Home ຂ່າວໜ້າໜຶ່ງ 7 ຕຸລາ ໝູນວຽນຄົບຮອບອີກວາລະໜຶ່ງ ຄົບຮອບ 28 ປີ

7 ຕຸລາ ໝູນວຽນຄົບຮອບອີກວາລະໜຶ່ງ ຄົບຮອບ 28 ປີ

0

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 – 7 ຕຸລາ 2022) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນ ສຳລັບຄູລາວກໍຄືປວງຊົນລາວທັງຊາດເພາະບໍ່ມີໃຜກ້າປະຕິເສດໄດ້ວ່າ ບໍ່ມີຄູເປັນຜູ້ສິດສອນສົ່ງຄວາມຮູ້ ແມ່ນແຕ່ຜູ້ທີ່ບໍ່ໄດ້ເຂົ້າສຶກສາຮ່ຳຮຽນຢູ່ໃນໂຮງຮຽນກໍຕາມ ກໍຍັງມີພໍ່ແມ່ຜູ້ປົກຄອງເປັນຜູ້ສິດສອນເພາະທຸກຊັ້ນຄົນທີ່ມີວຽກເຮັດງານທຳ ເປັນຜູ້ນຳຂັ້ນສູງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກທຸລະກິດ, ປັນຍາຊົນ ກໍລ້ວນແຕ່ ມີຄູເປັນຜູ້ສິດສອນໃຫ້ຄວາມຮູ້ມາ.

ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດວ່າ: ໃນຖານະຜູ້ບໍລິຫານການສຶກສາກໍຄືຄູຄົນໜຶ່ງ ຮູ້ສຶກພາກພູມໃຈຫຼາຍທີ່ມີໂອກາດໃນການປະຕິບັດໜ້າທີ່ຄູສອນ ເຖິງແມ່ນປັດຈຸບັນ ບໍ່ໄດ້ປະຕິບັດໜ້າທີ່ສິດສອນໂດຍກົງແຕ່ກໍໄດ້ນຳພາສະມາຊິກພະນັກງານ ຄູ-ອາຈານ ໃນທົ່ວນະຄອນຫຼວງວຽງຈັນສຸມໃສ່ ການປະຕິບັດໜ້າທີ່ວິຊາສະເພາະຄຳວ່າ: ແມ່ພິມຂອງຊາດຢ່າງສຸດກົກສຸດປາຍ, ຫຼາຍທ່ານກາຍເປັນຄູຊຳນານງານ ຄູດີເດັ່ນໄດ້ຮັບການຍ້ອງຍໍຈາກພັກ-ລັດຖະບານ ຫຼາຍຂັ້ນ ແລະ ສືບຕໍ່ປະຕິບັດໜ້າທີ່ຂອງຕົນເຖິງວ່າຈະພົບກັບອຸປະສັກນາໆປະການ ທັງການແຜ່ລະບາດຂອງພະຍາດໂຄວິດ-19, ສະພາບການເສດຖະກິດ-ສັງຄົມ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຈາກສະພາບແວດລ້ອມອ້ອມຂ້າງ ແຕ່ຄູ-ອາຈານທຸກທ່ານກໍໄດ້ອອກແຮງທຸ່ມເທຄວາມຮູ້ ຄວາມສາມາດຂອງຕົນຖ່າຍທອດວິຊາຄວາມຮູ້ ສິດສອນອົບຮົມລູກສິດຂອງຕົນ ເຮັດສຳເລັດໜ້າທີ່ອັນມີກຽດຂອງພັກປະຊາຊົນມອບໝາຍໃຫ້; ພ້ອມກັນກ້າວເດີນໄປຍາດເອົາໄຊຊະໃໝ່ໃຫ້ໃຫຍ່ຫຼວງກວ່າເກົ່າ.

