Home ຂ່າວພາຍໃນ ມອບຫລຽນ ກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານ

ມອບຫລຽນ ກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານ

0

ໃນວັນທີ 12 ຕຸລາ ຜ່ານມາ, ຢູ່ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດມອບຫລຽນກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຜົນງານໃນໄລຍະຜ່ານມາ ແລະ ປະກອບສ່ວນມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດໃຫ້ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບໃຫ້ບັນດາແຂວງພາກເໜືອ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພໜາວ.

ສຳລັບຜູ້ທີ່ໄດ້ຮັບ ຫລຽນກາລະນຶກແນວລາວສ້າງຊາດ ໃນຄັ້ງນີ້ ປະກອບມີ: ທ່ານ ນາງ ວາດສະໜາ ຄຸດໄພທູນ, ທ່ານ ນາງ ຈັນນະພາວົງ ສະໝໍລະພູມ, ທ່ານ ສົມສຸກ ພິມມະຈັນ ກຳມະການ ສນຊ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກຳມະການ ສນຊ, ທ່ານ ນາງ ພອນວັນ ຄຸດໄພທູນ, ທ່ານ ພຸດສະດຸ ອິນທະວົງ, ທ່ານ ສົມພຽນ ໄຊຍະເດດ ກຳມະການ ສນຊ, ທ່ານ ນາງ ໂກສີ ພູມສະຫວັນ, ທ່ານ ນາງ ໂພສີ ໄຊຍະສອນ, ບໍລິສັດ ດວງຈະເລີນອຸດສາຫະກໍາ-ກະສິກໍາອິນຊີ ຂາອອກ-ຂາເຂົ້າ ຈຳກັດ, ກຸ່ມບໍລິສັດ ພົງສະຫວັນ, ບໍລິສັດ ລາວທາດຫລວງລົງທຶນພັດທະນາ ຈຳກັດ, ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ, ສະມາຄົມຄຸນຄ່າລາວ, ບໍລິສັດ ໂອເຊຍໂນ ຈໍາກັດ, ຄະນະທີ່ປຶກສາວຽກງານຊົນເຜົ່າ, ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນພັດທະນາ.

ຂ່າວ-ພາບ: ສນຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version