Home ຂ່າວພາຍໃນ ຄະນະນັກກິລາຍິງປືນກອງທັບຈະສູ້ຊົນຍາດໃຫ້ໄດ້ 3 ຫຼຽນຄໍາໃນການເຂົ້າຮ່ວມແຂ່ງຂັນຍິງປືນ ຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ທີ່ ສສ ຫວຽດນາມເປັນເຈົ້າພາບ

ຄະນະນັກກິລາຍິງປືນກອງທັບຈະສູ້ຊົນຍາດໃຫ້ໄດ້ 3 ຫຼຽນຄໍາໃນການເຂົ້າຮ່ວມແຂ່ງຂັນຍິງປືນ ຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ທີ່ ສສ ຫວຽດນາມເປັນເຈົ້າພາບ

0

ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະນໍາພານັກກິລາເຂົ້າຮ່ວມແຂ່ງຂັນຍິງປືນ ຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ທີ່ ສສ ຫວຽດນາມເປັນເຈົ້າພາບ. ໄດ້ໃຫ້ສໍາພາດວ່າ: ເພື່ອປະຕິບັດຕາມແຜນການອົບຮົມ-ຫັດແອບການແຂ່ງຂັນຍິງປືນອາຊຽນທີ່ກົມໃຫຍ່ເສນາທິການກອງທັບໄດ້ອະນຸມັດ, ແນໃສ່ຮັບປະກັນເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຍິງປືນ ຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 30 ທີ່ ສສ ຫວຽດນາມເປັນເຈົ້າພາບ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ຂັ້ນເທິງວາງໄວ້, ກົມອົບຮົມກົມໃຫຍ່ເສນາທິການກອງທັບ ໃນນາມຜູ້ຊີ້ນຳດ້້ານວິຊາສະເພາະໄດ້ສົມທົບກັບກອງຍິງປືນ 199 ຈັດຕັ້ງນັກກິລາເຂົ້າຮ່ວມຝຶກແອບທັງ ໝົດ 43 ສະຫາຍ (ລວມທັງນັກຍິງເກົ່າ ແລະ ນັກຍິງໃໝ່ )ໃນການຝຶກຊ້ອມໄດ້ແບ່ງອອກເປັນ 3 ໄລຍະ, ເພື່ອຄັດເລືອກເອົານັກກິລາທີມີຄວາມສາມາດປະກອບເຂົ້າແຕ່ລະທີມ, ໂດຍແບ່ງອອກເປັນ 5 ທີມຄື: ປືນສັ້ນຍິງ, ປືນສັ້ນຊາຍ, ປືນເຫຼັກສັ້ນ, ປືນເຫຼັກຍາວ,ແລະ ທີມປືນຈັກ. ໃນການຫັດແອບປະເພດປືນແມ່ນໄດ້ມີການຄັດເລືອກເອົາສະຖິຕິຜູ້ທີ່ຍິງດີເຂົ້າຮອບໃນຮອບຕໍ່ໄປ ແລະ ສາມາດຄັດເລືອກໄດ້ຜູ້ທີ່ມີສະຖິຕິດີ ເຊິ່ງແຕ່ລະປະເພດປືນຄັດເລືອກໄດ້ 5 ສະຫາຍ ( ລວມທັງໝົດຈໍານວນ 25 ສະຫາຍ ). ເຊິ່ງໄດ້ເປັນໂຕແທນໃຫ້ແກ່ກອງທັບປະຊາຊົນລາວ ໃນການເຂົ້າຮ່ວມການແຂ່ງຂັນຍິງປືນ ຍຸດທະວິທີກອງທັບບົກອາຊຽນຄັ້ງທີ 30 ທີ່ ສສ ຫວຽດນາມໃນຄັ້ງນີ້.

ໃນການກຽມຄວາມພ້ອມທີມນັກກິລາກອງທັບປະຊາຊົນລາວ ຍັງມີເວລາທີ່ຈະໄປຝຶກແອບຢູ່ ສສ ຫວຽດນາມ ເພື່ອເປັນການຊິ້ນເຄີຍກັບສະໜາມຫັດແອບ ແລະ ສະພາບພູມມີປະເທດ, ເຊິ່ງເປັນການຊ່ວຍເຫຼືອຂອງກອງທັບປະຊາຊົນຫວຽດນາມ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້. ໃຫ້ມີຜົນສໍາເລັດອັນຈົບງາມ ໃນນີ້ນັກກິລາກອງທັບປະຊາຊົນລາວ ມີຄວາມຫວັງວ່າຈະສູ້ຊົນຄວ້າໃຫ້ໄດ້ 3 ຫຼຽນຄໍາ ປະເພດບຸກຄົນ ແລະ ລວມໝູ່ປະມານ 5 ຫຼຽນເງິນ.

ສະຫາຍ ຮ້ອຍໂທ ຄໍາແດງ ວົງສະຫວັນ ຕາງໜ້ານັກກິລາທີມປືນຈັກ ແລະ ສະຫາຍ ຮ້ອຍໂທ ນ ຄຳພິມູນ ທອນບັນດິດ ຕາງໜ້ານັກກິລາທີມປືນສັ້ນຍິງ ໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ແກ່ກອງທັບປະຊາຊົນລາວ ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້, ຖ້າທຽບໃສ່ປີຜ່ານມາ ປີນີ້ຖືວ່າມີຄວາມໝັ້ນໃຈສູງ, ເພື່ອຍາດເອົາໄຊຊະນະ ແລະ ຜົນງານທີ່ດີເດັ່ນມາສູ່ປະເທດຊາດ ກໍ່ຄືກອງທັບປະຊາຊົນລາວເຮົາ.

ຂ່າວ-ພາບ: ປູນາ + ໄພຄໍາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version