Home ຂ່າວການເມືອງ ຍົກສູງພາລະບົດບາດ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດຕໍ່ກຳລັງປ້ອງກັນຊາດ

ຍົກສູງພາລະບົດບາດ ແລະ ການເຄື່ອນໄຫວ ຂອງສະພາແຫ່ງຊາດຕໍ່ກຳລັງປ້ອງກັນຊາດ

0

ກະຊວງປ້ອງກັນປະເທດແມ່ນຫົວໜ່ວຍການຈັດຕັ້ງໜຶ່ງ ທີ່ນອນໃນໂຄງປະກອບຂອງລັດຖະບານແຫ່ງ ສປປ ລາວ, ຢູ່ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຮອບດ້ານຂອງກົມການເມືອງສູນກາງພັກ ແລະຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງ, ປະຕິບັດສອງໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນລາຍງານໂດຍຫຍໍ້ ກ່ຽວກັບທີ່ຕັ້ງພາລະບົດບາດໜ້າທີ່ຂອງກະຊວງປ້ອງກັນປະເທດ ຕໍ່ກອງປະຊຸມຍົກສູງພາລະບົດບາດ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ແກ່ກຳລັງປ້ອງກັນຊາດ ຈັດຂຶ້ນໃນເມື່ອບໍ່ດົນຜ່ານມານີ້ ທີ່ສະໂມສອນກົມໃຫ່ຍການເມືອງກອງທັບ, ມີທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນກ່ຽວກັບໂຄງປະກອບຂອງກະຊວງປ້ອງກັນປະເທດຂອງກອງທັບ ໂດຍລວມຈະມີລັກສະນະແຕກຕ່າງກັບບັນດາກະຊວງອື່ນໆ.

ໃນຕະຫຼອດໄລຍະຜ່ານມາ ຄະນະພັກແຕ່ລະຂັ້ນໄດ້ນຳເອົາມະຕິ, ຄຳສັ່ງ ແຜນນະໂຍບາຍຂອງພັກ-ລັດ ແລະ ຂອງກອງທັບວາງອອກ, ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ 4 ໜ້າທີ່ໃຫ່ຍ 26 ແຜນງານໃຫ້ປະກົດຜົນເປັນຈິງ.ໂດຍສະເພາະ ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ, ກະຊວງປ້ອງກັນປະເທດ ໄດ້ຊີ້ນຳທົ່ວກອງທັບຫັນກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ສ້າງບ້ານພັດທະນາຕິດພັນກັບການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ ໃນຂອບເຂດທົ່ວປະເທດ, ໄດ້ຈັດຕັ້ງປະຕິບັດແຜນແມ່ບົດແກ້ໄຂສະພາບໃຫ້ມີຄວາມສະຫງົບຢູ່ຕາມແຕ່ລະຈຸດຕ່າງໆ,ຈັດສັນເຂດທີ່ຢູ່ອາໃສ, ເຂດທຳການຜະລິດ, ກໍ່ສ້າງພື້ນຖານໂຄງລ່າງສາທາລະນະອັນຈຳເປັນຈຳນວນໜຶ່ງ ໂດຍໄດ້ສຸມໃສ່ພັດທະນາເຂດຈຸດສຸມຄັງວຽງ, ເມືອງໝອກ, ແຂວງຊຽງຂວາງ ແລະ 3 ກຸ່ມບ້ານຂອງແຂວງໄຊສົມບູນ ໃຫ້ເປັນຮູບປະທໍາຢ່າງຕໍ່ເນື່ອງ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກຢ່າງແທ້ຈິງ. ໃນນີ້ຍັງໄດ້ລົງກວດກາເຂດຍຸດທະສາດການທະຫານຢູ່ບັນດາແຂວງທີ່ເປັນຈຸດສຸມ, ເຂດກໍ່ສ້າງຂອງພັກ-ລັດຖະບານ, ຈັດຕັ້ງກຳລັງ, ພາຫະນະ ເຂົ້າກອບກູ້, ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ແລະ ຈັດຕັ້ງຝຶກອົບຮົມກອບກູ້ໄພພິບັດໃຫ້ໜ່ວຍງານຂອງລັດ-ປະຊາຊົນ. ແລະ ໄດ້ມອບໝາຍໜ້າທີ່ໃຫ້ບັນດາກົມກອງທະຫານໃນທົ່ວປະເທດປະສານສົມທົບກັບກຳລັງ ປ້ອງກັນຄວາມສະຫງົບ ຈັດວາງກຳລັງປ້ອງກັນເວນຍາມສຳນັກງານ, ຜູ້ນຳພັກ-ລັດ, ສະຖານທີ່, ຄ້າຍ ຄູສາງຄັງ, ເສັ້ນທາງຄົມມະນາຄົມ, ແຂກພາຍໃນ ແລະຕ່າງປະເທດ, ປ້ອງກັນການດຳເນີນກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX, ສະພາທ້ອງຖິ່ນ ຊຸດທີ II, ປ້ອງກັນເສັ້ນທາງຍຸດທະສາດ, ທາງລົດໄຟລາວ-ຈີນ, ໂຄງການຕ່າງໆ ມີຄວາມປອດໄພ, ໜ້າທີ່ປັບປຸງກໍ່ສ້າງກໍາລັງ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ຮັບຮູ້, ໂດຍຈັດຕັ້ງເຊື່ອຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບຂອງພັກ ສະໄໝທີ X, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະ ເທດ.ຈັດຕັ້ງເຜີຍແຜ່ມູນເຊື້ອຂອງພັກ, ຂອງກອງທັບ, ຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດຂອງພັກ, ຂອງກອງທັບຢ່າງກວ້າງຂວາງ-ເລິກເຊິ່ງ. ໂດຍໄດ້ສຸມໃສ່ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານ, ແຕ່ຂັ້ນກະຊວງ, ກົມໃຫຍ່, ບັນດາກົມ, ຫ້ອງການລົງຮອດຫົວໜ່ວຍກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ, ປັບປຸງອົງການຈັດຕັ້ງມະຫາຊົນໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ຕິດພັນກັບຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ປະຕິບັດຕາມລະບອບສ່ອງແສງລາຍງານຮອບດ້ານ ທົ່ວກອງທັບ ປະຈຳໄຕມາດ ເປັນປົກກະຕິ. ແລະ ສືບຕໍ່ໄດ້ປັບປຸງກໍ່ສ້າງກຳລັງດ້ານການຈັດຕັ້ງ-ການປະກອບຈຳນວນພົນ, ປະກອບອາວຸດຍຸດໂທ ປະກອນ ຕາມແຜນຍຸດທະສາດປັບປຸງກໍ່ສ້າງກຳລັງ, ຊີ້ນຳກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ອົບຮົມຫັດແອບປະຈຳປີ, ຊີ້ນຳແຜນງານປັບປຸງວິທະຍາຄານ ແລະ ໂຮງຮຽນກອງທັບ ເຂົ້າສູ່ຄຸນນະພາບໃໝ່.ໜ້າທີ່ຮັບປະກັນພະລາທິການ ແລະ ເຕັກນິກ.ໄດ້ຍູ້ແຮງຂະບວນການຜະລິດຂອງກົມກອງ-ທ້ອງຖິ່ນ, ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງ-ຂະຫຍາຍອຸດສະຫະກຳປ້ອງກັນຊາດ, ບັນດາ ໂຮງຈັກ-ໂຮງງານ, ຫົວໜ່ວຍທຸລະກິດສ້າງລາຍຮັບ, ຄຸ້ມຄອງໂຄງການທີ່ລັດ ຖະບານມອບໝາຍ ໃຫ້ດຳເນີນໄປຕາມແຜນການແລະ ຖືກຕ້ອງຕາມມາດຕະຖານ, ຄຸນນະພາບດ້ານເຕັກນິກກໍ່ສ້າງ, ໄດ້ປະຕິບັດແຜນການສ້ອມແປງບົວລະບັດຫາພາຫະນະເຕັກນິກ, ແຜນການບົວລະບັດ ສ້ອມແປງອາວຸດ-ຍຸດໂທປະກອນ, ການກໍ່ສ້າງ-ສ້ອມແປງລະບົບສາງ-ຄັງຍຸດທະສາດ, ປະຕິບັດຂໍ້ ກໍານົດການຮັບ-ການຈ່າຍວັດຖຸ. ໄດ້ຄົ້ນຄວ້າຮ່າງບັນດານິຕິກຳການຄຸ້ມຄອງວຽກງານພະລາທິການແລະ ວຽກງານເຕັກນິກກອງທັບ ໄດ້ຈຳນວນໜຶ່ງ. ແລະ ໜ້າທີ່ພົວພັນ ແລະ ຮ່ວມມືກັບຕ່າງປະເທດ.ໄດ້ສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ກັບກອງທັບປະຊົນຫວຽດນາມ ໃຫ້ເຂົ້າສູ່ລວງເລິກ.ເສີມຂະຫຍາຍ ສາຍພົວພັນອັນເປັນມູນເຊື້ອກັບກອງທັບປົດປ່ອຍປະຊາຊົນຈີນບົນຈິດໃຈຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ໝັ້ນຄົງຍາວນານ,ຮ່ວມມືກັບກອງທັບລັດເຊຍ ແລະຮ່ວມມືກັບບັນດາປະເທດໃກ້ຄຽງ ບັນດາປະເທດອາຊຽນ ແລະ ອື່ນໆ ຕາມຄວາມເໝາະສົມ.

ສັງລວມແລ້ວ: ໃນປີຜ່ານມາກອງທັບຍັງມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ເປັນກຳລັງຫຼັກແຫຼ່ງໃນການປະຕິບັດແນວທາງ ປກຊ-ປກສທົ່ວປວງຊົນຮອບດ້ານຂອງພັກ, ເຮັດໃຫ້ສະພາບມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນໄດ້ມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.ໃນນີ້ສໍາລັບທິດທາງແຜນການທີ່ຈະສືບຕໍ່ປະຕິບັດໃນຕໍ່ໜ້າ, ກະຊວງປ້ອງກັນປະເທດ ຈະສືບຕໍ່ ຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດຜົນເປັນຈິງ ແລະພ້ອມທັງຈະສຸມໃສ່ບັນດາໜ້າວຽກທີ່ມີຄວາມສຳຄັນຈຳເປັນຄື: ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ,ໜ້າທີ່ ກໍ່ສ້າງປັບປຸງກໍາລັງ, ໜ້າທີ່ຮັບປະກັນດ້ານພະລາທິການ ແລະ ເຕັກນິກ ແລະ ໜ້າທີ່ພົວພັນ ແລະ ການຮ່ວມມືກັບຕ່າງປະເທດໃຫ້ໄດ້ຢ່າງເລິກເຊິ່ງກວ່າເກົ່າ.

ໂດຍ: ຕຸ້ຍ ອິນທະວົງສ໌

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version