Home ຂ່າວຕ່າງປະເທດ ສະເຫລີມສະຫລອງ 55 ປີ ແຫ່ງວັນສ້າງຕັ້ງ ອາຊຽນ

ສະເຫລີມສະຫລອງ 55 ປີ ແຫ່ງວັນສ້າງຕັ້ງ ອາຊຽນ

0

ຕາມ​ຂ່າວ​ຈາກ VOVWORLD, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 55 ປີ ແຫ່ງວັນສ້າງຕັ້ງ ສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ (8/8/1967 – 8/8/2022) ແລະ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 – 28/7/2022), ​ໃນວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງ ການຕ່າງ ປະເທດ ໄດ້ຈັດພິທີ ຊັກທຸງ ອາຊຽນຂຶ້ນ ​ໂດຍ​ມີ ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ ເປັນເຈົ້າພາບ ​ແລະ​ ມີບັນດາ ເອກອັກ ຄະລັດ ຖະທູດ ປະເທດ ອາຊຽນ, ການນຳ ບັນດາກະຊວງ, ຂະແໜງການ ທີ່​ກ່ຽວຂ້ອງ ​ເຂົ້າຮ່ວມ ຢ່າງ​ພ້ອມພຽງ. ວັນທີ 8 ສິງຫາ 1967, ສະມາຄົມ ປະຊາຊາດ ອາຊີ ຕາເວັນອອກ ສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງ, ເປີດສາກ ໃຫ້ແກ່ ການຮ່ວມສຳພັນ ອັນເລິກເຊິ່ງ, ກ້ວາງຂວາງ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ ແລະ ພາກພື້ນ. ຜ່ານໄລຍະ 55 ປີ ແຫ່ງການສ້າງສາ ແລະ ພັດທະນາ, ປະຈຸບັນ, ອາຊຽນ ແມ່ນໜຶ່ງ ໃນບັນດາ ອົງການ ພາກພື້ນສຳຄັນ, ມີອິດທິພົນ ຊື່ສຽງ ແລະ ປະສົບ ຜົນສຳເລັດ ໃນໂລກ, ແມ່ນຊາຍຄາລວມ ຂອງປະຊາຊົນ ກ່ວາ 650 ລ້ານຄົນໃນ 10 ປະເທດ ສະມາຊິກ ທີ່ມີພື້ນຖານ ວັດທະນະທຳ ທີ່ມີ ຫລາຍຮູບ ຫລາຍແບບ, ເປັນປະຊາຄົມ ເສດຖະກິດໃຫຍ່ ອັນດັບ 5 ຢູ່ໃນໂລກ, ແມ່ນຄູ່ຮ່ວມມື ໄວ້ເນື້ອ ເຊື່ອໃຈ ແລະ ສຳຄັນ ຂອງຫລາຍ ປະເທດ, ສວມບົດບາດ ໃຈກາງ ຂອງບັນດາ ວິວັດການ ເຈລະຈາ, ຮ່ວມມື ແລະ ຮ່ວມສຳພັນທີ່ສຳຄັນ ຢູ່ພາກພື້ນ. ເນື່ອງໃນໂອກາດນີ້, ທ່ານ ບຸ່ຍ ແທັງເຊີນ ມີບົດຂຽນ “55 ປີ ອາຊຽນ – ວິໄສທັດ ໜຶ່ງ, ສີສັນໜຶ່ງ, ປະຊາ ຄົມໜຶ່ງ” ​ໄດ້ຢັ້ງຢືນວ່າ: ອາຊຽນ ຮັກສາ ທີ່ຕັ້ງ ສຳຄັນ ໃນນະໂຍບາຍ ການຕ່າງປະເທດ ແລະ ເຊື່ອມໂຍງ ເຂົ້າກັບ ສາກົນ ຂອງຫວຽດນາມ. ການເຂົ້າຮ່ວມ ອາຊຽນ ໃນປີ 1995 ແມ່ນລັດຖະນະໂຍບາຍ ມີລັກສະນະ ຍຸດທະສາດ ຂອງພັກ ແລະ ລັດ ຫວຽດນາມ, ປະກອບສ່ວນ ສ້າງໂສມ ໜ້າໃໝ່ ກ່ຽວກັບ ການ ເຊື່ອມໂຍງ ເຂົ້າກັບສາກົນ ແລະ ການພັດທະນາ ຂອງປະເທດຊາດ, ປັບປຸງ ສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນ ລະພາບ, ຍາດແຍ່ງແຫລ່ງ ກຳລັງ ພາຍນອກ ເພື່ອສ້າງສາ ແລະ ປົກປັກ ຮັກສາ ປະເທດຊາດ ກໍ່ຄືຍົກລະດັບ ອິດທິພົນ ຊື່ສຽງ, ທີ່ຕັ້ງບົດບາດ ຂອງ ປະເທດຊາດ. ດ້ວຍທິດນຳ ເປັນເຈົ້າການ, ຕັ້ງໜ້າ, ຈິງໃຈ, ໄວ້ເນື້ອ ເຊື່ອໃຈ ແລະ ມີຄວາມ ຮັບຜິດຊອບ, ຫວຽດນາມ ສືບຕໍ່ມານະພະຍາຍາມ ຈົນສຸດ ຄວາມສາມາດ ຂອງຕົນ ພ້ອມກັບ ອາຊຽນ ສືບຕໍ່ ປະຕິບັດ ການສ້າງ ປະຊາຄົມ ອາຊຽນ ໃຫ້ສຳເລັດຜົນ, ປະກອບສ່ວນ ສຳຄັນ ເຂົ້າໃນ ສັນຕິ ພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ຢູ່ໃນໂລກ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version