Wednesday, May 29, 2024
Homeທ່ອງທ່ຽວການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວ ຢູ່ນະຄອນ ຫຼວງພະບາງ ໄລຍະຜ່ານມາຍັງມີຜູ້ປະກອບການສວຍໂອກາດລະເມີດລະບຽບເວລາທີ່ບໍ່ມີເຈົ້າໜ້າທີ່ໄປຕິດຕາມກວດກາ

ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວ ຢູ່ນະຄອນ ຫຼວງພະບາງ ໄລຍະຜ່ານມາຍັງມີຜູ້ປະກອບການສວຍໂອກາດລະເມີດລະບຽບເວລາທີ່ບໍ່ມີເຈົ້າໜ້າທີ່ໄປຕິດຕາມກວດກາ

ເພື່ອເຮັດໃຫ້ການຂາຍເຄື່ອງໃສ່ບາດໃຫ້ກັບນັກທ່ອງທ່ຽວ ຢູ່ນະຄອນຫຼວງພະບາງ ມີຄວາມເປັນລະບຽບ-ຮຽບຮ້ອຍ ໃນໄລຍະຜ່ານມາອົງການປົກຄອງນະຄອນຫຼວງພະບາງ ໄດ້ອອກລະບຽບການຄຸ້ມຄອງຢ່າງຫັດກຸມ ທັງໄດ້ແຕ່ງຕັ້ງຄະນະກຳມະການແຕ່ລະພາກສ່ວນຮັບຜິດຊອບຢ່າງລະອຽດ ຮັບປະກັນບໍ່ໃຫ້ເກີຫາສຽງທີ່ບໍ່ດີຕາມມາ ທັງສ້າງສີ່ງຈູງໃຈໃຫ້ກັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂື້ນ. ທ່ານ ວິໄລທອງ ມະນີວອນ ຮອງເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ການໃສ່ບາດຍາມເຊົ້າ ເປັນປະເພນີທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກສືບທອດກັນມາຫຼາຍເຊັ່ນຄົນ ແລະ ພາຍຫຼັງຫຼວງພະບາງ ໄດ້ຮັບການຮັບຮອງໃຫ້ເປັນເມືອງມໍລະດົກຂອງໂລກ ກິດຈະກຳການໃສ່ບາດຍາມເຊົ້າ ໄດ້ກາຍເປັນສີ່ງດືງດູດເອົານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ແລະ ຮ່ວມກິດຈະກຳການໃສ່ບາດ ທີ່ນະຄອນຫຼວງພະບາງ ໄດ້ເປັນຢ່າງດີ ສະເພາະໄລຍະລັດຖະບານ ໄດ້ເປີດຕ້ອນຮັບນັກທ່ອງທ່ຽວເຕັມຮູບແບບ ພາຍຫຼັງການລະບາດຂອງພະຍາດໂຄວິດ- 19 ຜ່ອຍຄາຍລົງ ສັງເກດເຫັນວ່ານັກທ່ອງທ່ຽວຈາກປະເທດເພື່ອບ້ານ ໂດຍສະເພາະປະເທດໄທ ໄດ້ເຂົ້າມາທ່ອງທ່ຽວຫຼາຍຂື້ນ ແລະໄດ້ມີຫາງສຽງຈົ່ມວ່າ ກ່ຽວກັບປະກົດການຫຍໍ້ທໍ້ ເວລາທີ່ໄດ້ຮ່ວມກິດຈະກຳເຮັດບຸນໃສ່ບາດ, ຕໍ່ກັບບັນຫາທີ່ເກີດຂື້ນ ຮອງເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ບັນຫາຫາງສຽງຈົ່ມວ່າ ກ່ຽວກັບການເຮັດບຸນໃສ່ບາດຂອງນັກທ່ອງທ່ຽວ ແມ່ນເປັນປະກົດການທີ່ເກີດຂື້ນ ໃນໄລຍະທີ່ຄະນະຮັບຜິດ ຊອບມີການລະເຫຼີງ ຕໍ່ການລົງຕິດຕາມກວດກາ ຈື່ງເຮັດໃຫ້ຜູ້ປະກອບການ ຫຼື ແມ່ຄ້າຜູ້ຂາຍເຂົ້າໃສ່ບາດ ສວຍໂອກາດລະເມີດລະບຽບການທີ່ວາງໄວ້, ເຊີ່ງບັນ ຫານີ້ ອົງການປົກຄອງນະຄອນ ຫຼວງພະບາງ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເລັ່ງແກ້ໄຂບັນຫາໂດຍດ່ວນ ທັງໄດ້ອອກລະບຽບການຄືນໃໝ່ ເພື່ອໃຫ້ຫັດກຸມຂື້ນກວ່າເກົ່າ. ໂອກາດນີ້ ທ່ານ ວິໄລທອງ ມະນີວອນ ໄດ້ຮຽກຮ້ອງໃຫ້ຜູ້ປະກອບການຂາຍເຂົ້າໃສ່ບາດ ຈົ່ງເອົາໃຈໃສ່ປະຕິບັດລະບຽບການໃຫ້ເຂັ້ມງວດ ສຳລັບພະນັກງານນຳທ່ຽວ ຕ້ອງເປັນເຈົ້າການແນະນຳ ແລະອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເພື່ອບໍ່ໃຫ້ເກີດບັນຫາປະກາດການຫຍໍ້ທໍ້ ກ່ຽວກັບການຂາຍເຂົ້າໃສ່ບາດຂື້ນອີກຄັ້ງໃໝ່.

ທ່ານ ວິໄລທອງ ມະນີວອນ ໃຫ້ຮູ້ອີກວ່າ: ສຳລັບກົດລະບຽບ ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນການຂາຍເຄື່ອງໃສ່ບາດ ທີ່ໄດ້ປັບປຸງໃໝ່ ແມ່ນປ່ຽນແທນສະບັບທີ່ໄດ້ອອກໃນປີ 2019 ໂດຍລະບຸແຈ້ງຂື້ນຕື່ມກ່ຽວກັບການບໍລິ ການ ແລະການໃຫ້ບໍລິການ ການຂາຍເຄື່ອງໃສ່ບາດ, ການສັນຈອນຕາມເສັ້ນ ທາງ ໄລຍະການໃສ່ບາດ ທັງໄດ້ລະບຸແຈ້ງກ່ຽວກັບຂໍ້ຫ້າມ ແລະມາດຕະການຕໍ່ຜູ້ລະເມີດ ເພື່ອເຮັດໃຫ້ການບໍລິການຂາຍເຄື່ອງໃສ່ບາດ ແລະການເຮັດບຸນໃສ່ບາດ ຢູ່ນະຄອນຫຼວງພະບາງ ມີຄວາມເປັນລະບຽບຮຽບຮ້ອຍຫຼາຍຂື້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments