Home ຂ່າວພາຍໃນ ໂທລະພາບກອງທັບ ເຮັດໜ້າທີ່ການເມືອງໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານອອກສູ່ສັງຄົມ

ໂທລະພາບກອງທັບ ເຮັດໜ້າທີ່ການເມືອງໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານອອກສູ່ສັງຄົມ

0

ຕະຫລອດໄລຍະ 72 ປີທີ່ຜ່ານມາ, ສື່ມວນຊົນລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ ໂດຍສະເພາະກອງໂທລະພາບກອງທັບ ປະຊາຊົນລາວ, ລວມທັງບັນດາສື່ມວນຊົນລາວ ໃນທຸກຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ປະກອບສ່ວນອັນສຳຄັນ, ທັງເປັນກະບອກສຽງອັນແຫລມຄົມ ໃຫ້ແກ່ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ລວມທັງເຫດ ການສຳຄັນຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມ ໄດ້ຮັບຮູ້ຂໍ້ມູນຂ່າວສານຕ່າງໆຢ່າງທົ່ວເຖິງ.

ໃນວັນທີ 8 ສິງຫາ 2022 ນີ້, ທ່ານ ພັນເອກ ຈະເລີນສຸກ ວັງເວີນໂຂງ ຫົວໜ້າການທະຫານກອງໂທລະພາບກອງທັບ ໄດ້ໃຫ້ສຳພາດ ເນື່ອງໃນໂອກາດກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນໃນໄລຍະ 72 ປີ ຜ່ານມາຈົນເຖິງປັດຈຸບັນ. ພ້ອມທັງຊີ້ໃຫ້ເຫັນ ໃນຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນເລີ່ມມີພາສາປາກເວົ້າ ແລະ ຕົວໜັງສື, ຄົນເຮົາກໍເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປິວ ແລະ ໜັງສືພິມ, ວິທະຍຸ, ໂທລະພາບຕາມລຳດັບ. ນັ້ນແມ່ນທີ່ມາຂອງການກໍາເນີດສື່ມວນຊົນຂອງແຕ່ລະປະເທດ ສະເພາະ ສປປ ລາວເຮົາ ປະຫວັດສື່ມວນຊົນລາວ ຍາມໃດກໍຕິດພັນສະໜິດແໜ້ນກັບປະ ຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ສະແດງອອກໃນມື້ສ້າງຕັ້ງແນວລາວອິດສະລະ, ພັກເຮົາກໍໄດ້ໃຫ້ກໍາເນີດໜັງສືພິມປະຕິວັດສະບັບທຳອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນ ຄືວັນທີ 13 ສິງຫາ 1950 ເຊິ່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈຳໜ່າຍມາຮອດປັດຈຸບັນ.

ທ່ານ ພັນເອກ ຈະເລີນສຸກ ວັງເວີນໂຂງ ໃຫ້ຮູ້ອີກວ່າ: ສຳລັບ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງໂທລະພາບກອງທັບ ປະຊາຊົນລາວ, ພາຍຫລັງໄດ້ຮັບການສ້າງຕັ້ງ ແລະ ເປີດນຳໃຊ້ຢ່າງເປັນທາງການ ກໍໄດ້ຕັ້ງໜ້າເຮັດໜ້າທີ່ການເມືອງ, ເປັນກະບອກສຽງໃຫ້ແກ່ພັກ, ລັດ ກໍຄື ກະຊວງປ້ອງກັນປະເທດ ໃນການໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ນຳສະເໜີຜົນ ງານອັນພົ້ນເດັ່ນທາງດ້ານການເມືອງ, ການທະຫານ, ວັດທະນະທຳສັງຄົມ, ເສດຖະກິດ ແລະ ນຳສະເໜີຂໍ້ມູນຂ່າວສານສະລະບັນເທີງຕ່າງໆ ທັງພາຍໃນ ແລະ ຕ່າງປະະເທດ ລົງສູ່ຖັນແຖວກອງທັບ ແລະ ປະ ຊາຊົນບັນດາເຜົ່າຢ່າງກວ້າງຂວາງ. ພ້ອມທັງ ໄດ້ລົງເລິກຮາກຖານ, ກົມກອງທ້ອງຖິ່ນ ເພື່ອໃກ້ຊິດຕິດ ແທດ, ເອົາເຫດການຕົວຈິງ, ເອົາຜົນງານຕົວຈິງຂອງການ ເຄື່ອນໄຫວຕົວຈິງ ໃນການເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາສ້າງເປັນຂ່າວ, ເປັນບົດ ແລະ ສາລະຄະດີ ເພື່ອນຳມາເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຮູ້ຢ່າງທົ່ວເຖິງ ທັງພາຍໃນ ແລະ ຕ່າງປະເທດ.

