Home ຂ່າວການເມືອງ ອົງການໄອຍະການປະຊາຊົນສູງສຸດເຊື່ອມຊຶມເອກະສານສຳຄັນຂອງພັກ

ອົງການໄອຍະການປະຊາຊົນສູງສຸດເຊື່ອມຊຶມເອກະສານສຳຄັນຂອງພັກ

0

ຄະນະບໍລິຫານງານ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ປະຖາກະຖາວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022) ໃນວັນທີ 28 ກໍລະກົດ ຜ່ານມາ ໂດຍການເຜີຍແຜ່ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທັງນີ້ ກໍເພື່ອຍົກສູງຄວາມເປັນເຈົ້າການ ຍູ້ຂະບວນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V ເຂົ້າສູ່ວຽກງານຕົວຈິງ ໃຫ້ມີຜົນສຳເລັດ ແລະ ແຜນການເຄື່ອນໄຫວຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ.

ການຈັດຕັ້ງເຊື່ອມຊຶມມະຕິຂອງພັກໃນຄັ້ງນີ້, ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກ ງານຫລັກແຫລ່ງພາຍໃນ ອົງການໄອຍະການປະຊາຊົນສູງສຸດ ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບເນື້ອໃນກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອຫັນເປັນແຜນການ, ໂຄງການອັນລະອຽດ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ.

ໂອກາດນີ້, ຍັງໄດ້ຊີ້ແຈງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ອົງການໄອຍະການປະຊາຊົນສູງສຸດ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງມະຕິດັ່ງກ່າວ ຕໍ່ກັບສະພາບການຜັນແປຢ່າງສັບສົນໄປທົ່ວຢູ່ພາກພຶ້ນ ແລະ ສາກົນໃນປະຈຸບັນ; ການຕີລາຄາຜົນການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ແຜນເງິນຕາ ຕົ້ນປີ 2022 ທີ່ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງ ຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ກຳນົດວາງວຽກງານຈຸດສຸມ ໃນການນຳພາ-ຊີ້ນຳ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູງກາງພັກ ຄັ້ງທີ 5 ສະໄໝທີ XI.

ຂ່າວ: ຈະເລີນສິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version