Home ຂ່າວພາຍໃນ ກະຊວງສາທາລະນະສຸກ ສະຫລອງວັນສາຍຕາໂລກ

ກະຊວງສາທາລະນະສຸກ ສະຫລອງວັນສາຍຕາໂລກ

0

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ສະເຫລີມ ສະຫລອງວັນສາຍຕາໂລກ ປະຈໍາປີ 2022 ພາຍໃຕ້ຫົວຂໍ້ “ຮ່ວມກັນຮັກສາສຸຂະພາບຕາຂອງທ່ານ” ໃນວັນທີ 13 ຕຸລາ 2022 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ), ພ້ອມທັງ ເຜີຍແຜ່ແຜນຍຸດທະສາດກ່ຽວກັບ ການຮັກສາສຸຂະພາບຕາທີ່ເປັນມາດຕະຖານໃນການຈັດຕັ້ງປະຕິບັດແຜນການ 5 ປີ ແຕ່ ປີ 2021-2025 ໂດຍເລັ່ງໃສ່ຍຸດທະສາດ 6 ເສົາຄໍ້າ ແລະ ຄາດໝາຍຕົ້ນຕໍແມ່ນ ໃຫ້ມີຕາໜ່າງການບໍລິການປິ່ນປົວສຸຂະພາບຕາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃຫ້ກັບປະຊາຊົນບັນດາເຜົ່າ ເພື່ອຫລຸດຜ່ອນພະຍາດຕາບອດ ທີ່ສາມາດຫລີກລ້ຽງໄດ້ເຊັ່ນ: ພະຍາດແກ່ນຕາຂຸ້ນ, ຕາກະດັນ, ພະຍາດເບົາຫວານຂຶ້ນຕາ ແລະ ການສູນເສຍການເບິ່ງເຫັນຂອງປະຊາຊົນ ທີ່ເປັນກໍາລັງຫລັກໃນການສ້າງເສດຖະກິດຂອງຄອບຄົວ ກໍຄື ໃນສັງຄົມກ່ອນໄວອັນຄວນ. ທັງນີ້ ກໍເພື່ອບັນລຸເປົ້າໝາຍຂອງການມີສຸຂະພາບຕາດີທຸກທົ່ວໜ້າ ຮອດ 2030.

ໂອກາດນີ້, ທ່ານ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ວັນສາຍຕາໂລກ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ, ໃນແຕ່ລະປີທົ່ວໂລກແມ່ນພ້ອມກັນສະເຫລີມສະຫລອງ ໃນນັ້ນ, ກະຊວງສາທາລະ ນະສຸກ ກໍຄື ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກໍໄດ້ມີການບໍລິການກວດສຸຂະພາບຕາໂດຍບໍ່ເສຍຄ່າ, ພິເສດຖ້າພົບຄົນເຈັບກໍລະນີຕາມົວ, ຕາບໍ່ເຫັນຮຸ່ງ ຫລື ຕາບອດຍ້ອນພະ ຍາດຕາຂຸ້ນ ຈະໄດ້ບໍລິການຜ່າຕັດໃຫ້ໂດຍບໍ່ໄດ້ເສຍຄ່າ, ຊຶ່ງຄ່າໃຊ້ຈ່າຍໃນການຜ່າຕັດຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫລາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ແບ່ງປັນນໍ້າໃຈບໍລິຈາກເປັນເງິນ, ເປັນວັດຖຸ ເພື່ອຊ່ວຍເຫລືອຄົນຕາບອດຜູ້ທຸກຍາກ ໃນ ສປປ ລາວ.

ດັ່ງທີ່ຮູ້ນໍາກັນແລ້ວວ່າມີຈໍານວນ 80% ຂອງຄົນຕາບອດທີ່ສາມາດຫລີກລ້ຽງໄດ້, ໃນນີ້ 20% ແມ່ນສາມາດປ້ອງກັນ ແລະ 60% ສາມາດປິ່ນປົວໃຫ້ຄົນຕາບອດເຫລົ່ານັ້ນສາມາດມີສາຍຕາກັບຄືນມາ ແລະ ສາມາດເບິ່ງເຫັນໄດ້ເປັນປົກກະຕິ, ການປ້ອງກັນ ແລະ ປິ່ນປົວຕາບອດ ແລະ ສາຍຕາບົກຜ່ອງຈະມີປະສິດທິຜົນ ແລະ ໄດ້ຮັບຜົນສໍາເລັດໄດ້ ກໍຕໍ່ເມື່ອທຸກຄົນໄດ້ເຂົ້າໃຈ ແລະ ສາມາດເຂົ້າເຖິງການບໍລິການຮັກສາສຸຂະພາບຕາ, ຜູ້ທຸກຍາກ, ຮັ່ງມີ, ຕົວເມືອງ ຫລື ເຂດຫ່າງໄກສອກຫລີກ ມີໂອກາດໄດ້ຮັບການບໍລິການເບິ່ງແຍງ, ຮັກສາສຸຂະພາບຕາຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ຂໍ້ມູນ-ພາບ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version