Home ຂ່າວຕ່າງປະເທດ ງານມະຫາກຳ ກິລາ ຄົນພິການ ອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງທີ11

ງານມະຫາກຳ ກິລາ ຄົນພິການ ອາຊີ ຕາເວັນອອກສ່ຽງໃຕ້ ຄັ້ງທີ11

0

ຕາມ​ຂ່າວ​ຈາກ VOVWORLD,​ເມື່ອ​ບໍ່ດົນ​ມານີ້, ຄະນະນັກກິລາ ຄົນພິການ ຫວຽດນາມ ພ້ອມກັບ 10 ຄະນະນັກກິລາ ປະເທດ ອາ​ຊຽນ ໄດ້ມີໜ້າ ຢູ່ເຂດກິລາ ປະສົມ Manahan ຂອງ ອິນໂດເນເຊຍ ເພື່ອເຂົ້າຮ່ວມພິທີ ຊັກທຸງ ງານມະຫາກຳ ກິລາຄົນພິການ ອາຊີ ຕາເວັນອອກ ສ່ຽງໃຕ້ (ASEAN Para Games) ຄັ້ງທີ 11.ຂະນະ​ນີ້ ທຸງຊາດ ຫວຽດນາມ ພ້ອມກັບ ທຸງຊາດ ຂອງ10 ປະເທດ ອາຊຽນ (ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍ ແລັດສະເຕ ແລະ ໄທ) ໄດ້ຊັກຂຶ້ນເສົາ ຕາມລຳດັບ ຢູ່ນະຄອນ Surakarta ຈັດຕັ້ງແຕ່ວັນທີ 30 ກໍລະກົດ ຫາວັນທີ 6 ສິງຫາ ຢູ່ນະຄອນ Surakarta, ເຫດການນີ້ ລວມມີ ກິລາ 14 ປະເພດ ດ້ວຍ 907 ເນື້ອໃນແຂ່ງຂັນ, ມີການເຂົ້າຮ່ວມ ຂອງນັກກິລາ 1.648 ຄົນ. ຄະນະ ນັກກິລາ ຄົນພິການ ຫວຽດນາມ ມີສະມາຊິກ 153 ຄົນ, ໃນນັ້ນມີນັກກິລາ 120 ຄົນ ແລະ ຈະເຂົ້າຮ່ວມ ການແຂ່ງຂັນ ກິລາຢູ່ 8/14 ປະເພດ ລວມມີ: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປິງປ້ອງ, ໝາກເສິກ, ຢູໂດ, ຍິງທະນູ ແລະ ສູ້ຊົນໃຫ້ໄດ້ມີໜ້າ ໃນກຸ່ມນຳໜ້າ ງານມະຫາກຳ ກິລາ ດ້ວຍຄາດໝາຍ ຜົນງານ ທີ່ວາງອອກແມ່ນ ໄດ້ຫລຽນຄຳ ແຕ່ 35–40 ຫລຽນ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version