Home ທ່ອງທ່ຽວ ຕາດມູນ-ຕາດປ່າໄລ່-ຕາດວັງນອງ-ຕາດວັງນໍ້າເຜິ້ງ ເປັນສະຖານທີ່ທ່ອງທ່ຽວ ອີກແຫ່ງໜຶ່ງ

ຕາດມູນ-ຕາດປ່າໄລ່-ຕາດວັງນອງ-ຕາດວັງນໍ້າເຜິ້ງ ເປັນສະຖານທີ່ທ່ອງທ່ຽວ ອີກແຫ່ງໜຶ່ງ

0

ຕາດມູນ, ຕາດປ່າໄລ່, ຕາດວັງນອງ ແລະ ຕາດວັງນໍ້າເຜິ້ງ ຕັ້ງຢູ່ບໍ່ຫ່າງຈາກກັນຫຼາຍ ຢູ່ໃນບໍລິເວນບ້ານວຽງຄໍາ-ຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຫ່າງຈາກເສັ້ນທາງ ເລກທີ 13 ເໜືອ ເຂົ້າໄປທາງແຍກບ້ານໜອງແຕ່ງ ປະມານ 15 ນາທີ. ຕາດເຫຼົ່ານີ້ເປັນສະຖານທີ່ທ່ອງທ່ຽວທີ່ນິຍົມ ສໍາລັບການພັກຜ່ອນຢ່ອນໃຈຂອງຊາວນະຄອນຫຼວງວຽງຈັນ ແລະ ແຂກທີ່ມາຈາກທ້ອງຖິ່ນໃກ້ຄຽງ ເນື່ອງຈາກວ່າຢູ່ບໍ່ໄກຈາກຕົວເມືອງຫຼາຍ.

ຢູ່ບໍລິເວນຕາດມີນໍ້າໃສໄຫຼເຢັນ ແລະ ອ້ອມຮອບໄປດ້ວຍຕົ້ນໄມ້ ແລະ ທໍາມະຊາດອັນຂຽວງາມ ເໝາະແກ່ການຊຸມແຊວ-ກິນເຂົ້າປ່າ ແລະ ລົງຫຼິ້ນນໍ້າເຢັນສະບາຍກັບຄອບຄົວ ແລະ ໝູ່ເພື່ອນໃນມື້ພັກທ້າຍອາທິດ ແລະ ວັນພັກ. ຕາດເຫຼົ່ານີ້ເປິດບໍລິການແກ່ທ່ານທຸກມື້ເວລາ 8:00-17:00 ໂມງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version