Home ຂ່າວການເມືອງ ພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ...

ພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ 55 ປີ ແຫ່ງການສ້າງຕັ້ງອາຊຽນ

0

ຕອນເຊົ້າຂອງ ວັນທີ 8 ສິງຫາ 2022, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997) ແລະ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967- 8 ສິງຫາ 2022) ທີ່ກະຊວງການຕ່າງປະເທດ ໂດຍມີບັນດາລັດຖະມົນຕີທີ່ຮັບຜິດຊອບສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກອາຊຽນປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມໝາຍອັນສໍາຄັນຂອງອາຊຽນ ກໍຄືຜົນສໍາເລັດດ້ານຕ່າງໆທີ່ອາຊຽນຍາດມາໄດ້ຕະຫຼອດໄລຍະ 55 ປີຜ່ານມາ, ໂດຍສະເພາະການຮ່ວມມື ຕາມວິຖີທາງຂອງອາຊຽນ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາຈົນກາຍເປັນປະຊາຄົມອາຊຽນໃນປັດຈຸບັນ ແລະ ເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ ຊຶ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນກໍຄືໃນໂລກ.

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການປະກອບສ່ວນຂອງ ສປປ ລາວ ໃນວຽກງານອາຊຽນ ຕະຫຼອດ 25 ປີ ຜ່ານມາ ແລະ ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືກັບປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງໃນຕໍ່ໜ້າ, ລວມທັງເພື່ອກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ຂ່າວ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version