Home ທ່ອງທ່ຽວ ງານມະໂຫລານສະບາຍດີຫລວງພະບາງເຟສ ຊ່ວຍໃຫ້ເມືອງມໍລະດົກໂລກ ກັບມາຄຶ້ກຄືນອີກຄັ້ງ

ງານມະໂຫລານສະບາຍດີຫລວງພະບາງເຟສ ຊ່ວຍໃຫ້ເມືອງມໍລະດົກໂລກ ກັບມາຄຶ້ກຄືນອີກຄັ້ງ

0

ເມືອງມໍລະດົກໂລກ ຫລວງພະບາງ ແຂວງ ຫລວງພະບາງ ໄດ້ເປີດງານມະໂຫລານສະບາຍດີຫລວງພະບາງເຟັສ ລະຫວ່າງວັນທີ 6-9 ຕຸລາ ຜ່ານມານີ້ ທີ່ ເຮືອນຈັນ ໂດຍມີມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ເຂົ້າຮ່ວມງານເປັນຈຳນວນຫລາຍ ອັນໄດ້ເຮັດໃຫ້ເມືອງຫລວງພະບາງ ມີ ບັນຍາກາດຄຶກຄືນທີ່ສຸດ ເນື່ອງຈາກໃນໄລຍະຜ່ານມາມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວພາຍໃນແຂວງຫລວງ ພະບາງ.

ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຫລວງພະບາງຫລາຍຂຶ້ນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ ໄດ້ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງຕ່າງໆພາຍໃນແຂວງຈັດງານ ສະບາຍດີຫລວງພະບາງເຟັສ ໂດຍມີຈຸດປະສົງເພື່ອ ເຮັດໃຫ້ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ວັດທະນາທຳ- ຮີດຄອງປະເພນີອັນດີງາມຂອງຊາວຫລວງພະບາງຫລາຍຂຶ້ນ ເປັນກຽດເຂົ້າຮ່ວມພິທີເປີດງານຢ່າງເປັນທາງການ ມີທ່ານ ສີລິພອນ ສີພັນທອງ, ຮອງເຈົ້າແຂວງ ຫລວງພະບາງ, ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນ ຫລວງພະບາງ, ທ່ານອູເດດ ສຸວັນນະວົງ; ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ງານ ສະບາຍດີຫລວງພະບາງເຟັສ ມີເປົ້າໝາຍຫລັກເພື່ອໂຄສະນາການຜະລິດສິນຄ້າ, ການທ່ອງທ່ຽວແຂວງຫລວງພະບາງ ທີ່ຕິດພັນກັບເມືອງມໍລະດົກໂລກຫລວງພະບາງ ພ້ອມທັງເປັນການ ຟື້ນຟູທຸລະກິດການທ່ອງທ່ຽວ ແລະ ຂະແໜງທຸລະກິດ, ການຜະລິດທີ່ປິ່ນອ້ອມຂະແໜງການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການລະບາດຂອງພະຍາດໂຄ ວິດ-19 ພ້ອມນີ້, ຍັງເປັນການເປີດສັກກະລາດໃໝ່ ເພື່ອການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມຫລາກຫລາຍ, ຮັບປະກັນດ້ານສິນຄ້າເພື່ອສະໜອງໃຫ້ແກ່ຕະຫລາດ ແລະ ການຊົມໃຊ້ພາຍໃນໃຫ້ໄດ້ດີຂຶ້ນກວ່າເກົ່າເທື່ອລະກ້າວ ແລະ ກ້າວໄປເຖິງການສົ່ງອອກສິນຄ້າທີ່ມີຄຸນນະພາບໄປສູ່ຕະຫລາດສາກົນ; ຄຽງຄູ່ກັນນີ້ກໍ່ເພື່ອເປັນການຟື້ນຟູ, ຮັກສາ, ສົ່ງເສີມສິລະປະ ວັດທະນະທຳ, ຮີດຄອງປະເພນີອັນເປັນດັ້ງເດີມຂອງຊາວຫລວງພະບາງ ທີ່ມີມາແຕ່ດົນນານໃຫ້ຄົງຄຸນຄ່າ ແລະ ໄດ້ຮັບການປົກປັກຮັກສາສືບທອດໄປພາຍພາກໜ້າ ແລະ ກາຍເປັນສິ່ງພົ້ນເດັ່ນ; ສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນ; ພາຍໃນງານມີບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ແລະ ບັນດາແຂວງອ້ອມຂ້າງນຳຜະລິດຕະພັນຂອງຕົນເຂົ້າມາວາງສະແດງ ແລະ ຈຳໜ່າຍ 64 ຮ້ານ; ງານສະບາຍດີຫລວງພະບາງມີເປົ້າໝາຍເພື່ອສ້າງຄວາມຍືນຍົງໃຫ້ແກ່ການທ່ອງທ່ຽວ ແລະ ສະໜັບສະໜູນບັນດາທຸລະກິດ ແລະ ຜູ້ປະກອບການທ້ອງຖິ່ນ ເຊັ່ນດຽວກັນກັບການສະເຫລີມສະຫລອງວັດທະນະທຳຮີດຄອງປະເພນີຂອງຊາວຫລວງພະບາງໃຫ້ເປັນທີ່ຮັບຮູ້ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະ 03 ເດືອນຜ່ານມາໄດ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າຫລວງພະບາງເພີ່ມຂຶ້ນ 30%, ນັກທ່ອງທ່ຽວສວ່ນຫລາຍແມ່ນເດີນທາງດ້ວຍລົດໄຟ, ຮອງລົງມາກໍ່ແມ່ນ ການເດີນທາງດ້ວຍເຮືອບິນ ແລະ ລົດສ່ວນຕົວ. ຄາດຄະເນແຕ່ນີ້ຮອດທ້າຍປີຈະເພີ່ມຂຶ້ນ 40%; ງານເທດສະການຄັ້ງນີ້ຍັງເປັນການສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳ ແລະ ມໍລະດົກຂອງລາວ ທັງເປັນການສະໜັບສະໜູນການອຸປະໂພກ, ບໍລິໂພກແບບຍືນຍົງໃນຂະແໜງການທ່ອງທ່ຽວ; ພາຍຫລັງທີ່ລັດຖະບານ ໄດ້ເປີດຮັບນັກທ່ອງທ່ຽວຢ່າງເປັນທາງການແລ້ວ, ຂະແໜງການທອ່ງທ່ຽວກໍ່ເລີ່ມກັບມາຄຶກຄື້ນຄືນ ໂດຍສະເພະາແມ່ນໄດ້ເຫັນນັກທ່ອງທ່ຽວກັບມາຫລວງພະບາງຄືນເຮັດໃຫ້ໂຮງແຮມ, ຮ້ານອາຫານ, ຕະຫລາດ ແລະ ທຸລະກິດອື່ນໆກັບມາມີຊີວິດຊີວາອີກຄັ້ງ; ນັກທ່ອງທ່ຽວມີສ່ວນຊ່ວຍອັນສຳຄັນໃຫ້ແກ່ເສດຖະກິດລາວ ໂດຍສະເພາະແມ່ນການນຳເອົາເງິນຕາຕ່າງປະເທດເຂົ້າມາແລ້ວ ແລະ ຊ່ວຍຟື້ນຟູການຈ້າງງານຄືນໃໝ່; ເຮັດໃຫ້ປະຊາຊົນມີລາຍຮັບ ເຊິ່ງເປັນພື້ນຖານສຳຄັນໃນການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວຫລວງພະບາງໃຫ້ດີຂຶ້ນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version