Home ຂ່າວຕ່າງປະເທດ ຈີນທີ່ເປີດປະຕູສູ່ພາຍນອກຊົມໃຊ້ໂອກາດນຳໂລກ

ຈີນທີ່ເປີດປະຕູສູ່ພາຍນອກຊົມໃຊ້ໂອກາດນຳໂລກ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕອນຄ່ຳວັນ ທີ 4 ພະຈິກ 2022 ນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສ ໃນພິທີໄຂງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 5 ທີ່ຈັດຂຶ້ນຢູ່ ນະຄອນຊຽງໄຮ້ ໂດຍຜ່ານທາງວິດີໂອວ່າ: ຈີນຈະຊຸກຍູ້ໃຫ້ປະເທດຕ່າງໆ ແລະ ຝ່າຍຕ່າງໆຊົມໃຊ້ໂອກາດຮ່ວມກັນ. ນັກທຸລະກິດທີ່ເຂົ້າຮ່ວມງານວາງ ສະແດງຫລາຍທ່ານເຫັນວ່າ ຄຳປາໄສຂອງທ່ານ ສີຈິ້ນຜິງ ເຊີດຊູກຳລັງ ໃຈຫລາຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງ ຈີນ ທີ່ຈະເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ຊຸກຍູ້ການພັດທະນາ ຮ່ວມກັນ.

5 ປີກ່ອນ, ທ່ານ ສີຈິ້ນຜິງ ປະກາດວ່າຈະຈັດງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ກໍແມ່ນເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ເຮັດໃຫ້ຕະຫລາດໃຫຍ່ຂອງຈີນ ກາຍເປັນໂອກາດໃຫຍ່ຂອງໂລກ. ຕາມ ສະຖິຕິ ນັບລວມແລ້ວງານວາງສະແດງສິນຄ້ານຳເຂົ້າສາກົນຈີນ 4 ຄັ້ງທີ່ ຜ່ານມາ ໄດ້ນຳເຂົ້າຜະລິດຕະພັນ 270.000 ກວ່າເຄື່ອງ, ໄດ້ບັນລຸສັນຍາ ຄ້າຂາຍ 270 ກວ່າຕື້ໂດລາສະຫະລັດ, ໄດ້ເຜີຍແຜ່ຜະລິດຕະພັນໃໝ່, ເຕັກນິກໃໝ່ ແລະ ການບໍລິການໃໝ່ຫລາຍກວ່າ 1.000 ລາຍການ. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ໄດ້ກາຍເປັນປ່ອງຢ້ຽມແຫ່ງການ ສ້າງສະພາບການພັດທະນາໃໝ່ ແລະ ເວທີຊຸກຍູ້ການເປີດປະຕູສູ່ພາຍ ນອກທີ່ມີລະດັບສູງຂອງຈີນ ກໍຄືຜະລິດຕະພັນສາທາລະນະສາກົນທີ່ທົ່ວ ໂລກຊົມໃຊ້ຮ່ວມກັນ.

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 5 ເປັນງານວາງສະແດງ ສິນຄາສາກົນສຳຄັນຄັ້ງທຳອິດ ທີ່ຈີນ ເປັນເຈົ້າພາບຈັດຂຶ້ນຫລັງຈາກກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ, ລວມມີ 145 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມງານ, ມີ ວິສາຫະກິດ 284 ແຫ່ງໃນວິສາຫະກິດທີ່ເຂັ້ມແຂງ 500 ແຫ່ງຂອງໂລກ ແລະ ວິສາຫະກິດຫົວຈັກຫລັກແຫລ່ງໃນຂະແໜງການຕ່າງໆເຂົ້າຮ່ວມງານວາງສະແດງວິສາຫະກິດ ແລະ ການຄ້າ.

ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກຄອມມູນິດຈີນ ໄດ້ກ່າວເນັ້ນໜັກວ່າ ຈີນຈະຍຶດໝັ້ນ ນະໂຍບາຍພື້ນຖານທີ່ເປີດປະຕູສູ່ພາຍນອກ, ຍຶດໝັ້ນຍຸດທະສາດເປີດ ປະຕູສູ່ພາຍນອກທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຈະສ້າງໂອກາດ ໃໝ່ໃຫ້ແກ່ໂລກດ້ວຍການພັດທະນາໃໝ່ຂອງຈີນ. ເມື່ອສັງເກດຈາກ ຂະໜາດຕະຫລາດຂອງຈີນແລ້ວເຫັນວ່າ: ຈີນມີປະຊາກອນ 1,4 ຕື້ຄົນ ແລະ ກຸ່ມຄົນທີ່ມີລາຍຮັບປານກາງ 400 ລ້ານຄົນຂຶ້ນໄປ, ແຕ່ລະປີຈະນຳເຂົ້າສິນ ຄ້າ ແລະ ການບໍລິການປະມານ 2.500 ຕື້ໂດລາສະຫະລັດ, ເປັນຕະຫລາດ ການບໍລິໂພກສິນຄ້າໃຫຍ່ອັນດັບ 2 ຂອງໂລກ. ໃນຄຳປາໄສຂອງ ທ່ານ ສີຈິ້ນຜິງ ວ່າ: ຈີນຈະເລັ່ງການກໍ່ສ້າງຕະຫລາດພາຍໃນປະເທດທີ່ເຂັ້ມແຂງ, ຊຸກຍູ້ໃຫ້ການຄ້າສິນຄ້າປະເພດຈັບຕ້ອງໄດ້ກ້າວຂຶ້ນສູ່ລະດັບໃໝ່, ສ້າງກົນ ໄກພັດທະນາການຄ້າການບໍລິການໃໝ່, ເປີດກວ້າງການນຳເຂົ້າຜະລິດ ຕະພັນທີ່ມີຄຸນນະພາບສູງ ແລະອື່ນໆ ເຊິ່ງຈະສ້າງເງື່ອນໄຂທີ່ດີກວ່າເກົ່າ ສຳລັບປະເທດຕ່າງໆໃນໂລກ ຊົມໃຊ້ໂອກາດດ້ານການຕະຫລາດໃຫຍ່ ຂອງຈີນ.

ຈາກການຊຸກຍູ້ການສ້າງສາເຂດທົດລອງການຄາເສລີ 21 ແຫ່ງ ຢ່າງເປັນເອກະພາບກັນ ຈົນເຖິງການປະຕິບັດກົດໝາຍວ່າດ້ວຍການລົງ ທຶນຂອງນັກທຸລະກິດຕ່າງປະເທດ ແລະ ຫລຸດບັນຊີດ້ານລົບໃນການອະນຸ ມັດການລົງທຶນຈາກຕ່າງປະເທດໃຫ້ໜ້ອຍລົງຢ່າງຕໍ່ເນື່ອງ, ໃນຫລາຍປີມໍ່ໆ ມານີ້, ຈີນໄດ້ຢວ່າງບາດກ້າວໄປສູ່ການເປີດປະຕູສູ່ພາຍນອກແບບລະບຽບ ການ ແລະ ເປີດກວ້າງຊ່ອງວ່າງການພັດທະນາຂອງທຶນຕ່າງປະເທດຢູ່ຈີນ ຢ່າງຕໍ່ເນື່ອງ.

ປີນີ້ແມ່ນປີທຳອິດທີ່ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານ ໃນພາກພື້ນ ຫລື RCEP ເລີ່ມມີຜົນບັງຄັບໃຊ້, ປະເທດພາຄີຂອງສັນຍາ RCEP ລ້ວນແຕ່ມີວິສາຫະກິດມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າ ສາກົນຈີນ ຄັ້ງທີ 5 ເຊິ່ງໄດ້ກາຍເປັນຈຸດເດັ່ນໃນງານວາງສະແດງປີນີ້.

ໃນເວລາກ່າວຄຳປາໄສ, ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: ຈີນຈະຕັ້ງໜ້າຊຸກຍູ້ ການເຂົ້າເປັນປະເທດພາຄີ ສັນຍາວ່າດ້ວຍການພົວພັນຄູ່ຮ່ວມມືຂ້າມ ມະຫາສະໝຸດປາຊີຟິກຢ່າງຮອບດ້ານ ແລະ ກ້າວໜ້າ ແລະ ສັນຍາວ່າດ້ວຍ ການພົວພັນຄູ່ຮ່ວມມືເສດຖະກິດດີຈີຕອນ ພ້ອມທັງເປີດກວ້າງເຄືອ ຂ່າຍເຂດການຄ້າເສລີທີ່ມີມາດຕະຖານສູງທີ່ອວ່າຍໜ້າໄປສູ່ທົ່ວໂລກ. ນີ້ສະແດງໃຫ້ເຫັນອີກເທື່ອໜຶ່ງວ່າ ຈີນມີຄວາມຕັດສິນໃຈໃນການຊຸກຍູ້ ການສ້າງສາເສດຖະກິດໂລກແບບເປີດປະຕູສູ່ພາຍນອກ ແລະ ຊຸກຍູ້ການ ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version