Home ຂ່າວຕ່າງປະເທດ ຍີ່ປຸ່ນ ຂາດແຄນແຮງງານຫລາຍກວ່າ 60%

ຍີ່ປຸ່ນ ຂາດແຄນແຮງງານຫລາຍກວ່າ 60%

0

ຕາມ​ຂ່າວ​ຈາກ​ ໂຕ​ກຽວ,​ ເມື່ອ​ບໍ່​ດົນ​ມາ​ນີ້, ຫໍ​ການ​ຄ້າ ​ແລະ ອຸດສາຫະກຳຍີ່ປຸ່ນ(JCCI) ​ໄດ້​ສຳ​ຫລວດຄວາມ​ຄິດ​ເຫັນ​ຂອງ​ບໍລິສັດ ​ຂະໜາດ​ນ້ອຍປະມານ 2.880​ແຫ່ງ ​ໃນ​ເດືອນ​ກໍ​ລະ​ກົດ ​ແລະ ສິງຫາ ​ທີ່​ຜ່ານ​ມາ ​ໂດຍ​ບໍລິສັດ​ເກືອບ 65% ພວມ​ຜະ​ເຊີນ ​ບັນຫາຂາດ​ແຄນແຮງ​ງານຊຶ່ງ​ເປັນ​ຕົວ​ເລກ​ທີ່​ໃກ້​ຄຽງ​ກັບ ​ສະຖິຕິ ສູງ​ສຸດ 66,4%​ໃນ​ປີ2019 ຂະນະ​ທີ່ ບໍລິສັດ​ ກໍ່ສ້າງ 77,6%, ບໍລິສັດ​ ຂົນ​ສົ່ງ 76,6% ​ແລະ ພາກ​ທຸລະ​ກິດ ຮ້ານ​ອາຫານ​ ​ແລະ ​ໂຮງ​ແຮມ 70% ພວມ​ຂາດ​ແຄນ ​ແຮງ​ງານ ​ເຊັ່ນ​ກັນ.

ຕາມຜົນສຳ​ຫລວດ​ ດັ່ງກ່າວ ຍັງ​ຊີ້ີ້​ໃຫ້​ເຫັນ​ວ່າ: ມີ​ບໍລິສັດ​ ຫລາຍກວ່າ 45% ພະຍາຍາມປະກາດຮັບ​ສະໝັກ​ວຽກງານໃນ​ກຸ່ມ​ ນັກ​ສຶກສາຈົບ​ໃໝ່ໃນ​ຮອບ​ປີງົບປະມານທີ່​ຜ່ານ​ມາ​ເພື່ອ​ໃຫ້​ໄດ້ຈຳນວນ​ແຮງ​ງານຫລາຍ​ທີ່​ສຸດຕາມ​ເປົ້າໝາຍທີ່​ຕັ້ງ​ໄວ້ແຕ່​ກໍ່​ມີ​ບໍລິສັດ 34,6% ທີ່​ລະບຸ​ວ່າ: ບໍ່​ສາມາດ​ຫາ​ແຮງ​ງານ​ຈົບ​ໃໝ່ຕາມ​ເປົ້າໝາຍທີ່​ຕັ້ງ​ໄວ້ ​ແລະ ມີ19,9% ລະບຸ​ວ່າບໍ່​ສາມາດຮັບ​ນັກ​ສຶກສາຈົບ​ໃໝ່​ໄດ້ແມ້​ແຕ່​ຄົນ​ດຽວ.

ປັດຈຸບັນ ບໍລິສັດຂະໜາດ​ນ້ອຍ-ກາງ ​ໃນ​ຍີ່ປຸ່ນພວມ​ຕົກ​ຢູ່ໃນ​ສະຖານະ​ການຫຍຸ້ງຍາກ​ລຳ​ບາກເນື່ອງ​ຈາກຂາດ​ເງິນ​ທຶນ ​ໃນ​ການ​ປັບ​ຂຶ້ນຄ່າ​ຈ້າງ​ເພື່ອ​ດຶງ​ດູດ ​ແລະ ຮັກສາພະນັກງານ​ເກົ່າ​ໄວ້​ໄດ້ເນື່ອງ​ຈາກຜະ​ເຊີນ​ບັນຫາລາຄາວັດຖຸດິບເພີ່ມ​ສູງ​ຂຶ້ນຈົນ​ກຳ​ໄລ​ຫລຸດ​ລົງ​ຫລາຍ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version