Home ຂ່າວພາຍໃນ ການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບແມ່ນເປັນສິ່ງສໍາຄັນສໍາລັບການຟື້ນຕົວທາງດ້ານເສດຖະກິດໃນ ສປປ ລາວ

ການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບແມ່ນເປັນສິ່ງສໍາຄັນສໍາລັບການຟື້ນຕົວທາງດ້ານເສດຖະກິດໃນ ສປປ ລາວ

0

ວັນທີ 15 ກັນຍາ 2022, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະຖານທູດຍີ່ປຸ່ນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຮ່ວມເປັນເຈົ້າພາບຈັດການສົນທະນາກ່ຽວກັບການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປ ລາວ ເພື່ອ ເປີດໂຄງການໃໝ່ໃນຫົວຂໍ້ “ການປັບປຸງປະສິດທິພາບ, ຄວາມຮັບຜິດຊອບ, ຫຼັກການປະຕິບັດ, ແລະ ຄວາມໂປ່ງໃສຂອງທຸລະກິດໃນ ສປປ ລາວ”, ຫຼື ເປັນທີ່ຮູ້ຈັກໃນຊື່ໂຄງການ IMPACT Biz.

ຜ່ານມາ, ສປປ ລາວ ເປັນໜຶ່ງໃນປະເທດທີ່ມີເສດຖະກິດຂະຫຍາຍຕົວໄວທີ່ສຸດໃນອາຊຽນ. ແຕ່ໃນຂະນະທີ່ການເຄື່ອນໄຫວຂອງທຸລະກິດໄດ້ຊຸກຍູ້ຄວາມກ້າວໜ້າ ແລະ ການຂະຫຍາຍຕົວນີ້, ມັນກໍ່ຕ້ອງໄດ້ແລກມາກັບການສູນເສຍຊັບພະຍາກອນທາງດ້ານສິ່ງແວດລ້ອມ ແລະ ນໍາໄປສູ່ຄວາມທ້າທາຍໃນການຮັກສາມາດຕະຖານແຮງງານ. ການເພີ່ມຂຶ້ນຂອງມົນລະພິດທາງນ້ຳ ແລະ ທາງອາກາດ, ການທຳລາຍຊີວະນາໆພັນ, ແລະ ການ ລະເມີດສິດທິແຮງງານ ໂດຍທຸລະກິດທີ່ບໍ່ມີຄວາມຮັບຜິດຊອບ ໄດ້ສົ່ງຜົນກະທົບໃນທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ເຊິ່ງກໍຄືການສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຊີວິດປະຈຳວັນຂອງປະຊາຊົນຈໍານວນຫຼາຍ.

ເພື່ອຮັບປະກັນວ່າການດໍາເນີນກິດຈະການທາງດ້ານທຸລະກິດຈະຍັງຄົງຂັບເຄື່ອນການຂະຫຍາຍໂຕທາງດ້ານເສດ ຖະກິດຂອງ ລາວ ໂດຍບໍ່ກະທົບຕໍ່ສິ່ງແວດລ້ອມ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນ, ສປປ ລາວຕ້ອງໄດ້ຍອມຮັບ ແລະ ຮອງຮັບເອົາວາລະທາງທຸລະກິດທີ່ມີຄວາມຮັບຜິດຊອບ.

ໂດຍການປະເມີນຜົນກະທົບຢ່າງຫ້າວຫັນ ແລະ ດໍາເນີນມາດຕະການເພື່ອປ້ອງກັນຜົນກະທົບທາງດ້ານລົບ, ທຸລະກິດທີ່ມີຄວາມຮັບຜິດຊອບສາມາດປັບປຸງການເຂົ້າເຖິງສິນຄ້າ ແລະ ການບໍລິການທີ່ຈໍາເປັນໃນການສ້າງວຽກເຮັດງານທໍາໃຫ້ກຸ່ມຄົນຜູ້ທີ່ດ້ອຍໂອກາດ ແລະ ສ້າງພື້ນຖານພາສີທີ່ຍືນຍົງເພື່ອລົງທືນໃນໂຄງການລິເລີ່ມທາງສັງຄົມ. ທຸລະກິດທີ່ມີຄວາມຮັບຜິດຊອບຍັງມີການຮ່ວມມືໃນການເຮັດວຽກທີ່ດີຂື້ນກັບຊຸມຊົນທີ່ເຂົາເຈົ້າດໍາເນີນການຢູ່ ແລະ ພ້ອມທັງສາມາດສ້າງກໍາໄລທີ່ສູງຂື້ນໄດ້ເມື່ອເວລາຜ່ານໄປ.

