Home ຂ່າວຕ່າງປະເທດ ຊິງຕາວ ນະຄອນແຫ່ງເສດຖະກິດທີ່ສໍາຄັນຂອງຈີນ

ຊິງຕາວ ນະຄອນແຫ່ງເສດຖະກິດທີ່ສໍາຄັນຂອງຈີນ

0

ຊິງຕາວ (Qingdao: 青岛) ແມ່ນນະຄອນທີ່ຂຶ້ນກັບແຂວງຊານຕົງ (Shandong) ທີ່ຕັ້ງຢູ່ທາງທິດຕາເວັນ ອອກຂອງແຂວງ, ມີປະຊາກອນ 10,072 ລ້ານຄົນ, ເປັນນະຄອນທີ່ໄດ້ຮັບການຍົກຍ້ອງວ່າມີອ່າວ ແລະ ຫາດຊາຍທີ່ສວຍງາມລະດັບໂລກ ເຊີ່ງນັກທ່ອງທ່ຽວຕ່າງປະເທດຍົກຍ້ອງວ່າເປັນ “ສະວິດເຊີແລນຂອງຈີນ”. ທັງເປັນນະ ຄອນທີ່ເຕັມໄປດ້ວຍສະຖາປັດຕະຍະກໍາແບບເອີລົບທີ່ສວຍງາມຢ່າງຫລາກຫລາຍ.

ຄໍາວ່າ: ຊິງຕາວ ໝາຍເຖີງເມືອງແຫ່ງສີນໍ້າເງິນ ແລະ ສີຂຽວ ທີ່ໄດ້ຮັບການຂະໜານນາມວ່າ: “ເປັນເມືອງທີ່ມີຊີວິດຊີວາທີ່ສຸດປະເທດຈີນ”.

ທ່ານ ນາງ ຫລິນ ປິນ (Lin Bin), ຫົວໜ້າຫ້ອງການໃຫຍ່ຄະນະພັກນະຄອນຊິງຕາວ ໃຫ້ຮູ້ໃນໂອກາດທີ່ສື່ມວນຊົນ 33 ຄົນ ຈາກ 23 ປະເທດໃນອາຊີປາຊີຟິກ ແລະ ອາຟຼິກກາ ຢ້ຽມຢາມນະຄອນດັ່ງກ່າວເມື່ອບໍ່ດົນມານີ້ ວ່າ: ຊິງຕາວ ເປັນສູນກາງເສດຖະກິດສໍາຄັນທີ່ຢູ່ຝັ່ງຕາເວັນອອກຂອງຈີນ, ເປັນເມືອງທ່າເຮືອສາກົນ, ເປັນເມືອງວັດທະນະທຳປະຫວັດສາດແຫ່ງຊາດ, ເປັນເມືອງໃຈກາງປະຕູເສດຖະ ກິດ, ເປັນເມືອງທ່າເຮືອຍຸດທະສາດການຮ່ວມມືທາງທະ ເລທີ່ສໍາຄັນ ແລະ ແມ່ນ 1 ໃນຈໍານວນ 3 ເມືອງທີ່ຖືກກໍານົດເປັນເຂດທົດລອງການຄ້າເສລີຊານຕົງ.

ຊິງຕາວ ເປັນເມືອງທີ່ມີຄວາມໂດດເດັ່ນທາງດ້ານການສຶຶກສາວິໃຈວິທະຍາສາດທາງທະເລ ແລະ ເປັນຖານອຸດສາຫະກໍາຜະລິດລົດໄຟຄວາມໄວສູງ (CRRC) ໃຫຍ່ທີ່ສຸດຂອງຈີນ ແລະ ມີຊັບພະຍາກອນທໍາມະຊາດທີ່ຫລາກຫລາຍໂດຍສະເພາະທາງດ້ານກະສິກໍາ ແລະ ຊັບພະຍາກອນທາງທະເລ. ສໍາລັບອຸດສາຫະກໍາຫລັກ ແມ່ນເຄື່ອງໃຊ້ໄຟຟ້າພາຍໃນເຮືອນ, ປຣີໂຕເຄມີ, ເສື້ອຜ້າ, ອາຫານ, ເຄື່ອງກົນ ຈັກ, ລົດຍົນ, ອຸປະກອນລົດໄຟ ແລະ ເຮືອ. ໃນນີ້ ສິນຄ້າສົ່ງອອກຕົ້ນຕໍມີຫລາຍຢ່າງ ເປັນຕົ້ນແມ່ນ ເຄື່ອງຈັກ, ເຄື່ອງໃຊ້ໄຟຟ້າ, ຄອມພີວເຕີ່ ແລະ ອື່ນໆ. ສ່ວນສິນຄ້ານໍາເຂົ້າຕົ້ນ ຕໍ ແມ່ນເຫລັກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງຈັກ ແລະ ຢາງພາລາ.

