Home ຂ່າວຕ່າງປະເທດ ກຳປູເຈຍ ຈັດກອງປະຊຸມເຈົ້າໜ້າທີ່ອະວຸໂສບັນດາປະເທດອາຊຽນ

ກຳປູເຈຍ ຈັດກອງປະຊຸມເຈົ້າໜ້າທີ່ອະວຸໂສບັນດາປະເທດອາຊຽນ

0

ຕາມ​ຂ່າວ​ຈາກ VOVWORLD, ວັນ​ທີ1​ສິງຫາ​ນີ້, ກຳປູເຈຍ ຈັດກອງປະຊຸມ ເຈົ້າໜ້າ ທີ່ອະວຸໂສ (SOM) ບັນດາ ປະເທດ ອາຊຽນ ກຽມໃຫ້ແກ່ ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ອາຊຽນ (AMM) ຄັ້ງທີ 55 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ. ​ໃນກອງປະຊຸມ SOM ASEAN, ບັດດາຜູ້ແທນ ໄດ້ປຶກສາຫາລື ແລະ ເອກະພາບ ໂຄງການ ດຳເນີນງານ, ລາຍການເຄື່ອນໄຫວ ຂອງບັນດາກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ອາຊຽນ. ໃນເວລາ 4 ວັນ​ຕໍ່ໜ້າ​ນີ້, ລັດຖະ ມົນຕີ ກະຊວງ ການຕ່າງປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື ຈະເຂົ້າຮ່ວມກ່ວາ 20 ການເຄື່ອນໄຫວ ໃນຂອບເຂດ ອາຊຽນ, ອາຊຽນ+1, ອາຊຽນ+3 (ລວມມີ ອາຊຽນ, ຍີ່ປຸ່ນ, ສ.ເກົາຫລີ, ຈີນ), ກອງປະຊຸມ ຂັ້ນສູງ ອາຊີ ຕາເວັນອອກ (EAS) ແລະ ເວທີປາໄສ ພາກພື້ນ ອາຊຽນ (ARF), ດ້ວຍ ບັນດາ ຈຸດສຸມ ປຶກສາຫາລື ກ່ຽວກັບ ວິວັດການ ສ້າງປະຊາຄົມ ອາຊຽນ, ສ້າງການກຳນົດ ທິດພັດທະນາ ປະຊາຄົມ ອາຊຽນ ຫລັງປີ 2025, ສະຫລຸບ ແລະ ກຳນົດທິດ ການພົວພັນ ລະຫວ່າງ ອາຊຽນ ແລະ ບັນດາ ຄູ່ຮ່ວມມື ແລະ ແລກປ່ຽນ ກ່ຽວກັບ ສະພາບ ສາກົນ ແລະ ພາກພື້ນ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version