Home ຂ່າວຕ່າງປະເທດ ອາຊຽນ+3 ເລັ່ງຟື້ນຟູຕະຫລາດແຮງງານຫລັງໂຄວິດ-19

ອາຊຽນ+3 ເລັ່ງຟື້ນຟູຕະຫລາດແຮງງານຫລັງໂຄວິດ-19

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ກອງປະຊຸມລັດຖະມົນຕີກະຊວງແຮງງານອາຊຽນ + 3 (ALMM+3, ລວມມີອາຊຽນ ແລະ 3 ປະເທດຄູ່ຮ່ວມມືຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ) ຄັ້ງທີ 12 ​ໄດ້​ຈັດ​ຂຶ້ນຢູ່ນະຄອນຫລວງມານີລາ ປະເທດຟີລິບປິນ ເພື່ອແບ່ງປັນບົດຮຽນປະສົບການໃນການຟື້ນຟູຕະຫລາດແຮງງານໃນຕໍ່ໜ້າ ໂດຍມີຜົນກະທົບຈາກພະຍາດໂຄວິດ-19, ພ້ອມທັງການປັບຕົວໃຫ້ແທດເໝາະກັບການຫັນປ່ຽນຢ່າງວ່ອງໄວໃນບັນຫາວຽກເຮັດງານທຳໂດຍຄວາມກ້າວໜ້າ ທາງດ້ານເຕັກໂນໂລຊີ, ດີຈີຕອນ, ການຫັນພື້ນຖານເສດຖະກິດເປັນສີຂຽວ ແລະ ສັງຄົມມີອັດຕາຜູ້ສູງອາຍຸເພີ່ມຂຶ້ນ. ​ໃນຂະນະດຽວກັນນັ້ນ, ກອງປະຊຸມຍັງໃຫ້ຄຳໝັ້ນສັນຍາຈະບັນລຸໄດ້ເປົ້າໝາຍລວມກ່ຽວກັບການຟື້ນຟູ ແລະ ເຕີບໂຕຢ່າງສະໝ່ຳ ສະເໝີ ແລະ ຍືນຍົງໃນພາກພື້ນ, ຮັບປະກັນວຽກເຮັດງານທຳຢ່າງເປັນປົກກະຕິ ຂອງທຸກຄົນ ແລະ ການໜູນຊ່ວຍຍົກສູງ ຄຸນນະພາບໃນການດຳລົງຊີວິດ ຂອງປະຊາຊົນ ເປັນຕົ້ນແມ່ນປະຊາຊົນທີ່ດຳລົງຊີວິດຢູ່ເຂດທຸກຍາກ ແລະ ຊົນນະບົດ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງ. https://kpl.gov.la/detail.aspx?id=69706

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version