ອີງຕາມສະຖິຕິຈາກເຈົ້າຫນ້າທີ່ພາສີນະຄອນຊິງຕາວ ໃຫ້ຮູ້ວ່າ: ໃນໄລຍະ 11 ເດືອນ (ມັງກອນ-ພະຈິກ) ປີ 2021 ຜ່ານມາ, ການສົ່ງອອກສິນຄ້າຂອງນະຄອນຊິງຕາວ ບັນລຸ 441,91 ຕື້ຢວນ, ເພີ່ມຂຶ້ນ 29,2% ທຽບໃສ່ໄລຍະດຽວກັນຂອງປີ 2020 ແລະ ເພີ່ມຂຶ້ນ 45.9% ທຽບໃສ່ໄລຍະດຽວ ກັນຂອງປີ 2019. ສ່ວນການນໍາເຂົ້າທຽບໃສ່ໄລຍະດຽວ ກັນຂອງປີ 2020 ເພີ່ມຂຶ້ນ 44,8%. ຈາກຕົວເລກນີ້ສະ ແດງໃຫ້ເຫັນວ່າ: ເຖີງວ່າທົ່ວໂລກປະສົບກັບຫລາຍບັນຫາທີ່ເປັນຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ: ລາຄານໍ້າມັນ, ວັດຖຸດິບ ແລະ ອື່ນໆ, ລວມເຖີງສະພາບການລະບາດຂອງພະຍາດໂຄວິດ-19 ແຕ່ການສົ່ງອອກສິນຄ້າຂອງນະຄອນຊິງຕາວຍັງສືບຕໍ່ເພີ່ມຂຶ້ນ ແລະ ໄດ້ສ້າງສະຕິໃໝ່ທີ່ດີຂຶ້ນ.

ໃນດ້ານການລົງທຶນ, ອີງຕາມສໍານັກຂ່າວຊິນຮວາ ລາຍ ງານເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກນະຄອນຊິງຕາວ ໄດ້ຂະຫຍາຍຕະຫລາດສູ່ສາກົນຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິສັດໃຫຍ່ລະດັບໂລກ ຫລາຍກວ່າ 170 ບໍລິສັດຈາກຫລາຍກວ່າ 110 ປະເທດເຂົ້າໄປລົງທຶນໃນກິດຈະການຕ່າງໆ ຢູ່ນະຄອນຊິງຕາວ, ໃນນີ້ ໂຄງການທົດລອງສ້າງເຂດການຄ້າເສລີຊານຕົງທີ່ນອນຢູ່ໃນນະຄອນດັ່ງກ່າວ ໄດ້ດໍາເນີນກິດຈະການໄປແລ້ວຫລາຍກວ່າ 100 ໂຄງການ.

ນອກຈາກນີ້ ນະຄອນຊິງຕາວ ໄດ້ອະນຸມັດຈັດຕັ້ງເຂດທົດລອງການຮ່ວມມືເພື່ອການພັດທະນາທ້ອງຖິ່ນຈີນ- ຍິ່ປຸ່ນ ແລະ ອະນຸມັດສ້າງສູນວາງສະ ແດງສິນຄ້າສາກົນຈໍານວນໜຶ່ງເພື່ອຮວບຮວມແນະນໍາດ້ານການຄ້າຂາຍ ແລະ ກິດຈະກໍາຕ່າງໆ ສໍາລັບບໍລິສັດ ແລະ ສະ ມາຄົມທຸລະກິດຈາກທຸກມູມໂລກ ຕື່ມອີກ.

ຊິງຕາວ ເປັນນະຄອນທີ່ມີຄວາມສວຍງາມ ແລະ ມີຫລາຍສະຖານທີ່ທ່ອງທ່ຽວສໍາຄັນ ເປັນຕົ້ນ: ຈັດຕຸລັດ 54, ຂົວບູຮານຈ້ານສຽວ, ພິພິດຕະພັນເກົ່າເຢຍລະມັນ, ຈຸດຊົມວີວສ່ຽວຫວີຊ່ານ, ພິພິດຕະພັນເບຍຊິງຕາວ, ວັດຈ້ານຊານ, ປາດາກວນ, ພັກຜ່ອນຕາມແຄມທະເລ, ພູເຂົາເຫົລາຊານ ແລະ ອື່ນໆ ກາຍເປັນສິ່ງດຶງດູດໃຈໃຫ້ນະຄອນຊິງຕາວ ກາຍເປັນຈຸດໝາຍປາຍທາງທີ່ສໍາຄັນຂອງນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊີ່ງນັກທ່ອງທ່ຽວສາມາດເດີນທາງໄປນະຄອນດັ່ງກ່າວໄດ້ຢ່າງສະດວກສະ ບາຍທັງທາງລົດ, ລົດໄຟ ແລະ ທາງອາກາດ.

ຈາກເງື່ອນໄຂທັງໝົດນີ້ ໄດ້ກາຍເປັນທ່າແຮງສໍາຄັນໃນການຍູ້ແຮງການພັດທະນາເສດຖະກິດຂອງນະຄອນຊິງຕາວນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ໃນປີ 2021 ຜ່ານມາ ລວມຍອດຜະລິດຕະພັນພາຍໃນ ( GDP) ຂອງນະຄອນບັນລຸ ຫລາຍກວ່າ 1.413 ຕື້ຢວນ, ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ປີ 2020. ສ່ວນໄລຍະ 6 ເດືອນຕົ້ນປີ 2022, GDP ບັນລຸ 707 ຕື້ຢວນ, ກາຍເປັນເມືອງທີ່ມີ GDP ຂະຫຍາຍຕົວຢູ່ອັນດັບທີ 13 ຂອງບັນດາເມືອງໃນປະເທດຈີນ.

Cr: BT

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version