ສຳລັບກິດຈະກຳການສະເຫຼີມສະຫຼອງວັນຄູແຫ່ງຊາດໃນປີນີ້ ກໍຄືກັບທຸກປີ ໂດຍປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ໃນການສະເຫຼີມສະຫຼອງວັນຄູເພື່ອເຮັດໃຫ້ການຈັດຕັ້ງຂອງວັນດັ່ງມີເນື້ອໃນ ແລະ ມີຄວາມໝາຍອັນເລິກເຊິ່ງ ເປັນການຈາລຶກເຖິງບຸນຄຸນ ແລະ ຜົນງານຂອງຄູ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ກິລາ ກໍຄື ພັດທະນາຊັບພະຍາກອນມະນຸດຂອງຊາດ. ຮັບປະກັນເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ ໄປຕາມທິດປະຢັດມັດທະຍັດເປັນການສຸມໃສ່ຈັດຕັ້ງປະຕິບັດການຮຽນ-ການສອນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ທາງພະແນກໄດ້ຈັດຕັ້ງການຢ້ຽມຢາມອວຍພອນຄະນະນຳຜູ້ບໍລິຫານການສຶກສາຕາມສຳນັກງານອົງການ ແລະ ອະດີດນັກວິຊາການຄູອາວຸໂສບໍານານ ຕະຫຼອດຮອດຄູສອນໃນເຂດຫ່າງໄກສອກຫຼີກ ຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ ສ້າງຂະບວນການແຂ່ງຂັນຖາມ-ຕອບວິທະຍາສາດ, ກິດຈະກໍາກິລາ ເພື່ອສຸຂະພາບ ແລະ ແຂ່ງຂັນສິລະປະ-ວັນນະຄະດີ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອຂອງພັກປະຊາຊົນ ປະຕິວັດລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການປະກອນສ່ວນຂອງຖັນແຖວຄູ-ອາຈານຕໍ່ວຽກງານດັ່ງກ່າວ ກໍໃຫ້ຈັດຕາມເງື່ອນໄຂຕົວຈິງຂອງແຕ່ລະພາກສ່ວນ.

ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 28 ປີ ຊຶ່ງເປັນວັນຂອງບັນດາເພື່ອນຄູ-ອາຈານ ສະຫຼີມສະຫຼອງທັງເປັນການຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງແຕ່ລະຂົງເຂດ ແຕ່ລະສະຖາບັນການສຶກສາໃນນະຄອນຫຼວງວຽງຈັນ ໃນນາມຄູ ໃນນາມສ່ວນຕົວ ຂໍສົ່ງຄໍາອວຍພອນການນຳພັກ-ລັດ ຜູ້ບໍລິຫານການສຶກສາທຸກທົ່ວໜ້າໃນຂອບເຂດທົ່ວປະເທດ ກໍຄືຢູ່ນະຄອນຫຼວງວຽງຈັນ ລວມທັງຜູ້ປະກອບການຫ້າງຮ້ານທຸລະກິດອົງການຈັດຕັ້ງທາງສັງຄົມທີ່ໃຫ້ການສະໜັບສະໜູນວຽກງານຂະແໜງການສຶກສາຕະຫຼອດມາ ຈົ່ງປະສົບແຕ່ຄວາມສຸກປະສົບຜົນສຳເລັດໃນໜ້າທີ່ການງານ ຝາກເຖິງບັນດາພໍ່ແມ່ຜູ້ປົກຄອງຂອງນັກຮຽນໃນການຂໍຄວາມຮ່ວມມືສົ່ງລູກຫຼານນັກຮຽນໄດ້ເຂົ້າຮຽນ ແລະ ຊຸກຍູ້ເຂົາເຈົ້າໃຫ້ໄດ້ຮຽນຢ່າງມີຄຸນນະພາບນໍາຄູ-ອາຈານ ຫຼີກລ່ຽງປະກົດການຫຍໍ້ທໍ້ຕ່າງໆ ສໍາລັບນັກຮຽນກໍຂໍໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່ ນັກຮຽນທີ່ດີຂອງຄູ ພ້ອມສະແດງຄວາມກະຕັນຍູຮູ້ບຸນຄຸນແກ່ຄູ ສໍາລັບຄູກໍຕ້ອງສູ້ຊົນພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version