Home ຂ່າວຕ່າງປະເທດ ກຳປູເຈຍ ປັບຫລຸດຕົວເລກການເຕີບໂຕເສດຖະກິດເຫລືອ5,4%

ກຳປູເຈຍ ປັບຫລຸດຕົວເລກການເຕີບໂຕເສດຖະກິດເຫລືອ5,4%

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ, ວັນ​ທີ2 ​ສິງຫາ​ນີ້,ທ່ານ Myah Suksensan ​ໂຄສົກ​ ກະຊວງ ​ເສດຖະກິດ​ ແລະ​ ການ​ເງິນ​ ກຳປູ​ເຈຍ ຖະ​ແຫລ​ງຂ່າວ ກ່ຽວ​ກັບ ​ການ​ປັບ​ຫລຸດ ​ຕົວ​ເລກ ຄາດ​ການ ​ເຕີບ​ໂຕ ​ຂອງ​ເສດຖະກິດ​ ​ໃນ​ປີ​ນີ້​ ຈາກ 5,6% ຍັງ​ເຫລືອ 5,4% ຍ້ອນ​ຜົນ​ກະທົບ​ ຈາກ​ການສະພາບການຂອງໂລກ.

ສ່ວນຍອດ​ຜະລິດ ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ຈະ​ມີ​ປະມານ 30 ຕື້​ໂດ​ລາ​ ສະຫະລັດ ຫລັງ​ຈາກ ​ໄດ້​ຮັບ​ແຮງ​ ສະໜັບ ສະໜູນ ​ຈາກ​ການ​ສົ່ງ​ອອກ ​ເຄື່ອງ​ນຸ່ມ​ຫົ່ມ,​ ເກີບ ​ແລະ ສິນຄ້າ​ ດ້ານ​ການ​ເດີນທາງ ​ເປັນ​ຫລັກ ລວມທັງ ຂະ​ແໜງການທ່ອງທ່ຽວ, ການ​ກໍ່ສ້າງ ​ແລະ ຂະ​ແໜງ ກະສິກຳ.

ສຳລັບ ​ປີ​ນີ້ ຂະ​ແໜງອຸດສາຫະກຳເຄື່ອງນຸ່ງຫົ່ມ ແລະ ການກໍ່ສ້າງ ຈະ​ເຕີບ​ໂຕ 9% ດ້ານ​ການ​ບໍລິການ ​ເປັນຕົ້ນ ​ແມ່ນ​ການທ່ອງທ່ຽວ, ການຂົນສົ່ງ ແລະ ໂທລະຄົມນາຄົມ, ການຄ້າ ແລະ ອະສັງຫາ ລິມະສັບ ຈະ​ເຕີບ​ໂຕ 4,3% ສ່ວນຂະ​ແໜງ ​ກະສິກຳ ຈະ​ເຕີບ​ໂຕ 0,7%.

ນອກ​ນີ້, ອັດຕາ​ເງິນ​ເຟີ້ ຂອງ​ກຳປູ​ເຈຍ ​ຈະ​ເພີ່ມ​ຂຶ້ນ​ ຈາກ 3% ມາ​ເປັນ 5% ​ເຊິ່ງຍັງ​ຢູ່ ​ໃນ​ການ​ຄວບ​ຄຸມ​ໂດຍ ລັດຖະບານ​ ກຳປູ​ເຈຍ ​ໄດ້​ສຳຮອງ​ມາດ​ຕະການກະ​ຕຸ້ນ ມູນ​ຄ່າ 989 ລ້ານ​ໂດ​ລາ ສະຫະລັດ ​ໃນ​ປີນີ້ ​ເພື່ອ​ຕ້ານ ​ການ​ກະທົບ​ທາງ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ ຈາກ​ໂລກ​ລະບາດຄັ້ງ​ໃຫຍ່.

ປັດຈຸບັນ ໜີ້​ສາ​ທາ​ລະນະ​ ຂອງ​ກຳປູ​ເຈຍ ປະມານ 9,81​ຕື້​ໂດ​ລາ ​ສະຫະລັດ ​ໂດຍ68% ມາ​ຈາກ​ຫຸ້ນ​ສ່ວນ ​ເພື່ອ​ການ​ພັດທະນາ ທະວິ​ພາຄີ(DPs) ​ແລະ 32% ມາ​ຈາກ​ຫຸ້ນ​ສ່ວນເພື່ອ​ການ​ພັດທະນາ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version