Home ຂ່າວພາຍໃນ ນາຍົກລັດຖະມົນຕີສຳເລັດການຢ້ຽມຢາມຫຼວງພະບາງ

ນາຍົກລັດຖະມົນຕີສຳເລັດການຢ້ຽມຢາມຫຼວງພະບາງ

0

ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໃນໂອກາດຢ້ຽມຢາມແຂວງຫຼວງພະບາງໃນວັນທີ 7 ສິງຫາ 2022 ນີ້ ຢູ່ສະຖານີ ລົດໄຟລາວ-ຈີນ ບ້ານຊຽງລ້ອມ ນະຄອນ-ຫຼວງພະບາງ.

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ສະຖານີຫຼວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ, ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ, ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະດົກໂລກຫຼວງພະບາງ, ມີພະນັກງານທັງໝົດ ເກືອບ 100 ຄົນ,ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສິ່ງອຳນວຍຄວາມສະດວກ, ເປັນຕົ້ນຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອຶ່ນໆ, ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 200.000ປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່ຊຶ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ, ສ່ວນສະຖານີຂົນສົ່ງສິນຄ້າ ແມ່ນມີ 2 ຊ່ອງທາງສຳລັງຄ່ຽນຖ່າຍສິນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສິນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສິນຄ້າປະມານ 10.000 ຕາແມັດ ສາມາດຮອງຮັບຕູ້ສິນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕນຕໍ່ປີ, ປັດຈຸບັນມີສິນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສິນຄ້ານຳເຂົ້າປະກອບມີປະເພດປຸ໋ຍ ແລະເຫຼັກຈຳນວນໜຶ່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສິນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕນ.

ພ້ອມດຽວກັນນີ້ ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ຢູ່ສະຖານີລົດໄຟຫຼວງພະບາງ ພ້ອມກັນຄົ້ນຄວ້າ,ປັບປຸງຂອດບໍລິການ ຢູ່ສະຖານີຫຼວງພະບາງ ເປັນຕົ້ນແມ່ນລະບົບການຂາຍປີ້ຂຶ້ນລົດໄຟ ທີ່ທັນສະໄໝ ແລະສະດວກສະບາຍກວ່າເກົ່າ,ການໃຫ້ບໍລິການປິ່ນອ້ອມສະຖານີ້,ຈຸດບໍລິການຜ່ານທາງໂດຍສານ,ຮ້ານອາຫານ,ຈຸດກວດກາຄົນເຂົ້າອອກ,ດ່ານພາສີ ແລະອື່ນໆ.

ຕໍ່ມາໃນວັນທີ 8 ສິງຫາ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວເຮັດວຽກ ແລະພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງ ໂດຍໃຫ້ການຕ້ອນຮັບ ຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍພະນັກງານການນໍາຫຼັກແຫຼ່ງພາຍໃນແຂວງ.

ທ່ານນາຍົກ ໄດ້ຍົກໃຫ້ເຫັນເງື່ອນໄຂສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປ່ຽນແປງຢ່າງສັບສົນຊຶ່ງໄດ້ສົ່ງຜົນກະທົບໃຫຍ່ຫຼວງ ຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຫຼາຍປະເທດໃນໂລກ ລວມທັງຢູ່ ສປປ ລາວ ເຮົາແລະດ້ວຍຄວາມເອົາໃຈໃສ່ບຸກບືນ ແລະຕັດສິນໃຈສູງຂອງການນໍາພັກ-ລັດ ຕາມທິດຫັນປ່ຽນໃໝ່ ຢ່າງແຂງແຮງ ເລິກເຊິ່ງ ແລະຮອບດ້ານ ຈຶ່ງໄດ້ພ້ອມກັນຜ່ານຜ່າອຸປະສັກດັ່ງກ່າວ, ພ້ອມດຽວກັນນີ້ ກໍໄດ້ຕີລາຄາຕໍ່ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແຂວງຫຼວງພະບາງ ຊຶ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ອັນໄດ້ປະກອບສ່ວນເຮັດໃຫ້ແຂວງສືບຕໍ່ຮັກສາສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ; ເສດຖະກິດໄດ້ຮັບການຂະຫຍາຍຕົວດີຂຶ້ນເປັນລໍາດັບ. ເພື່ອເປັນທິດທາງໃນການແກ້ໄຂຂໍ້ຄົງຄ້າງ ແລະເປັນແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນຊີ້ນໍາ ແລະເນັ້ນໜັກໃຫ້ການນໍາ ແລະພະນັກງານຫຼັກແຫຼ່ງພາຍໃນແຂວງຫຼວງພະບາງ ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເປັນຮູບປະທຳຢ່າງຮີບດ່ວນ,ສຸມໃສ່ຊຸກຍູ້ ແລະຕິດຕາມ ບັນດາໂຄງການທີ່ສໍາຄັນ ເປັນທ່າແຮງຂອງແຂວງ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ປະສົບຜົນສໍາເລັດ ຕາມແຜນການທີ່ກຳນົດໄວ້ ແລະໃຫ້ໄດ້ຕາມມາດຕະຖານສາກົນ; ທີ່ສໍາຄັນແມ່ນໃຫ້ອົງການປົກຄອງແຂວງຫຼວງພະບາງ ສືບຕໍ່ຄຸ້ມຄອງເສດຖະກິດ ໃຫ້ມີຄວາມໝັ້ນທ່ຽງ,ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນງົບປະມານແຫ່ງລັດ,ຕາມຄາດໝາຍແຜນການທ້າຍປີຢ່າງມີຜົນສໍາເລັດ,ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ,ປະສານສົມທົບກັບຜູ້ພັດທະນາດ້ານຕ່າງໆຢູ່ພາຍໃນແຂວງ ໃນການຈັດເກັບລາຍຮັບໃຫ້ຖືກຕ້ອງ ແລະໄດ້ຕາມແຜນການທີ່ວາງໄວ້.ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ ແລະບັນຫາທີ່ສັງຄົມໃຫ້ຄວາມສົນໃຈ; ເພື່ອປັບປຸງແກ້ໄຂໃຫ້ທັນການແລະພ້ອມກັນສົມທົບກັບຄະນະຮັບຜິດຊອບທາງລົດໄຟ ໂດຍສະເພາະແມ່ນຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ ໃນການປັບປຸງຂອດບໍລິການຕ່າງໆທີ່ປິ່ນອ້ອມ ເປັນຕົ້ນແມ່ນການຂາຍປິ້ລົດໄຟ ໃຫ້ເປັນລະບົບທັນສະໄໝ,ຈຸດບໍລິການພາຍໃນສະຖານີ ແລະການບໍລິການອ້ອມນອກສະຖານີ ໃຫ້ເປັນລະບຽບຮຽບຮ້ອຍຄົບຊຸດ,ສ້າງຈຸດເຊື່ອມຕໍ່-ເຊື່ອມຈອດ ແລະຄ່ຽນຖ່າຍສິນຄ້າ ໃຫ້ມີຄຸນນະພາບ ໂດຍການມີສ່ວນຮ່ວມຂອງແຂວງຫຼວງພະບາງ.

ຂ່າວ: ເພັດສາຄອນ ສິມມະວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version