Saturday, July 27, 2024
Homeຂ່າວພາຍໃນເຈົ້າຄອງຕ້ອນຮັບຄະນະຜູ້ແທນແຂວງບໍລິຄຳໄຊ

ເຈົ້າຄອງຕ້ອນຮັບຄະນະຜູ້ແທນແຂວງບໍລິຄຳໄຊ

ວັນທີ 28 ພຶດສະພາ 2024 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບພົບປະຂອງຄະນະຜູ້ແທນແຂວງບໍລິຄຳໄຊ ນໍາໂດຍ ທ່ານ ບຸນສົງ ເພັດຈະເລີນ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກກັບ ນວ ເພື່ອແລກປ່ຽນຖອດຖອນບົດຮຽນວຽກງານພັດທະນາຊົນນະບົດວັນທີ 27-30 ພຶດສະພາ 2024.

ໂອກາດນີ້ທ່ານເຈົ້າຄອງ ນວ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍມາຍັງແຂວງບໍລິຄໍາໄຊທີ່ໄດ້ເລືອກເອົາ ນວ ເປັນບ່ອນແລກປ່ຽນຖອດຖອນບົດຮຽນວຽກງານກໍ່ ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດກໍຄືວຽກງານ 3 ສ້າງ ເຊິ່ງ ນວ ແລະ ແຂວງບໍລິຄຳໄຊ ເປັນແຂວງທີ່ມີຊາຍແດນຕິດຈອດກັນຢູ່ລະຫວ່າງເມືອງປາກງື່ມ ແລະ ເມືອງທ່າພະບາດ ການເດີນທາງໄປມາຫາສູ່ກັນມີຄວາມສະ ດວກສະບາຍດ້ວຍເສັ້ນທາງເລກທີ 13 ໃຕ້ ນວ ເປັນນະຄອນຫຼວງຂອງປະເທດ ແລະ ມີທ່າແຮງຫຼາຍດ້ານ ເຊິ່ງການພົບປະຄັ້ງນີ້ທ່ານເຈົ້າຄອງ ນວ ໄດ້ລາຍງານສະພາບການພັດທະ ນາພື້ນຖານໂຄງລ່າງ ສະພາບເສດຖະ ກິດ-ສັງຄົມ ການກຳນົດການສ້າງຄວາມເຂັ້ມແຂງພາຍໃນ ນວ ການກຳນົດສິນຄ້າ 38 ລາຍການພາຍໃນ ນວ ການສ້າງກຸ່ມການຜະລິດ ການສ້າງສະຫະກອນ ການສ້າງຕົວເມືອງໃນຊົນນະບົດ ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບເປັນຕົ້ນແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ອື່ນໆ ພ້ອມທັງອວຍພອນໃຫ້ຄະນະຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ຄັ້ງນີ້ຕື່ມອີກ.

ຕອນທ້າຍທ່ານຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ ໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າຄອງ ນວ ພ້ອມຄະນະນໍາ ນວ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກັບ ນວ ຄັ້ງນີ້ ເພື່ອມາຖອດ ຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ວຽກງານພັດທະນາຊົນນະບົດ ວຽກງານ 3 ສ້າງ ວຽກງານບໍລິການປະຕູດຽວ ແລະ ວຽກງານອື່ນໆທີ່ມີຄວາມສົນໃຈ ເພື່ອເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍຢູ່ແຂວງບໍລິຄຳໄຊ ເນື່ອງຈາກແຂວງບໍລິຄຳໄຊຍັງມີຫຼາຍຢ່າງທີ່ຈະໄດ້ຖອດຖອນບົດຮຽນນໍາ ນວ ເຊິ່ງມາຮອດປັດຈຸບັນແຂວງບໍລິຄຳຍັງມີ 2 ເມືອງຍັງບໍ່ທັນພົ້ນທຸກຄື:ເມືອງວຽງທອງ ແລະ ເມືອງໄຊຈຳພອນ ຍ້ອນວ່າຍັງມີຄອບຄົວທຸກຍາກຫຼາຍໂດຍສະເພາະເຂດພູດອຍ ແລະ ບັນຫາພື້ນ ຖານໂຄງລ່າງທີ່ບໍ່ອຳນວຍ ດັ່ງນັ້ນຍັງມີຫຼາຍອັນຈະຕ້ອງໄດ້ສືບຕໍ່ແກ້ໄຂເພື່ອໃຫ້ໄດ້ປະກາດເປັນເມືອງພົ້ນທຸກໃນປີ 2024 ຕາມແຜນການທີ່ວາງໄວ້.

#ວຽງຈັນທຸລະກິດສັງຄົມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments