Home ສາລະໜ້າຮູ້ 10 ຈຸດ ທີ່ເຮົາບໍ່ຮູ້! ອາດຈະສະສົມເຊື້ອພະຍາດໂຄວິດ-19

10 ຈຸດ ທີ່ເຮົາບໍ່ຮູ້! ອາດຈະສະສົມເຊື້ອພະຍາດໂຄວິດ-19

0

ເຊື້ອພະຍາດໂຄວິດ-19 ຈະດີຂື້ນຕາມລຳດັບ ແຕ່ຕ້ອງລະວັງ ຢ່າປະມາດ ແລະ ປ້ອງກັນ ເພາະເຊື້ອພະຍາດອາດຈະຍັງລີ້ຢູ່ຕາມສະຖານທີ່ຕ່າງໆ ທີ່ເຮົາອາດຈະຄິດບໍ່ເຖີງ ແລະ ເຮົາສຳຜັດຈັບບາຍຢູ່ເລື້ອຍໆ ວິທີປ້ອງກັນທີ່ດີທີ່ສຸດ ຄື: ຫຼີກລ້ຽງການສຳຜັດສີ່ງເຫຼົ່ານັ້ນ ແຕ່ຖ້າຫຼີກບໍ່ໄດ້ໃຫ້ຮີບຮ້ອນເຮັດຄວາມສະອາດຮ່າງກາຍ ຫຼັງຈາກທີ່ໄດ້ສຳຜັດທັນທີ ມື້ນີ້ເຮົາມາເບີ່ງນຳກັນ 10 ຈຸດ ທີ່ອາດຈະສະສົມເຊື້ອພະຍາດໂຄວິດ-19 ເຊັ່ນ:

  1. ເງີນ ຫຼັງຈາກຮັບ ຫຼື ສຳຜັດເງີນແລ້ວຄວນຟ້າວເຮັດຄວາມສະອາດ ດ້ວຍການລ້າງມືໃສ່ສະບູ ຫຼື ເຈລແອລກໍຮໍທັນທີ.
  2. ຈັບລູກບິດປະຕູ ໃຫ້ເອົາບ່າດັນເພື່ອເປີດປະຕູ ຫຼື ໃຊ້ສະເປແອລກໍຮໍສີດໃສ່ເຈັ້ຍອະນາໄມ ເຊັດກ່ອນຈີ່ງຈັບບາຍ.
  3. ໂຕະເຮັດວຽກ ຄວນເຮັດຄວາມສະອາດຢູ່ເລື້ອຍໆ ດ້ວຍແອລກໍຮໍ.
  4. ມືຖື ແລະ ໂທລະສັບຕັ້ງໂຕະ ຄວນເຮັດຄວາມສະອາດຢູ່ເລື້ອຍໆ ຖ້າເປັນມືຖືຄວນຖອດເຄສອອກມາເຊັດດ້ວຍແອລກໍຮໍ ເພື່ອຫຼຸດການສະສົມຂອງເຊື້ອພະຍາດ.
  5. ຮາວຂັ້ນໄດເລື່ອນ ແຕ່ຖ້າຈຳເປັນຕ້ອງຈັບບາຍ ຄວນຟ້າວເຮັດຄວາມສະອາດດ້ວຍແອລກໍຮໍ ຫຼື ສະບູທັນທີ.
  6. ປຸ່ມກົດລິບ ໃຫ້ໃຊ້ບິກ ຫຼື ໄມ້ຈີ້ມແຂ້ວກົດລິບ ເພື່ອຫຼຸດຜ່ອນການສຳຜັດກັບລິບໂດຍກົງ.
  7. ບັດຄູປອງອາຫານ ບັດຈອດລົດແບບບັດແຂງ ຫຼັງຈາກໃຊ້ວຽກແລ້ວ ໃຫ້ໃຊ້ແອລກໍຮໍທີ່ມີທາດເຫຼົ້າ 70% ຂື້ນໄປສີດໃສ່ບັດທຸກເທື່ອທີ່ໄດ້ຮັບບັດມາ.
  8. ຕູ້ ATM ຫຼື ຕູ້ອັດຕະໂນມັດອື່ນໆ ຫຼັງຈາກສຳຜັດແລ້ວຄວນລ້າງມືດ້ວຍສະບູ ຫຼື ເຈລແອລກໍຮໍທັນທີ.
  9. ຫ້ອງນໍ້າສາທາລະນະ ໃຫ້ໃຊ້ເຈັ້ຍທິດຊູສຳຜັດອຸປະກອນແທນ ຫຼື ໃຊ້ສະເປແອລກໍຮໍສີດໃສ່ເຈັ້ຍທິດຊູ ເຊັດກ່ອນຈີ່ງສຳຜັດ ຫຼັງຈາກນັ້ນຄວນລ້າງມືໃຫ້ສະອາດທັນທີ.
  10. ວັດຖຸ ຄວນໃຊ້ສະເປແອລກໍຮໍສີດ ຫຼື ປະໄວ້ໃນຫ້ອງແຍກເປັນເວລາ 2 ມື້ ຫາກບໍ່ສາມາດວາງໄວ້ໄດ້ ໃຫ້ເຮັດຄວາມສະອາດກ່ອນຈີ່ງຈັບບາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version