Home ຂ່າວການເມືອງ ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ

ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວ ເຂົ້າຮ່ວມສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ

0

ໃນວັນທີ 28 ກໍລະກົດ 2022 ນີ້, ທີ່ຫ້ອງວ່າການສູນກາງພັກ ນະຄອນ ຫລວງວຽງຈັນ, ຄະນະຜູ້ແທນຂັ້ນສູງຂອງ ພັກ ປປ ລາວ ນໍາໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ສໍາມະນາສາກົນ ຂອງບັນດາພັກການເມືອງລັດທິມາກ ທີ່ພັກກອມມູນິດຈີນ ເປັນເຈົ້າພາບຈັດຂຶ້ນຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ “ການໝູນໃຊ້ທິດສະດີລັດທິມາກ ໃຫ້ແທດເໝາະກັບສະພາບການຂອງປະເທດຕົນເອງ ແລະ ຍຸກສະໄໝປັດຈຸບັນ ຂອງ ລັດທິມາກ ໃນສັດຕະວັດທີ 21” ເຊິ່ງມີຜູ້ຕາງໜ້າບັນດາພັກການເມືອງ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ຍຶດໝັ້ນໃນລັດທິມາກ ເຂົ້າຮ່ວມທັງໝົດ 100 ກວ່າພັກ ຈາກ 70 ກວ່າປະເທດ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ປະກອບຄໍາເຫັນ ໂດຍໄດ້ຕີລາຄາສູງຕໍ່ການຈັດກອງປະຊຸມດັ່ງກ່າວ, ຂອງພັກກອມມູນິດຈີນ ເຊິ່ງເປັນເວທີສໍາຄັນ, ເປັນໂອກາດດີໃຫ້ບັນດາພັກການເມືອງລັດທິມາກ ໃນໂລກ ໄດ້ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງນໍາກັນ; ໄດ້ຕີລາຄາສູງ ແລະ ຊົມເຊີຍຜົນສໍາເລັດຂອງ ພັກກອມມູນິດຈີນ ທີ່ໄດ້ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ທິດສະດີມາກ ໃຫ້ແທດເໝາະກັບສະພາບການຕົວຈິງຂອງ ສປ ຈີນ ຢ່າງມີຜົນສຳເລັດ ໂດຍໄດ້ສະເໜີອອກແນວຄິດ ເໝົາເຈີຕົງ, ທິດສະດີເຕິ້ງສຽວຜິງ, ແນວຄິດສໍາຄັນ 3 ຕົວແທນ, ທັດສະນະການພັດທະນາຢ່າງມີວິທະຍາສາດ ແລະ ອັນໃໝ່ຫລ້າສຸດແມ່ນ “ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່” ເຊິ່ງເປັນແນວຄິດທີ່ເປັນລະບົບຄົບຊຸດ, ເປັນທິດນໍາຍຸດທະສາດ ໃນການສືບຕໍ່ດຳເນີນພາລະກິດອັນຍິ່ງໃຫຍ່ ຂອງພັກກອມມູນິດຈີນ, ອັນໄດ້ເຮັດໃຫ້ການນໍາພາຂອງ ພັກກອມມູນິດຈີນ ຍິ່ງມີຄວາມໜັກ ແໜ້ນ, ເຂັ້ມແຂງ; ພາລະກິດແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ກໍຄື ພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ທີ່ທັນສະໄໝຢ່າງຮອບດ້ານ ຕາມສີສັນພິເສດຂອງຈີນ ສືບຕໍ່ມີຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ, ອັນພົົ້ນເດັ່ນແມ່ນ ພາຍໃຕ້ການນໍາພາຂອງ ພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ກໍຄື ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ເປັນທິດນໍານັ້ນ, ສປ ຈີນ ສາມາດບັນລຸເປົ້າໝາຍສູ້ຊົນ 100 ປີເຫດການ ທໍາອິດ ເຊິ່ງສາມາດລົບລ້າງຄວາມທຸກຍາກໄດ້ໃນທົ່ວປະເທດຈີນ ກໍຄື ການສ້າງສໍາເລັດ ສັງຄົມນິຍົມອີ່ມໜໍາສໍາລານຢ່າງຮອບດ້ານ; ຜົນສໍາເລັດຂອງພັກກອມມູນິດຈີນ ຍັງໄດ້ປະກອບສ່ວນສໍາຄັນເຂົ້າການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການສົ່ງ ເສີມການພັດທະນາຂອງພາກພື້ນ ແລະ ຂອງໂລກ.

ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຍົກໃຫ້ເຫັນບາງບົດຮຽນ ແລະ ຜົນສໍາເລັດຂອງພັກ ປປ ລາວ ໃນການໝູນໃຊ້ລັດທິມາກ ແລະ ແນວຄິດ ປະທານ ໄກສອນ ພົມວິຫານ ຢູ່ ສປປ ລາວ ໂດຍສະເພາະແມ່ນບົດຮຽນໃນການສ້າງ ແລະ ບູລະນະ ລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ. ບົນພື້ນຖານການຢຶດໝັ້ນອຸດົມການພັດທະນາປະເທດ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ, ພັກ ໄດ້ນຳພາປະຊາຊົນບູລະນະ ລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຂຶ້ນເປັນກ້າວໆ ຕາມເນື້ອໃນ 9 ປະຖົມປັດໄຈ ເພື່ອສ້າງພື້ນຖານໃຫ້ແກ່ການກໍ່ຕົວ ແລະ ຂະຫຍາຍຕົວ ຂອງຮູບຖານເສດຖະກິດ-ສັງຄົມ ສັງຄົມນິຍົມ; ສະຫາຍ ໄດ້ແຈ້ງໃຫ້ກອງປະຊຸມຊາບ ບາງຜົນສໍາເລັດເບື້ອງຕົ້ນ ຂອງການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ຕາມແນວທາງປ່ຽນແປງໃໝ່ ຂອງພັກ ແລະ ບາງຄາດໝາຍໃນການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນຢ່າງ ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ວາງອອກ.

ໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຮຽກຮອງໃຫ້ບັນດາພັກການເມືອງລັດທິມາກ ເພີ່ມພະລັງແຫ່ງຄວາມສາມັກຄີ, ປະສານສົມທົບເຊິ່ງກັນ ແລະ ກັນ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເປັນກໍາລັງແຮງໜຶ່ງໃນການຊຸກຍູ້ການພັດທະນາຂອງມວນມະນຸດ ຕາມທ່າອ່ຽງຍຸກສະໄໝແຫ່ງການຫັນເປັນໂລກາພິວັດ ແລະ ການຮ່ວມມືແບບຫລາຍຂົົ້ວ, ຫລາຍຝ່າຍ, ປະກອບສ່ວນເຂົ້າໃນພາລະກິດການຕໍ່ສູ້ ເພື່ອຄວາມກ້າວໜ້າທາງສັງຄົມ ກໍຄື ການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ພາບ: ທະນູທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version