Home ຂ່າວພາຍໃນ ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI

ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI

0

ເຊື່ອມຊຶມມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ແລະວຽກງານປ້ອງກັນພັກ – ພະນັກງານໃນໄລຍະໃໝ່ໄດ້ຈັດຂຶ້ນໃນວັນທີ 9 ສິງຫານີ້ທີ່ສູນກາງຊາວໝຸ່ມປະຊາຊົນປະຕິວັດລາວ (ສຊປລ), ໂດຍການເຜີຍແຜ່ຂອງທ່ານມອນໄຊລາວມົວຊົງເລຂາຄະນະບໍລິຫານງານສຊປລ, ມີບັນດາທ່ານຮອງເລຂາ,ພະນັກງານພາຍໃນສຊປລເຂົ້າຮ່ວມຮັບຟັງ.

ທ່ານມອນໄຊລາວມົວຊົງໄດ້ກ່າວວ່າ: ກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XIໄດ້ດຳເນີນແຕ່ວັນທີ 18-26 ພຶດສະພາ 2022ທີ່ສຳນັກງານສູນກາງພັກປະຊາຊົນປະຕິວັດລາວ,ພາຍໃຕ້ການເປັນປະທານຂອງສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກອງປະຊຸມໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນແລະສາກົນໃນປັດຈຸບັນແລະຄາດຄະເນທ່າຂະຫຍາຍຕົວໃນຕໍ່ໜ້າ,ຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແລະແຜນເງິນຕາຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ສຶບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລືແລະໃຫ້ທິດຊີ້ນຳກ່ຽວກັບການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍແລະກາງແລະຈຸນລະວິສາຫະກິດໃຫ້ມີຄວາມເຂັ້ມແຂງ, ເພີີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ,ປັບປຸງລະບົບການຈັດຕັ້ງ, ກົງຈັກແລະກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດຕາມທິດເຂັ້ມແຂງແລະມີປະສິດທິພາບ, ຄະນະບໍລິຫານງານສູນກາງພັກໄດ້ຄົ້ນຄວ້າ, ປຶກສາຫາລືແລະໃຫ້ທິດຊີ້ນຳເບື່ອງຕົ້ນກ່ຽວກັບການຄົ້ນຄວ້າທິດສະດີແລະສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລືແລະໃຫ້ທິດຊີ້ນຳກ່ຽວກັບການກະກຽມການດຳເນີນກອງປະຊຸມວຽກງານການເມືອງແນວຄິດທົ່ວປະເທດຄັ້ງທີ V, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກແລະວຽກງານສາມສ້າງກອງປະຊຸມສະຫຼຸບຂະບວນການຂໍ້ແຂ່ງຂັນຮັກຊາດແລະພັດທະນາແລະຄະນະບໍລິຫານງານສູນກາງພັກໄດ້ວາງວຽກງານຈຸດສຸມໃນການນຳພາຊີ້ນຳຂອງຕົນແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ XI.

ໃນວັນດຽວກັນທ່ານນວນທອງສຸວັນວິໄຊຮອງເລຂາຄະນະບໍລິຫານງານສຊປລກໍໄດ້ເຊື່ອມຊຶມຂໍ້ກຳນົດຂອງຄະນະເລຂາທິການສູນກາງພັກວ່າດ້ວຍວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່ແລະທ່ານທອງຈັນພູມີພັນຮອງເລຂາຄະນະບໍລິຫານງານສຊປລກໍໄດ້ເຊື່ອມຊຶມບົດແນະນຳສະບັບເລກທີ 63/ຄຈສພກ່ຽວກັບການຈັດຕັ້ງປະຕິບັດຂໍ້ກຳນົດ 02/ຄລສພວ່າດ້ວຍການປ້ອງກັນພັກ-ພະນັກງານໃນໄລຍະໃໝ່.

ຂ່າວ-ພາບ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version