Home ຂ່າວພາຍໃນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເນັ້ນໃຫ້ ໜັງສືພິມ ປະຊາຊົນ ເອົາໃຈໃສ່ຕື່ມບາງວຽກງານ

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເນັ້ນໃຫ້ ໜັງສືພິມ ປະຊາຊົນ ເອົາໃຈໃສ່ຕື່ມບາງວຽກງານ

0

ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງມາພົບປະຢ້ຽມຢາມ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ເມື່ອວັນທີ 7 ຕຸລາ ນີ້ ໂດຍມີ ສະຫາຍ ວັນໄຊ ຕະວິນຍານ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຄະນະບັນນາທິການ ແລະ ພະນັກງານໃຫ້ການຕ້ອນຮັບ.

ສະຫາຍ ວັນໄຊ ຕະວິນຍານ ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດ ແລະ ຕົ້ນກຳເນີດຂອງໜັງສືພິມປະຊາຊົນ ວ່າ: ໜັງສືີພິມປະຊາຊົນ ໄດ້ເຮັດຫຼອນໜ້າທີ່ການເມືອງຂອງຕົນຮັບຜິດຊອບໄດ້ດີ ເປັນກ້າວໆມາ ເວົ້າລວມ, ເວົ້າສະເພາະ ໃນ ໄລຍະ ປີ 2022 ເຖິງແມ່ນວ່າ ໜັງສືພິມປະຊາຊົນ ຈະພົບກັບຄວາມຫຍຸ້ງຍາກນາໆປະການ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພະນັກງານ-ສະມາຊິກພັກໜັງສືພິມປະຊາຊົນ ໄດ້ມີຄວາມມານະອົດທົນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ພ້ອມທັງມີຄວາມຮັບຜິດຊອບສູງຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍເຮັດຫຼອນໜ້າທີ່ ແລະ ມີຜົນສຳເລັດຢ່າງຕໍ່ເນື່ອງ ສະແດງໃຫ້ເຫັນວ່າ: ປັດຈຸບັນໜັງສືພິມປະຊາຊົນຜະລິດອອກຈຳໜ່າຍ 1.200 ສະບັບ ຕໍ່ມື້, ເຟດບຸກ ມີຄົນຕິດຕາມ 1.900 ຄົນ ແລະ ເວັບໄຊ ມີຄົນເຂົ້າເບິ່ງທັງໝົດ 13.352.054 ຄົນ.

ພາຍຫຼັງໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານ ໜັງສືືພິມ ປະຊາຊົນ ຈາກ ສະຫາຍ ບັນນາທິການໃຫຍ່ໜັງສືພິມປະຊາຊົນ ຈາກນັ້ນກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ລະຫວ່າງ ບັນດາກົມກ່ຽວຂ້ອງໂຄສະນາອົບຮົມສູນກາງພັກ ກັບພະນັກງານຂອງໜັງສືພິມປະຊາຊົນ ເພື່ອແນໃສ່ສ້າງຄວາມເປັນເອກະພາບໃສ່ແຕ່ລະວຽກງານ, ລວມເຖິງການຈັດວາງບຸກຄະລາກອນໃສ່ໜ້າທີ່ຄວາມຮັບຜິດຊອບໃຫ້ ເໝາະສົມກັບວຽກງານວິຊາສະເພາະ, ການພັດທະນາຜະລິດຕະພັນໜັງສືພິມເຈ້ຍໃຫ້ມີຄຸນນະພາບ ແລະ ປະລິມານ, ພັດທະນາໜັງສືພິມອອນລາຍໃຫ້ມີຄວາມວ່ອງໄວທັນກັບສະພາບການໃນປັດຈຸບັນບົນພື້ນຖານຮັບປະກັນໄດ້ຄວາມຖືກຕ້ອງ ແລະ ບັນຫາອື່ນໆຕື່ມອີກ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳໂອ້ລົມ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ, ຄະນະບັນນາທິການ ແລະ ສະມາຊິກພັກ-ພະນັກງານໜັງສືພິມປະຊາຊົນ ຍາດໄດ້ຜົນງານດີເດັ່ນໄລຍະທີ່ຜ່ານມາ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19 ກໍສາມາດເຮັດວຽກມີຜົນງານທີ່ສຳເລັດຫຼາຍດ້ານ, ແຕ່ເຖິງຢ່າງໃດກໍຕາມອີງໃສ່ກັບຄວາມຮຽກຮ້ອງຕ້ອງ ການໃນໄລຍະໃໝ່ ແລະ ອີງໃສ່ສະພາບປັດຈຸບັນທີ່ມີການແຂ່ງຂັນກັບຍຸກທັນສະໄໝ ໂດຍສະເພາະຍຸກອອນລາຍທີ່ມີຄວາມນິຍົມຊົມຊອບ ສະນັ້ນພວກຮົາຕ້ອງມີການພັດທະນາ, ການປັບປຸງເນື້ອໃນໜັງສືພິມໃຫ້ດີກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມສອດຄ່ອງ, ມີຫຼາຍຮູບຫຼາຍສີ, ມີບົດບາດຢ່າງອຸ ດົມສົມບູນ, ຂະຫຍາຍການຈຳໜ່າຍໃຫ້ມີຄວາມວ່ອງໄວ. ຕໍ່ກັບວຽງານຈຸດສຸມໃນຕໍ່ໜ້າໃຫ້ເອົາໃຈໃສ່ສ້າງຄວາມເປັນເອກກະພາບຮ່ວມກັບໂຄສະນາອົບຮົມສູນກາງພັກ ແນໃສ່ຮັບໃຊ້ໜ້າທີ່ການເມືອງໃຫ້ມີຄວາມກວ້າງຂວາງທົ່ວເຖິງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຜົນງານທີ່ຍາດມາໄດ້ໃຫ້ມີຄວາມກວ້າງຂວາງເລິກເຊິ່ງຂຶ້ນກວ່າເກົ່າ, ຮັກສາບົດບາດ, ແບບແຜນວິທີເຮັດວຽກໄປສູ່ອັນໃໝ່, ກວດກາເບິ່ງຄືນກົງຈັກການຈັດຕັ້ງໃຫ້ເປັນລະບົບຄົບຊຸດ, ບຸກຄະລາກອນຕ້ອງສືບຕໍ່ເອົາໃຈໃສ່ໃຫ້ໄດ້ຮັບການຝຶກອົບຮົມ, ພ້ອມທັງຈັດວາງພະນັກງານວິຊາການໃຫ້ຖືກຕ້ອງກັບຫຼັກວິຊາການ, ສ້າງຜູ້ທີ່ມີຄວາມຊຳນານງານໃຫ້ຫຼາຍຂຶ້ນກວ່າເກົ່າ,ສືບຕໍ່ແບບແຜນວິທີເຮັດວຽກ, ກົນໄກປະສານງານ ລະຫວ່າງ ໜັງສືພິມປະຊາຊົນ ກັບ ໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນອື່ນໆໃຫ້ຫຼາຍຂຶ້ນ ແລະ ທິດທາງວຽກງານທ້າຍປີ ແລະ ໃນປີຕໍ່ໄປມີຈັກວຽກ ໃຫ້ສືບຕໍ່ຂຶ້ນແຜນລະອຽດແລ້ວດຳເນີນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.

(ຂ່າວ: ສຳນານ, ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version