ພາຍໃຕ້ລະບອບໃໝ່ ແລະ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກ ປປ ລາວ ວຽກງານສື່ມວນຊົນໄດ້ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບ, ສ່ວນໃນດ້ານວຽກງານການພິມ ກໍຄືໂຮງພິມຈາກປີ 1975 ມີພຽງບໍ່ເທົ່າໃດແຫ່ງ, ແຕ່ປັດຈຸບັນໂຮງພິມກໍໄດ້ມີການພັດທະນາທັງຈຳນວນ ແລະ ຄຸນນະພາບການພິມໄປສູ່ຄວາມທັນສະໄໝເທື່ອລະກ້າວ. ພ້ອມນັ້ນ, ພາກສ່ວນເອກະຊົນກໍຍັງມີສ່ວນຮ່ວມຢ່າງຕັ້ງໜ້າໃນການພັດທະນາວຽກງານສື່ມວນຊົນ ແລະ ການພິມ ເຊິ່ງເປັນການປະກອບສ່ວນໃນການເປັນກະບອກສຽງຂອງອົງການຈັດຕັ້ງຂອງພັກ, ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ທັງສາມາດສະໜອງຂໍ້ມູນຂ່າວສານຕ່າງໆ ໄດ້ຢ່າງທົ່ວເຖິງ.

ທ່ານ ພັນເອກ ຈະເລີນສຸກ ວັງເວີນໂຂງ ໃຫ້ຮູ້ອີກວ່າ: ປັດຈຸບັນ, ວຽກງານສື່ມວນຊົນມີທັງຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ເຊິ່ງຂໍ້ສະດວກຄື: ມີເຕັກໂນໂລຊີທີ່ທັນສະໄໝ, ຮັບຂໍ້ມູນຂ່າວສານວ່ອງໄວທັນການ, ການພິມກໍມີຄວາມສວຍງາມ, ທັນສະໄໝ, ສ່ວນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍແມ່ນຂໍ້ມູນຂ່າວສານທີ່ບໍ່ເປັນທາງການຜ່ານສື່ສັງຄົມອອນລາຍ ໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ. ຢ່າງໃດກໍຕາມ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ປື້ມຕໍາລາ ຍັງຈະສືບຕໍ່ໂຄສະນາເຜີຍແຜ່ຢ່າງກວ້າງຂວາງຢ່າງມີຄຸນຄ່າຫລາຍທີ່ສຸດ ໃຫ້ແກ່ສັງຄົມໃນຍຸກປັດຈຸບັນ ແລະ ອະນາຄົດ.

ພ້ອມນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ສື່ມວນຊົນລາວ ໃນທຸກຂະແໜງການ ສືບຕໍ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ເປັນມູນຄວາມຈິງ, ບໍ່ບິດເບືອນ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານຕ່າງໆຢ່າງຖືກຕ້ອງ, ຊັັດເຈນ. ພ້ອມນັ້ນ, ສື່ມວນຊົນລາວຕ້ອງມີຈັນຍາບັນ, ຈັນຍາທຳ, ຕ້ອງມີຄວາມຮັບຜິດຊອບສູງ ຕໍ່ພາລະກິດ, ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ເພື່ອເຮັດໃຫ້ວຽກງານສື່ມວນຊົນ ດຳເນີນໄປດ້ວຍຄວາມຖືກຕ້ອງ, ສອດຄ່ອງ ຕາມແນວທາງນະໂຍບາຍຂອງພັກ, ລັດ ວາງອອກ.

ຂ່າວ: ທະນູທອງ ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version