ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ທ່ານ ລູຮັດ ປັນໄຈຕັນ ລັດຖະມົນຕີວ່າການກະຊວງປະສານງານການເດີນເຮືອ ແລະ ການລົງທຶນຂອງອິນໂດເນເຊຍ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ເສດຖະກິດຂອງອິນໂດເນເຊຍໃນໄຕມາດທີ 3 ຂອງປີນີ້ມີທ່າອ່ຽງຂະຫຍາຍຕົວສູງກວ່າລະດັບ 5,44% ໃນໄຕມາດທີ 2 ທີ່ຜ່ານມາ ເຖິງແມ່ນວ່າລາຄານ້ຳມັນເຊື້ອໄຟມີທ່າອ່ຽງປັບໂຕເພີ່ມຂຶ້ນກໍຕາມ.

ບົດລາຍງານລະບຸວ່າ: ອິນໂດເນເຊຍ ກຳລັງພິຈາລະນາປັບຂຶ້ນລາຄານ້ຳມັນເຊື້ອໄຟ ເພື່ອຄວບຄຸມການໃຊ້ເງິນອຸດໜູນດ້ານພະລັງງານທີ່ເພີ່ມສູງຂຶ້ນ ຊຶ່ງເປັນການເຄື່ອນໄຫວທີ່ຈະເພີ່ມຕົ້ນທຶນສຳລັບທຸລະກິດ ແລະ ຜູ້ບໍລິໂພກ ຕະຫຼອດຈົນຮອດການກະຕຸ້ນເງິນເຟີ້ໃຫ້ສູງຂຶ້ນ. ທ່ານ ລູຮັດ ກ່າວວ່າພວກເຮົາຍັງຄົງຄາດວ່າ ການຂະຫຍາຍຕົວຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ສຳລັບໄຕມາດທີ 3 ຈະດີກວ່າໄຕມາດກ່ອນໜ້ານີ້ ພ້ອມທັງກ່າວວ່າ ການໃຊ້ຈ່າຍທີ່ເພີ່ມຂຶ້ນຂອງພາກເອກະຊົນໃນໄລຍະທີ່ປະເທດຟື້ນຕົວຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຈະຍັງຄົງຊ່ວຍຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ.

ອິນໂດເນເຊຍໄດ້ເພີ່ມເງິນອຸດໜູນດ້ານພະລັງງານໃນປີ 2022 ຂຶ້ນສາມເທົ່າຕົວໄປແລ້ວກ່ອນໜ້ານີ້ສູ່ລະດັບ 502 ລ້ານໆຣູເປຍ ຫຼື ປະມານ 16% ຂອງແຜນການໃຊ້ຈ່າຍງົບປະມານທັງໝົດ ແຕ່ລັດຖະບານກ່າວວ່າ ຈະຕ້ອງໃຊ້ງົບປະມານຫຼາຍຂຶ້ນໄປອີກຖ້າຫາກບໍ່ປັບຂຶ້ນລາຄານ້ຳມັນເຊື້ອໄຟ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here