Home ທ່ອງທ່ຽວ ນວ ກິດຈະກຳສົ່ງເສີມການທ່ອງທ່ຽວ ຈັດຂຶ້ນໃນວັນທີ 6-10 ຕຸລາ

ນວ ກິດຈະກຳສົ່ງເສີມການທ່ອງທ່ຽວ ຈັດຂຶ້ນໃນວັນທີ 6-10 ຕຸລາ

0

ພະແນກຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ນະຄອນ ຫລວງວຽງຈັນ (ນວ) ຮ່ວມກັບສູນການຄ້າວຽງຈັນເຊັນເຕີຈັດ ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ລະຫວ່າງວັນທີ 6-10 ຕຸລາ 2022 ທີ່ດ້ານຫລັງສູນການຄ້າວຽງຈັນເຊັນເຕີແຕ່ເວລາ 10:00-22:00 ໂມງ.

ທ່ານ ຄຳຄູນ ໃບລາຕຣີ ຮອງຫົວໜ້າພະແນກ ຖວທ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເປັນການສົ່ງເສີມການທ່ອງທ່ຽວ, ທັງເປັນການກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະທດ ຈະເຂົ້າຮ່ວມງານບຸນປະເພນີ ໂດຍສະເພາະງານບຸນອອກພັນສາປະວໍລະນາ ແລະ ແຂ່ງຂັນເຮືອພາຍທ່າວັດຈັນ, ພ້ອມທັງເປັນການສົ່ງເສີມສິລະປະ-ວັດທະນະທຳອັນດີງາມຂອງຊາດ, ສົ່ງເສີມສີໄມ້ລາຍມືຫັດຖະກຳ ແລະ ອາຫານພື້ນເມືອງທີ່ເປັນເອກະລັກຂອງລາວ, ພະແນກ ຖວທ ນະຄອນຫລວງວຽງຈັນ ຮ່ວມກັບສູນການຄ້າວຽງຈັນເຊັນເຕີ ຈຶ່ງໄດ້ຈັດກິດຈະກຳນີ້ຂຶ້ນ.

ພ້ອມນີ້, ທ່ານ ນາງ ສົມໃຈ ວົງສາ ຕາງໜ້າຈາກສູນການຄ້າ ວຽງຈັນເຊັນເຕີ ໄດ້ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ຄາດວ່າຈະມີຮ້ານເຂົ້າຮ່ວມປະມານ 30 ຮ້ານ, ເປັນການຈັດກິດຈະກຳແຕ່ງກາຍແບບຍ້ອນຍຸກ, ພາຍໃນງານມີການຖ່າຍຮູບການແຕ່ງກາຍແບບພື້ນເມືອງລາວ ແລະ ກິດຈະກຳຫລາຍຢ່າງເປັນຕົ້ນ ການແຂ່ງຂັນສິລະປະ-ວັນນະຄະດີ ຈາກໄວໜຸ່ມ, ການແຂ່ງຂັນປຸງແຕ່ງອາຫານ, ແຂ່ງຂັນສີມືງານປະດິດໂຄມໄຟ ແລະ ກິດຈະກຳອື່ນໆ ທີ່ຫລາກຫລາຍ.

ຂໍ້ມູນ-ຮູບ: ບຸນມີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version