Home ທ່ອງທ່ຽວ ຖວທ ນວ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ

ຖວທ ນວ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ

0

ພະແນກຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນ ຫລວງວຽງຈັນ(ນວ) ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ລະຫວ່າງວັນທີ 6-10 ຕຸລາ 2022 ທີ່ດ້ານຫລັງສູນການຄ້າວຽງຈັນເຊັນເຕີແຕ່ເວລາ 10:00-22:00 ໂມງ.

ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເປັນການສົ່ງເສີມການທ່ອງທ່ຽວ, ທັງເປັນການກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ຈະເຂົ້າຮ່ວມງານບຸນປະເພນີ ໂດຍສະເພາະງານບຸນອອກພັນສາ ປະວໍລະນາ ແລະ ແຂ່ງຂັນເຮືອພາຍທ່າວັດຈັນ, ພ້ອມທັງເປັນການສົ່ງ ເສີມສິລະປະ-ວັດທະນະທຳອັນດີງາມຂອງຊາດ, ສົ່ງເສີມສີໄມ້ລາຍມືຫັດຖະກຳ ແລະ ອາ ຫານພື້ນເມືອງທີ່ເປັນເອກະລັກຂອງລາວ, ພະແນກ ຖວທ ນະຄອນຫລວງວຽງຈັນ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ຈຶ່ງໄດ້ຈັດກິດຈະກຳນີ້ຂຶ້ນ.

ພ້ອມນີ້, ທ່ານນາງ ສົມໃຈ ວົງສາ ຕາງໜ້າຈາກສູນການຄ້າ ວໜງຈັນເຊັນເຕີ ໄດ້ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ຄາດວ່າຈະມີຮ້ານເຂົ້າຮ່ວມປະມານ 30 ຮ້ານ, ເປັນການຈັດກິດຈະກຳແຕ່ງກາຍແບບຍ້ອນຍຸກ, ພາຍໃນງານມີການຖ່າຍຮູບການແຕ່ງກາຍແບບພື້ນ ເມືອງລາວ ແລະ ກິດຈະກຳຫລາຍຢ່າງ ເປັນຕົ້ນ ການແຂ່ງຂັນສິລະປະ-ວັນນະຄະດີ ຈາກໄວໜຸ່ມ, ການແຂ່ງຂັນປຸງແຕ່ງອາຫານ, ແຂ່ງຂັນສີມືງານປະດິດໂຄມໄຟ ແລະ ກິດຈະກຳອື່ນໆທີ່ຫລາກຫລາຍ.

ຂໍ້ມູນ-ຮູບ: ບຸນມີ

Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version