Home ຂ່າວການເມືອງ 3 ອົງການຈັດຕັ້ງມະຫາຊົນ ສື່ສິ່ງພິມໃນກອງທັບ ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາເປຕັງມິດຕະພາບ ຕ້ອນຮັບວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ

3 ອົງການຈັດຕັ້ງມະຫາຊົນ ສື່ສິ່ງພິມໃນກອງທັບ ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາເປຕັງມິດຕະພາບ ຕ້ອນຮັບວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 72 ປີ

0

3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ-ແມ່ຍິງ) ກອງບັນນາທິການໜັງສືພິມກອງທັບ, ກອງວາລະສານປ້ອງກັນຊາດ ແລະ ໂຮງພິມກອງທັບ ຮ່ວມກັນຈັດກິດຈະກໍາແຂ່ງຂັນກິລາເປຕັງມິດຕະພາບ ເພື່ອຂໍ່ານັບຕ້ອນຮັບວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ (13 ສິງຫາ 1950-13 ສິງຫາ 2022) ຂຶ້ນທີ່ເດີ່ນກິລາເປຕັງໂຮງພິມກອງທັບ ໃນທ້າຍອາທິດຜ່ານມາ, ມີສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ-ແມ່ຍິງ) ແລະ ນັກກິລາ ທັງ 3 ກົມກອງດັ່ງກ່າວ ເຂົ້າຮ່ວມ.

ສະຫາຍ ພັນໂທ ຊິມ ຫຼ້າສິມມາ ຮອງຫົວໜ້າພະແນກໂຄສະນາ ເລຂາໜ່ວຍຊາວໜຸ່ມກົມໂຄສະນາອົບຮົມ ແລະ ວາລະສານປ້ອງກັນຊາດ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງການຈັດກິດຈະກໍາແຂ່ງຂັນກິລາມິດຕະພາບຮ່ວມກັນໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ເວົ້າສະເພາະແມ່ນຂໍ່ານັບຮັບຕ້ອນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ, ການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ, ວັນສ້າງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ທັງເປັນການພົບປະສ້າງຄວາມສາມັກຄີຮັກແພງລະຫວ່າງຄະນະພັກ-ຄະນະບັນຊາ ແລະ ພະນັກງານທັງ 3 ກົມກອງໃຫ້ມີຄວາມແໜ້ນແຟ້ນ, ພ້ອມກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ການແຂ່ງຂັນໄດ້ແບ່ງເປັນ 3 ປະເພດຄື: ທີມຄະນະພັກມີ 4 ທີມ, ທີມຊາວໜຸ່ມມີ 3 ທີມ ແລະ ທີມແມ່ຍິງ 3 ທີມ.ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເຕັມໄປດ້ວຍໄມຕຣີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງເຊິ່ງກັນ ແລະກັນ.

ຂ່າວ-ພາບ: ບິກໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version