Home ຂ່າວພາຍໃນ ວຽງຈັນເຊັນເຕີ ເປີດງານວາງສະແດງລົດ ຄຸນນະພາບ

ວຽງຈັນເຊັນເຕີ ເປີດງານວາງສະແດງລົດ ຄຸນນະພາບ

0

ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານວຽງຈັນເຊັນເຕີ ມໍເຕີໂຊ(Vientiane Center Mo tor Show) ຂຶ້ນໃນລະຫວ່າງວັນທີ 6-14 ສິງຫາ 2022 ພາຍໃຕ້ສະໂລແກນ “ເຕັກໂນໂລຊີ ການຂັບເຄື່ອນເກີນຂີດຈຳກັດ” ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປີດງານດັ່ງກ່າວ, ມີທ່ານ ຈະເລີນ ສຸນີຈັນ ຫົວໜ້າພະແນກສົ່ງເສີມການຕະຫລາດ ກົມສົ່ງເສີມການຄ້າ ກະ ຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ຊູປໍຣ ຫົວໜ້າຄະນະບໍລິຫານຝ່າຍພັດທະນາເສດຖະກິດ ສູນການຄ້າວຽງຈັນເຊັນເຕີ ແລະ ຕຶກສໍານັກງານ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ພາຍໃນງານປະກອບມີຫລາກຫລາຍ ບໍລິສັດ ຕົວແທນຈຳໜ່າຍລົດ ເຂົ້າຮ່ວມເປັນຕົ້ນບີວາຍດີ, ຈີເອຊີ ມໍເຕີລາວ; ຈີດັບເບີນຢູເອັມ ເກັສວໍມໍເຕີ; ຮອນດານິວຈິບເຊັງ; ໂອໂຕເວີໂຄລາວ ດີວິລົບພິງ ຈໍາກັດຜູ້ດຽວ ຈໍາໜ່າຍລົດເກຍ, ຮຸນໄດ; ບໍລິສັດແກ້ວໂອໂຕກຣຸບ ຈໍາກັດຜູ້ດຽວ; ບໍລິສັດ ເອັມຈີຊີຕີລາວ, ບໍ ລິສັດ ຕັງຈົງມໍເຕີ ລາວ ຕົວແທນຈໍາໜ່າຍລົດນິສັນ; ບໍລິສັດ ເຄພີ 3 ຈີ ແລະ ໂນມູລະເທດດິງ ຈໍາກັດ ຈໍາໜ່າຍລົດຊູຊຸກິ; ຄິງສະຕາວູຫລິງ ໂອໂຕ; ບໍລິສັດ ບີວີເຊີນ ອີລິດມໍເຕີສະປອດ, ບໍລິສັດ ອີເຮົ້າ ແອດເວີທາຍຊິງ ຈໍາກັດຜູ້ດຽວ, ບໍລິສັດ ຊິວໂຣດ ມີເດຍ ແລະ ເມເຈີແພັດຕິນໍາຊີນິເພັກ.

ງານ Vientiane Center Motor Show ເປັນງານປະຈໍາປີ ຂອງສູນການຄ້າວຽງຈັນເຊັນເຕີ ເຊິ່ງຈັດຂຶ້ນເປັນປິທີ 5 ໂດຍມີຈຸດປະສົງເພື່ອວາງສະແດງລົດ ເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ໃຫ້ແກ່ລູກຄ້າ, ເປັນອີກທາງເລືອກໜຶ່ງໃນການຊ່ວຍໃຫ້ລູກຄ້າຕັດສິນໃຈຊື້ລົດ ທີ່ມີຄຸນນະພາບ ລາຄາເໝາະສົມ ພ້ອມມີຫລາກຫລາຍ ໂປໂມຊັນ ຈາກຕົວແທນຈໍາໜ່າຍຄ້າຍລົດທີ່ເຂົ້າຮ່ວມ. ນອກນັ້ນ, ພາຍໃນງານຍັງມີກິດຈະກໍາສົ່ງເສີມຄວາມສາມາດຂອງເດັກນ້ອຍ ແລະ ເຍົາວະຊົນ ໂດຍພາຍໃຕ້ກິດຈະກໍາ ທີ່ມີຊື່ ວ່າ: Kids Talent 2022 ເຊິ່ງແບ່ງເປັນ 2 ລຸ້ນ ຄື: ລຸ້ນ 6-11 ປີ ແລະ ລຸ້ນ 12-15 ປີ ເຊິ່ງຈະຈັດຂຶ້ນໃນວັນທີ 10-14 ສິງຫາ 2022 ນີ້.

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version