Home ຂ່າວພາຍໃນ ສພຂ ມອບເຄື່ອງຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງທ່າປາງທອງ

ສພຂ ມອບເຄື່ອງຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເມືອງທ່າປາງທອງ

0

ຫວ່າງບໍ່ດົນມານີ້, ຄະນະຈໍາສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຶ່ງນຳໂດຍ ທ່ານ ຄໍາຜັນ ຄູນສະຫວັນ ຮອງປະທານສະພາປະຊາຊົນແຂວງ ໄດ້ລົງຕິດຕາມສະພາບນ້ຳຖ້ວມ ແລະ ບ້ານທີ່ຖືກຜົນກະທົບຂອງເມືອງທ່າປາງທອງ ໂດຍການຕ້ອນຮັບຂອງທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ.

ໂອກາດນີ້, ກໍໄດ້ຮັບຟັງການລາຍໂດຍສັງເຂບຈາກ ທ່ານ ບຸນຍົງ ຍົດສີຟອງ ຮອງເຈົ້າເມືອງ ຊຶ່ງໃຫ້ຮູ້ວ່າ: ໃນໄລຍະແຕ່ວັນທີ 6-9 ສິງຫາ 2022 ຢູ່ເມືອງທ່າປາງທອງ ໄດ້ເກີດມີສະພາບຝົນຕົກຕິດຕໍ່ກັນ ເຮັດໃຫ້ເກີດມີນໍ້າຂັງ ແລະ ຖ້ວມບ້ານເຮືອນ ລວມທັງເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ ຕາມສາຍນ້ຳເຊປ໋ອງ ຕໍ່ກັບສະພາບການດັ່ງກ່າວ, ການນໍາຂອງເມືອງ ພ້ອມດ້ວຍຄະນະກໍາມະການຕ້ານໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານທີ່ໄດ້ຮັບຜົນກະທົບ ໂດຍໄດ້ນຳໃຊ້ກຳລັງທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນ ສຸມໃສ່ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນ ເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ ປັດຈຸບັນສະພາບນ້ຳແມ່ນຢູ່ໃນເກນປົກກະຕິ.

ສຳລັບເຄື່ອງຊ່ວຍເຫຼືອທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ນ້ຳດື່ມ 100 ແພັກ, ໝີ່ 15 ແກັດ, ປາກະປ໋ອງ 3 ແກັດ ຕາງໜ້າມອບໂດຍ ທ່ານ ຄຳຜັນ ຄູນສະຫວັນ ແລະ ຮັບໂດຍທ່ານເຈົ້າເມືອງທ່າປາງທອງ ເພື່ອໃຫ້ທາງເມືອງ ນຳໄປແຈກຢາຍຕໍ່ໃຫ້ຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version