Home ຂ່າວການເມືອງ ພິທີສະເຫຼີມສະຫຼອງສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ ປີ 2022

ພິທີສະເຫຼີມສະຫຼອງສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ ປີ 2022

0

ວັນທີ 3 ສິງຫາ 2022 ກະຊວງສາທາລະນະສຸກເເຫ່ງ ສປປ ລາວ, ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ໄດ້ຈັດງານສະເຫຼີມສະຫຼອງສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ ເຊີ່ງໄດ້ຈັດຂຶ້ນທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ງານດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ເເລະ ຍັງເຂົ້າຮວມໂດຍ ທ່ານ ນາງ ລາວັນ ສຸດທິສານ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ບາຍບາ ຊາຣີນາ, ວ່າການແທນອຸປະທູດຂອງຄະນະຜູ້ແທນ ສະຫະພາບເອີຣົບ ປະຈໍາ ສປປ ລາວ ເເລະ ທ່ານ ນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາອົງການຈັດຕັ້ງສັງຄົມ ແລະ ຄູ່ຮ່ວມພັດທະນາອື່ນໆ.

ການສະເຫຼີມສະຫຼອງ ສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ນັ້ນ ແມ່ນຈັດຂຶ້ນ​ໃນອາທິດທຳອິດຂອງທຸກໆ ເດືອນສິງຫາ, ໂດຍຫົວຂໍ້ຂອງການສະເຫຼີມສະຫຼອງປີນີ້ເເມ່ນ “ເພີ່ມຄວາມເຂົ້າໃຈ ແລະ ການສະໜັບສະໜູນສຳລັບການລ້ຽງລູກດ້ວຍນົມແມ່” ເຊີ່ງມີຈຸດປະສົງເພື່ອຊີ້ໃຫ້ເຫັນເຖີງຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກສ່ວນທີ່ກ່ຽວຂ້ອງທຸກຄົນໃນທົ່ວສັງຄົມເພື່ອປົກປ້ອງ, ສົ່ງເສີມ ແລະ ສະໜັບ​ສະ​ໜູນການລ້ຽງລູກດ້ວຍນົມແມ່. ໃນ ສປປ ລາວ, ສັບປະດາດັ່ງກ່າວ ຍັງມີຈຸດປະສົງເພື່ອສະໜັບສະໜູນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນສະຖານ​ທີ່ເຮັດວຽກ ເເລະ ນະໂຍບາຍທີ່ສົ່ງເສີມການລ້ຽງລູກດ້ວຍນົມແມ່.

ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ໄດ້ກ່າວວ່າ: “ນ້ຳນົມແມ່ສາມາດໃຫ້ໂພຊະນາການ ແລະ ພູມຄຸ້ມກັນຢ່າງສົມບູນແບບໃຫ້ເເກ່ເດັກ ເເລະ ສາມາດຊ່ວຍປ້ອງກັນການຕິດເຊື້ອຕ່າງໆ, ພ້ອມຍັງສົ່ງເສີມຄວາມຜູກພັນລະຫວ່າງແມ່ ແລະ ເດັກ. ຄຸນປະໂຫຍດຂອງນ້ຳນົມແມ່ນັ້ນເເມ່ນໄດ້ຮັບການຄົ້ນຄ​ວ້າຢ່າງດີ ແລະ ຫຼັກຖານຕ່າງໆ ຍັງສະແດງໃຫ້ເຫັນວ່າເດັກນ້ອຍທີ່ກິນນົມແມ່ມີໂອກາດຢ່າງນ້ອຍ 6 ເທົ່າໃນການຢູ່ລອດໃນໄລຍະຕົ້ນເດືອນເມື່ອທຽບໃສ່ເດັກນ້ອຍທີ່ບໍ່ໄດ້ກິນນົມແມ່.”

ມາດຕະການຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການໃຫ້ບໍລິການດ້ານໂພ​ຊະນາການສຳລັບເດັກໃນ ສປປ ລາວ ເເລະ ຜົນສຳເລັດຕ່າງໆ ທີ່ ສປປ ລາວ ໄດ້ບັນລຸໃນສຳລັບໂພຊະນາການຂອງເດັກໃນໄລຍະທີ່ຜ່ານມາ. ການປິດປະເທດ ແລະ ມາດຕະການຮັກສາໄລຍະຫ່າງນັ້ນ ກໍ່ຍັງໄດ້ເຮັດໃຫ້ພໍ່ແມ່ ແລະ ຜູ້ປົກຄອງບໍ່ສາມາດເຂົ້າເຖີງໂອກາດໃນການຮັບຄໍາປຶກສາການລ້ຽງລູກດ້ວຍນົມແມ່ ຈາກຜູ້ຊ່ຽວຊານ.

