Home ຂ່າວພາຍໃນ ພິທີເຊັນສັນຍາຮ່ວມມື ການສໍາຫຼວດອອກແບບວາງແຜນ ແລະ ພັດທະນາໂຄງການດ້ານກະສິກຳສະອາດ,ພະລັງງານສະອາດ ແລະ ເຂດເສດຖະກິດອຸດສະ ຫະກໍາຢູ່ແຂວງອັດຕະປື

ພິທີເຊັນສັນຍາຮ່ວມມື ການສໍາຫຼວດອອກແບບວາງແຜນ ແລະ ພັດທະນາໂຄງການດ້ານກະສິກຳສະອາດ,ພະລັງງານສະອາດ ແລະ ເຂດເສດຖະກິດອຸດສະ ຫະກໍາຢູ່ແຂວງອັດຕະປື

0

ເມື່ອວັນທີ 29 ກໍລະກົດ 2022 ນີ້ ທີ່ໂຮງແຮມດອກຈໍາປາ ໄດ້ມີພິທີເຊັນສັນຍາຮ່ວມມື, ກ່ຽວກັບການສໍາຫຼວດອອກແບບ,ວາງແຜນ ແລະ ພັດທະນາໂຄງການດ້ານກະສິກຳສະອາດ,ພະລັງງານສະອາດ ແລະ ເຂດເສດຖະກິດອຸດສະຫະກໍາ ລະຫວ່າງ ບໍລິສັດ ດອກຈໍາປາຄໍາ (DOKCHAMPA KHAM) ກັບ ບໍລິສັດ ແວວພາວເວີ ກຣຸບ(Wealth Power Group) ສສ.ຫວຽດນາມ, ໂດຍເປັນກຽດເຂົ້າຮ່ວມມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີທ່ານ ຫວັດສະດີ ຂຸມເພັດຊະວົງ ປະທານບໍລິສັດ ດອກຈໍາປາຄໍາ,ມີທ່ານ ຫງ່ຽນ ວັນກຸ໋ຍງ໋ອກ ປະທານ ບໍລິສັດ ແວວຟາວເວີກຣູບ ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບໂຄງການ ກະສິກຳສະອາດ ຂອງບໍລິສັດ ດອກຈໍາປາຄໍາ ໃນນາມເຈົ້າຂອງໂຄງການ ລວມມີເນື້ອທີ່ທັງໝົດ 68.000 ເຮັກຕາ,ໂຄງການພະລັງງານສະອາດ ປະກອບມີ: ພະລັງງານແສງຕາເວັນ, ພະລັງງານລົມ,ພະລັງານຄວາມຮ້ອນໃຕ້ພິພົບ ແລະ ພະລັງງານຈາກຖ່ານອັດແມັດ,ມີກໍາລັງຕິດຕັ້ງ 6.045 ເມັກກາວັດ,ເນື້ອທີ່ມີ 7.651 ເຮັກຕາ,ໂຄງການເສດຖະກິດ-ອຸດສະຫະກໍາ ປະກອບມີ: ເຂດໂຮງງານ 700 ເຮັກຕາ,ເຂດຕົວເມືອງທັນສະໄໝມີ 300 ເຮັກຕາ, ແລະ ເຂດສູນຂົນສົ່ງ,ສູນຂາຍສົ່ງສີນຄ້າ,ສາງສີນຄ້າ ມີ 100 ເຮັກຕາ ເຊິ່ງເບື້ອງຕົ້ນແຂວງອັດຕະປື ຈະອະນຸມັດໃຫ້ມີການລົງທຶນກ່ອນໃນເນື້ອທີ່ 500 ເຮັກຕາ, ສ່ວນທີ່ເຫຼືອແມ່ນແຂວງສະໜັບສະໜູນໃຫ້ອະນຸມັດຈາກລັດຖະບານ, ລະບົບການຈັດຕັ້ງປະຕິບັດໂຄງການຈະໄດ້ນໍາເອົາພະນັກງານ, ຊ່ຽວຊານ, ນັກວິທະຍາສາດ, ເຕັກໂນໂລຢີ ມາຮ່ວມສຶກສາສໍາຫຼວດ ແລະ ວາງແຜນພັດທະນາເປັນແຕ່ລະໂຄງການ ໃນ 3 ພາກສ່ວນ ມີ 21 ໂຄງການ ໂດຍຈະໄດ້ຈັດຕັ້ງປະຕິບັດຕາມຮູບແບບພື້ນຖານຂອງສັນຍາ, ເຊິ່ງຈະຊັບຊ້ອນພະນັກງານ ແລະ ກໍາມະກອນທີ່ເປັນຄົນລາວເຂົ້າໃນໂຄງການປະມານ 70% ແລະ ຄົນຕ່າງປະເທດ 30% ຕາມກົດໝາຍແຮງງານຂອງລາວ, ໂດຍທາງບໍລິສັດຈະໄດ້ມີການຈັດຝຶກອົບຮົມສີມືແຮງງານ ແລະ ພະນັກງານຂອງຝ່າຍລາວໃຫ້ສາມາດປະຕິບັດວຽກເປັນຄູ່ຮ່ວມມືພັດທະນາໄປດ້ວຍກັນ. ເຊິ່ງຖ້າຫາກໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ຈະນໍາຜົນປະໂຫຍດມາໃຫ້ລັດຖະບານ ກໍ່ຄືແຂວງ,ເມືອງ,ບ້ານ ແລະ ປະຊາຊົນບ່ອນທີ່ຕັ້ງຂອງໂຄງການ.

ໂອກາດດັ່ງກ່າວທັງສອງຝ່າຍແຂວງອັດຕະປື ສປປ ລາວ ລົງນາມໂດຍທ່ານທ່ານ ຫັວດສະດີ ຂຸມເພັດຊະວົງ ປະ ທານບໍລິສັດ ດອກຈໍາປາຄໍາ ແຂວງອັດຕະປື ແລະ ຝ່າຍ ແຂວງ ເທື່ອທຽນເຫວ໋ ສສ ຫວຽດນາມ ລົງນາມໂດຍທ່ານ ນາງເຈີ໋ນ ທິ ເຮືອງຮ່າ ແຂວງ ເທື່ອທຽນເຫວ໋ ແຫ່ງ ສສ ຫວຽດນາມ ກໍ່ໄດ້ຮ່ວມກັນລົງນາມໃນສັນຍາ ເພື່ອເປັນຫຼັກຖານໃນການຈັດຕັ້ງປະຕິບັດເບື້ອງຕົ້ນ ໂດຍຊ້ອງໜ້າທ່ານເຈົ້າແຂວງອັດຕະປື ພ້ອມດ້ວຍທ່ານເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ .

ຂ່າວ: ວັດທະນາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version