Home ຂ່າວການເມືອງ ຄະນະຜູ້ແທນ ຖວທ ສຳເລັດການຢ້ຽມຢາມ ສສ ຫວຽດນາມ

ຄະນະຜູ້ແທນ ຖວທ ສຳເລັດການຢ້ຽມຢາມ ສສ ຫວຽດນາມ

0

ຄະນະຜູ້ແທນກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ ນໍາໂດຍທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ສໍາເລັດການເຂົ້າຮ່ວມງານມະຫະກຳວິທະຍຸຫວຽດນາມທົ່ວປະເທດ ຄັ້ງທີ 15 ຢ້ຽມຢາມນະຄອນໂຮ່ຈິມິງຂອງຫວຽດ ນາມ ໃນລະຫວ່າງວັນທີ 4 ຫາ 9 ສິງຫາ 2022 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຫວູຫ້າຍກວາງ, ຮອງຜູ້ອຳນວຍການໃຫ່ຍວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ຫລື VOV ພ້ອມດ້ວຍຄະນະ.

ງານມະຫະກຳວິທະຍຸທົ່ວປະເທດເປັນປາງບຸນໃຫຍ່ຂອງຂະແໜງວິທະຍຸຫວຽດນາມຈັດຂື້ນ 2 ປີຕໍ່ຄັ້ງ ເພື່ອພົບປະແລກປ່ຽນບົດຮຽນດ້ານຕ່າງໆກ່ຽວກັບວຽກງານວິຊາສະ ເພາະ ເປັນຕົ້ນການຈັດລາຍການ, ການເຜີຍແຜ່ຄວາມຮູ້ຂໍ້ມູນຂ່າວສານໃຫ້ປະຊາຊົນຜ່ານສື່ວິທະຍຸໃນບັນດາແຂວງຂອງຫວຽດນາມ ແນໃສ່ພັດທະນາ, ປັບປຸງ ແລະຍົກລະ ດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນໃຫ້ສູງຂື້ນ.

ສະເພາະປີນີ້ງານມະຫະກຳວິທະຍຸຫວຽດນາມທົ່ວປະເທດ ຄັ້ງທີ 15 ຍັງໄດ້ຈັດໃຫ້ມີການປະກວດຜົນງານການຜະ ລິດລາຍການວິທະຍຸດີເດັ່ນ ເປັນຕົ້ນລາຍການຂ່າວ, ລາຍການສົນທະນາ, ການສໍາພາດຂ່າວ, ສາລະຄະດີ ແລະການປະກວດໂຄສົກສຽງດີ ໂດຍມີນັກຂ່າວວິທະຍຸຫວຽດນາມ 600 ກວ່າຄົນສົ່ງຜົນງານເຂົ້າປະກວດຫລາຍກວ່າ 500 ລາຍການ ໃນນີ້ຜົນງານທີ່ໄດ້ຮັບລາງວັນຫຼາຍກວ່າ 200 ລາຍການ. ສໍາລັບງານມະຫະກຳວິທະຍຸຫວຽດນາມທົ່ວປະ ເທດຄັ້ງທີ 16 ຈະຈັດຂື້ນທີ່ແຂວງແທງຮົ໋ວໃນປີ 2024.

ໃນໂອກາດນໍາພາຄະນະຜູ້ແທນລາວເຂົ້າຮ່ວມງານຄັ້ງນີ້ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ໃຫ້ສໍາພາດວ່າ: ການເຂົ້າຮ່ວມງານມະຫະກຳວິທະຍຸຫວຽດນາມທົ່ວປະເທດ ຄັ້ງທີ 15 ທີ່ນະຄອນໂຮ່ຈິມິງຂອງຫວຽດນາມຂອງຄະນະຜູ້ແທນລາວໃນຄັ້ງນີ້ສາມາດຖອດຖອນໄດ້ບົດຮຽນຫລາຍຢ່າງ ໂດຍສະເພາະດ້ານເນື້ອໃນ, ເຕັກນິກ, ການດຳເນີນລາຍການວິທະຍຸ ພ້ອມທັງເຫັນໄດ້ເຖິງພາລະບົດບາດຄວາມສໍາຄັນຂອງວິທະຍຸຕໍ່ປະຊາຊົນຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນນະຄອນໂຮ່ຈິງມິງ.

ນອກຈາກເຂົ້າຮ່ວມງານມະຫະກຳວິທະຍຸຫວຽດນາມທົ່ວປະເທດຄັ້ງທີ 15 ແລ້ວ ທ່ານ ໂພສີ ແກ້ວມະນີວົງ ຍັງໄດ້ເຂົ້າຮ່ວມສໍາພາດສົດໃນລາຍການສັນຈອນຂອງວິທະ ຍຸຫວຽດນາມປະຈໍານະຄອນໂຮ່ຈິມິງ ຊື່ງເປັນຊ່ອງທີ່ໄດ້ຮັບຄວາມສົນໃຈຈາກສັງຄົມກໍ່ຄືປະຊາຊົນຫວຽດນາມຫລາຍທີ່ສຸດ, ຢ້ຽມຢາມສະຖານີວິທະຍຸ ແລະໂທລະພາບແຂວງໄຕນິງ, ສະຖານີເຄື່ອງສົ່ງເຂດພາກໃຕ້ນະຄອນເກີ່ນເທີຊື່ງເປັນສະຖານີເຄື່ອງສົ່ງທີ່ໃຫ່ຍທີ່ສຸດໃນອາຊຽນ ແລະສະຖານທີ່ທ່ອງທ່ຽວສໍາຄັນອີກຈໍານວນໜື່ງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version