ່ນນີ້ຈະກາຍເປັນຜູ້ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການຂະຫຍາຍຕົວ ຂອງເສດຖະກິດ ແລະ ການພັດທະນາເເບບຍືນຍົງໃນອະນາຄົດ.

ບົດລາຍງານການພັດທະນາມະນຸດເເຫ່ງຊາດ ໄດ້ຄົ້ນຄວ້າກ່ຽວກັບສະຖານະຂອງຊາວໜຸ່ມ ໃນ ສປປ ລາວ ໃນປັດຈຸບັນ ຕໍ່ບັນຫາສິ່ງທ້າທາຍທີ່ພວກເຂົາພົບພໍ້, ບັນດາໂອກາດທີ່ພວກເຂົາໄດ້ຮັບ ເເລະ ຄວາມມຸ່ງມາດປາຖະໜາຂອງພວກເຂົາຕໍ່ອະນາຄົດ. ບົດລາຍງານໄດ້ເກັບກໍາເອົາສະພາບການດໍາລົງຊີວິດຂອງໄວໜຸ່ມໃນ ສປປ ລາວ ເຊິ່ງລວມມີບັນດາໄວໜຸ່ມທີ່ເປັນກຸ່ມຄົນດ້ອຍໂອກາດ ເຊັ່ນ: ໄວໜຸ່ມຍິງ, ໄວໜຸ່ມຍິງທີ່ມີຄວາມພິການ, ໄວໜຸ່ມທີ່ເປັນເເຮງງານເຄື່ອນຍ້າຍ, ໄວໜຸ່ມຊົນເຜົ່າ, ໄວໜຸ່ມໃນກຸ່ມຄົນຫລາກຫລາຍທາງເພດ ເເລະ ໄວໜຸ່ມ ທີ່ມາຈາກເຂດຊົນນະບົດ ເເລະ ຫ່າງໄກຊອກຫລີກ. ບົດລາຍງານ ໄດ້ມີຂໍ້ສະເໜີແນະໃນເເຕ່ລະຂົງເຂດ ທີ່ສຳຄັນເຊັ່ນ: ການຈ້າງງານ, ການສຶກສາ, ສຸຂະພາບ ເເລະ ການມີສ່ວນຮ່ວມໃນການຕັດສິນໃຈຕໍ່ບັນຫາສໍາຄັນຕ່າງໆ ໂດຍມີຈຸດປະສົງສົ່ງເສີມບົດບາດຂອງໄວໜຸ່ມ ຜູ້ຂັບເຄື່ອນການພັດທະນາເເບບຍືນຍົງ.

ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ເເລະ ການລົງທຶນ ກ່າວວ່າ: “ບົດລາຍງານໄດ້ສ່ອງເເສງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ໃນການສົ່ງເສີມໄວໜຸ່ມ ພ້ອມທັງຊີ້ໃຫ້ເຫັນເຖິງຄວາມຈຳເປັນອັນຮີບດ່ວນໃນການສ້າງຄວາມເຂັ້ມເເຂງການລົງທຶນຕໍ່ກັບພວກເຂົາເພື່ອໃຫ້ເກີດຜົນປະໂຫຍດຈາກໂຄງສ້າງປະຊາກອນໜຸ່ມ. ບົດລາຍງານສະບັບນີ້ໄດ້ໃຫ້ຂໍ້ສະເໜີແນະທີ່ຊັດເຈນ ແລະ ຮຽກຮ້ອງໃຫ້ມີການຮ່ວມມືທີ່ເຂັ້ມເເຂງໃນໄລຍະທົດສະວັດທີ່ກໍາລັງຈະມາເຖິງນີ້ເພື່ອສາມາດບັນລຸເປົ້າໝາຍບູລິມະສິດທີ່ສໍາຄັນຂອງ ສປປ ລາວ ຕາມເເຜນພັດທະນາເສດຖະກິດ- ສັງຄົມເເຫ່ງຊາດຄັ້ງທີ 9.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version