ນອກຈາກນັ້ນ, ການໄດ້ຮັບຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບໂຄວິດ-19 ແລະ ການຕະຫຼາດສຳລັບສິ່ງ​ທົດແທນນໍ້ານົມແມ່ໂດຍຜູ້ຜະລິດສິນຄ້າດັ່ງກ່າວ ກໍ່ໄດ້ສົ່ງຜົນກະທົບໃນດ້ານລົບຕໍ່ການຕັດສິນໃຈຂອງພໍ່ແມ່ໃນການໃຫ້ອາຫານລູກຂອງຕົນ ເເລະ ສຸຂະພາບຂອງເດັກນ້ອຍ.

ທ່ານນາງ ບາຍບາ ຊາຣີນາ, ວ່າການແທນອຸປະທູດຂອງຄະນະຜູ້ແທນ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ກ່າວ: “ການ​ປົກ​ປັກ​, ສົ່ງ​ເສີມ ​ແລະ ​ສະ​ໜັບ​ສະ​ໜູນ ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ ແມ່ນຕ້ອງການການຮ່ວມມືຈາກຫຼາຍໆ ພາກສ່ວນ ເເລະ ພວກເຮົາທຸກຄົນມີບົດບາດທີ່ຈະຕ້ອງປະຕິບັດ, ບໍ່ວ່າຈະເເມ່ນຜູ້ໃຫ້ບໍລິການດ້ານສຸຂະພາບ ຫຼື ສະຖານທີ່ເຮັດວຽກ ແລະ ບັນດາຊຸມຊົນ, ເພື່ອແກ້ໄຂສິ່ງທ້າທາຍ ແລະ ເພີ່ມຄວາມສາມາດຂອງພາກສ່ວນທີ່ກ່ຽວຂ້ອງທຸກຄົນທີ່ເປັນສ່ວນໜຶ່ງຂອງວຽກງານສົ່ງເສີມ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່.”

ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບ ປະຈໍາ ສປປ ລາວ, ໄດ້ກ່າວວ່າ: “ໃນໂອກາດ ສັບປະດາສາກົນຂອງການລ້ຽງລູກດ້ວຍນົມແມ່ນີ້, ພວກເຮົາຮຽກຮ້ອງໃຫ້ລັດຖະບານ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ ແລະ ພາກສ່ວນເອກະຊົນ ເພີ່ມທະວີການສະໜັບສະໜູນການສຶກສາກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ການຫັນປ່ຽນລະບົບຕ່າງໆທີ່ກ່ຽວຂ້ອງກັບການສະໜັບສະໜູນການລ້ຽງລູກດ້ວຍນົມແມ່ທີ່ມີຢູ່ໃນປັດຈຸບັນ ເພື່ອຊ່ວຍສົ່ງເສີມການລ້ຽງລູກດ້ວຍນົມແມ່ ເພື່ອຜົນປະໂຫຍດຂອງແມ່ ແລະ ເດັກທຸກຄົນໃນ ສປປ ລາວ. ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ສາມາດຊ່ວຍ​ຊີວິດໄດ້ ​ແລະ ຍັງປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແຫຼ່ງທຶນ​ມະນຸດ ເເລະ ສາມາດສົ່ງຜົນ​ປະ​ໂຫຍ​ດໃຫ້ເເກ່ຊາດໄດ້​. ອົງການຢູນິເຊັບ, ພ້ອມດ້ວຍຄູ່ຮ່ວມພັດທະນາຂອງພວກເຮົາ, ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເປັນພັນທະມິດຫຼັກຂອງລັດຖະບານເເຫ່ງ ສປປ ລາວ ໃນວຽກງານສົ່ງເສີມການລ້ຽງລູກດ້ວຍນົມແມ່ ເຊີ່ງເປັນວິທີແບບງ່າຍໆ ທີ່ສາມາດຊ່ວຍຊີວິດຂອງເດັກໄດ້.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version