Home ຂ່າວພາຍໃນ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງອົງການກວດສອບແຫ່ງລັດ

ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງອົງການກວດສອບແຫ່ງລັດ

0

ພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຮອບ 24 ປີ (5 ສິງຫາ 1998- 5 ສິງຫາ 2022) ໄດ້​ຈັດ​ຂຶ້ນ​ໃນວັນທີ 5 ສິງຫາ ນີ້ ທີ່ສະໂມສອນອົງການກວດ​ສອບ​ແຫ່ງ​ລັດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ມີຄະນະນຳ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າເຂົ້າຮ່ວມ.

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ຫວນຄືນມູນເຊື້ອ ປະຫວັດຄວາມເປັນມາຂອງອົງການກວດສອບ​ໃນແຕ່ລະໄລຍະ, ຕະຫຼອດໄລຍະເວລາ 24 ປີ ທີ່ຜ່ານມາ ອົງການກວດສອບແຫ່ງລັດໄດ້ມີຄວາມເຕີບໃຫຍ່ຂະ​ຫຍາຍ​ຕົວໃນແຕ່ລະດ້ານຄື: ດ້ານໂຄງປະກອບການຈັດຕັ້ງ ເບື້ອງຕົ້ນມີແຕ່ ຫ້ອງການ ກັບ ສອງກົມວິຊາສະເພາະ, ແຕ່ປັດຈຸບັນມີ 1 ຫ້ອງການ, 4 ກົມວິຊາສະເພາະ, 4 ກົມປິ່ນອອ້ມ, 1 ສະຖາບັນຄົ້ນຄວ້າ ແລະ ມີອົງການກວດສອບປະຈຳພາກ (ພາກເໜືອ, ພາກກາງ, ພາກ ເໜືອ 2, ພາກໃຕ້ ແລະ ພາກກາງ 2), ດ້ານບຸກຄະລາກອນ ແມ່ນໄດ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ, ດ້ານພື້ນຖານໂຄງລ່າງ ກໍໄດ້ຮັບການກໍ່ສ້າງ ແລະ ປັບປຸງ​ດີຂຶ້ນເທື່ອລະກ້າວ, ວຽກງານພົວພັນກັບຕ່າງປະເທດກໍໄດ້ຮັບຜົນສຳເລັດຢ່າງສູງໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະຫະພັນສະຖາບັນກວດສອບອາຊີຕາເວັນອອກສຽງໃຕ້ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ.

ສ່ວນການປະຕິບັດພາລະບົດບາດຕາມລັດຖະທຳມະນູນ ແລະ ກົດໝາຍ ວ່າດ້ວຍ ການກວດສອບແຫ່ງລັດ ແມ່ນມີຜົນສຳເລັດເປັນຢ່າງສູງ, ສະພາແຫ່ງຊາດ ແລະ ລັດຖະບານໄດ້ອອກຄຳສັ່ງ ແລະ ແຈ້ງການຕ່າງໆ ເພື່ອກຳນົດມາດຕະການແກ້ໄຂເຮັດໃຫ້ສາມາດເກັບກູ້ ຫຼື ຮຽກເກັບເງິນຄືນເຂົ້າສູ່ລະບົບງົບປະມານເປັນຈຳນວນຫຼວງຫຼາຍດ້ວຍເງິນສົດ ແລະ ລະບົບການຈົດຮັບ-ຈົດຈ່າຍໃນລະບົບງົບປະມານແຫ່ງລັດ, ບັນດາປະກົດການລະເມີນວິໃນແຜນການ-ການເງິນຄ່ອຍໆຖືກຈຳກັດ ແລະ ຫຼຸດໜ້ອຍຖອຍລົງເປັນຕົ້ນ ການສ້າງໂຄງການນອກແຜນມາຮອດປັດຈຸບັນເຫັນວ່າເກືອບບໍ່ມີ.

ທ່ານກ່າວຕື່ມວ່າ: ມູນເຊື້ອ ແລະ ຜົນງານທີ່​ອົງການກວດສອບແຫ່ງລັດ ​ຍາດ​ມາ​ໄດ້​ຕະຫຼອດໄລຍະ 24 ປີນັ້ນ ​ແມ່ນຍ້ອນ​ຄະນະ​ພັກ​-ຄະນະນໍາ, ການນໍາແຕ່ລະຂັ້ນ​ມີ​ຄວາມ​ຮັບ​ຮູ້​ເຂົ້າ​​ໃຈ ​ແລະ ​ໄດ້​ຊີ້​ນຳ-​ນຳພາ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ​ໃຫ້​ແກ່​ຄະນະ​ກວດສອບແຫ່ງລັດເຄື່ອນ​ໄຫວ​ປະຕິບັດ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ ຂອບ​ເຂດ​ສິດ​ຕາມ​ທີ່​ໄດ້​ກຳນົດ​ໄວ້. ໃນ​ນັ້ນ, ຄະນະພັກ-ຄະນະນຳຂອງແຕ່​ລະເປົ້າໝາຍຖືກກວດສອບໄດ້ໃຫ້ການຮ່ວມມືໃນການ​ເຄື່ອນ​ໄຫວວຽກງານ​ກວດສອບນັບມື້ນັບກວ້າງຂວາງຂຶ້ນເລື້ອຍໆ; ຍ້ອນຄວາມເປັນເຈົ້າການບຸກບືນຕັ້ງໜ້າສູ້ຊົນປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ຈຶ່ງເຮັດໃຫ້ອົງການກວດສອບມີຜົນສຳເລັດ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version