Home ຂ່າວຕ່າງປະເທດ ອາຟຣິກາ ມີຜູ້ເສຍຊີວິດຈາກພະຍາດໝາກສຸກລີງເພີ່ມຂຶ້ນ 75ຄົນ

ອາຟຣິກາ ມີຜູ້ເສຍຊີວິດຈາກພະຍາດໝາກສຸກລີງເພີ່ມຂຶ້ນ 75ຄົນ

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ,ວັນ​ທີ29​ ກໍລະກົ​ດ​ນີ້, ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ ພະຍາດ ​ແຫ່ງ​ອາ​ຟຣິກາ (Africa CDC)​ເປີດ​ເຜີຍ​ວ່າ: ທະວີບ ອາ​ຟຣິກາ ມີ​ຜູ້​ຕິດ​ເຊື້ອ​ ພະຍາດ ໝາກສຸກ​ລີ​ງ ສະ​ສົມ 2.101ຄົນ ​ແລະ ມີ​ຜູ້​ເສຍ​ຊີວິດ​​ ເພີ່ມ​ຂຶ້ນ 75 ຄົນ ນັບ​ຕັ້ງ​ແຕ່​ ຕົ້ນປີ​ນີ້.

ນອກ​ນີ້​ ຍັງ​ມີ​ຜູ້​ຕ້ອງ​ສົງ​ໄສ ຕິດ​ເຊື້ອ​ ພະຍາດ​ນີ້ ປະມານ 1.818ຄົນ ​ແລະ ມີ​ຜູ້​ຕິດ​ເຊື້ອ ໄດ້​ຮັບ​ ການ​ຢືນຢັນ​ແລ້ວ 283ຄົນ.ປັດຈຸບັນ ອັດຕາ ​ຜູ້​ເສຍ​ຊີວິດ ຈາກ​ພະຍາດ ໝາກສຸກ​ລີງ ​ໃນ​ອາ​ຟຣິກາ ກວມ​ເອົາ3,6%./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version