“ການສະໜັບສະໜູນ ບັນດາທຸລະກິດລາວ ໃນການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ເປັນຂັ້ນຕອນທີ່ສໍາຄັນໃນການສ້າງຄວາມໝັ່ນໃຈວ່າບໍລິສັດລາວຍັງຄົງສາມາດແຂ່ງຂັນໄດ້. ຫຼັກຖານຈາກທົ່ວໂລກໄດ້ສະແດງໃຫ້ເຫັນວ່າທຸລະກິດທີ່ໃຊ້ແນວທາງປະຕິບັດທີ່ມີຄວາມຮັບຜິດຊອບແມ່ນ ມີຂໍ້ໄດ້ປຽບ ໃນການດຶງດູດບຸກຄະລາກອນ ທີ່ຫຼາກຫຼາຍຄວາມສາມາດ ແລະ ຂໍ້ໄດ້ປຽບໃນການຮັກສາພະນັກງານ, ຫຼຸດຜ່ອນຄວາມສ່ຽງດ້ານຊື່ສຽງ ແລະ ທາງກົດໝາຍ ສາມາດເຂົ້າເຖິງຖານຕະຫຼາດໃໝ່ໆ ແລະ ພ້ອມທັງເປັນການສ້າງພາບພົດທີ່ດີຕໍ່ບໍລິສັດອີກດ້ວຍ”, ທ່ານ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ແລກປ່ຽນ.

“ບັນດານັກລົງທຶນໃນທົ່ວໂລກກໍາລັງຊອກຫາການສ້າງຜົນກະທົບໃນທາງບວກຕໍ່ສິ່ງແວດລ້ອມໃຫ້ຫຼາຍຂື້ນເລື້ອຍໆ ແລະ ຮັບປະກັນວ່າການລົງທຶນແມ່ນຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ. ໂດຍອີງໃສ່ທຶນຮອນທີ່ມີການຂະຫຍາຍຕົວໃນແຕ່ລະປີ, ສປປ ລາວ ຈຳເປັນທີ່ຈະຕ້ອງສ້າງຈຸດຢືນທີ່ແຂງແຮງເພື່ອດຶງດູດການລົງທຶນທີ່ມີປະສິດທິພາບສູງ ແລະ ຍືນຍົງໃນໄລຍະຍາວ ເພື່ອຮັກສາການເຂົ້າເຖິງເສດຖະກິດຂະຫນາດໃຫຍ່ຂື້ນ. ດ້ວຍເຫດນີ້ ທັງລັດຖະບານ ແລະ ພາກເອກະຊົນຈຶ່ງຕ້ອງມີຄວາມກະຕືລືລົ້ນທີ່ຈະຮອງຮັບເອົາວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບເຂົ້າເປັນພາລະບົດບາດຫຼັກ ເພື່ອຊຸກຍູ້ການຟື້ນຕົວທາງດ້ານເສດຖະກິດ,” ພະນະທ່ານ ດຣ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ເນັ້ນໜັກ.

ຫຼັກການຊີ້ນໍາຂອງອົງການສະຫະປະຊາຊາດ (UNGPs) ວ່າດ້ວຍການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບເປັນກອບຂອງການເຮັດວຽກລະດັບໂລກທີ່ຈະຊີ້ນໍາຄວາມກ້າວໜ້າຂອງ ສປປ ລາວ ໃນການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບ.

“ຫຼັກການຊີ້ນຳດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທຸກປະເທດສ້າງແຜນປະຕິບັດງານແຫ່ງຊາດວ່າດ້ວຍການດໍາເນີນທຸລະກິດຢ່າງມີຄວາມຮັບຜິດຊອບ. ເສດຖະກິດ ທັງ 30 ແຫ່ງໄດ້ຮັບຮອງເອົາແຜນປະຕິບັດງານແຫ່ງຊາດດັ່ງກ່າວແລ້ວ, ແລະ ສປປ ລາວ ບໍ່ຄວນຖືກປະຖິ້ມໄວ້ຂ້າງຫຼັງໃນທ່າອ່ຽງຂອງໂລກນີ້,” ທ່ານ ນາງ ເຄັດເທີຣິນ ເຟືອງ, ຜູ້ຮັກສາການອົງການ UNDP ໄດ້ກ່າວ. “ເມື່ອບໍ່ດົນມານີ້ ອົງການ UNDP ໄດ້ສະໜັບສະໜູນການພັດທະນາແຜນປະຕິບັດງານແຫ່ງຊາດຢູ່ອິນໂດເນເຊຍ, ມາເລເຊຍ, ໄທ, ແລະ ຫວຽດນາມ, ແລະ ພວກເຮົາຫວັງວ່າຈະໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ໃນຂະບວນການນີ້.”

ໂຄງການ IMPACT Biz ໃໝ່ນີ້ ແມ່ນເປັນສ່ວນໜຶ່ງຂອງໂຄງການລະດັບໂລກ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ໃນ 17 ປະເທດ ແລະ ໂຄງການນີ້ມີຄວາມພະຍາຍາມທີ່ຈະພັດທະນາແນວທາງການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປ ລາວ ໂດຍການຊ່ວຍລັດຖະບານສ້າງກົດໝາຍ ແລະ ນະໂຍບາຍທີ່ເຂັ້ມງວດຍິ່ງຂື້ນກວ່າເກົ່າໃນການຄຸ້ມຄອງການດຳເນີນທຸລະກິດ, ແນະນຳທຸລະກິດໃນການດຳເນີນທຸລະກິດ. ການປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ແລະ ຊ່ວຍພາກປະຊາສັງຄົມໃນການຕິດຕາມການດຳເນີນທຸລະກິດທີ່ບໍ່ມີຄວາມຮັບຜິດຊອບໃນທົ່ວບັນດາອຸດສາຫະກຳ ແລະ ແຂວງຕ່າງໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version