Home ຂ່າວຕ່າງປະເທດ ຈີດີພີ ອູແກຣນ ປັບຫລຸດລົງ 33,4% ໃນປີນີ້

ຈີດີພີ ອູແກຣນ ປັບຫລຸດລົງ 33,4% ໃນປີນີ້

0

ຕາມ​ຂ່າວ​ຊິນ​ຮວາ, ວັນ​ທີ 1​ສິງຫາ​ນີ້, ທະນາຄານ​ແຫ່ງ​ຊາດ​ອູ​ແກຣນ ​ເປີດ​ເຜີຍ​ວ່າ: ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ຈະ​ປັບ​ຫລຸດ​ລົງ 33,4%​ ໃນ​ປີ​ນີ້ ທ່າມກາ​ງຄວາມ​ຂັດ​ແຍ້​ງກັນ ລະຫວ່າງຣັດ​ເຊຍ-ອູ​ແກຣນ. GDP ທີ່​ເປັນ​ຕົວ​ເງິນ ​ຂອງ​ອູ​ແກຣນ ອາດ​ຈະຫົດ​ຕົວ​ ຈາກ 5,46 ​ພັນ​ຕື້ ຣີ​ເນຍ (hryvnia) ​ໃນ​ປີ ​2021​ ມາ​ເປັນ 4,54 ພັນ​ຕື້ ຣີເນຍ (hryvnia)​ ໃນ​ປີ2022.​ ຂະນະ​ທີ່ອັດຕາ​ເງິນ​ເຟີ້ຈະ​ສູງ​ຂຶ້ນ 31%​ ໃນ​ທ້າຍ​ປີ​ນີ້​ເມື່ອ​ທຽບ​ໃສ່ 10​ ປີ​ກ່ອນ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version