Home ຂ່າວການເມືອງ ການລົມໂທລະສັບທາງໄກ ລະຫວ່າງ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງອົດສະຕຣາລີ

ການລົມໂທລະສັບທາງໄກ ລະຫວ່າງ ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງອົດສະຕຣາລີ

0

ໃນວັນທີ 27 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອສືບຕໍ່ຮັດ ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ເພັນນີ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ຄົນໃຫມ່ ແລະ ມີຄວາມຍິນດີຈະຮ່ວມເຮັດວຽກກັບຄູ່ຮ່ວມຕຳແໜ່ງຝ່າຍ ອົດສະຕຣາລີ ເພື່ອສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ອົດສະຕຣາລີ ໃຫ້ມີບາດກ້າວອັນໃຫມ່, ໃນໂອກາດນີ້ ທ່ານ ນາງ ເພັນນີ ວອງ ກໍໄດ້ສະແດງຄວາມຍິນດີ ຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ, ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແຫນ່ງເປັນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

ໃນການໂອ້ລົມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ການຮ່ວມມືອັນດີງາມ ທີ່ມີມາອັນຍາວນານ ຕະຫຼອດໄລຍະເກືອບ 7 ທົດສະວັດ, ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ, ລາວ-ອົດສະຕຣາລີ ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆມາຢ່າງເປັນປົກກະຕິ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ, ສອງຝ່າຍໄດ້ ຕີລາຄາສູງຕໍ່ຜົນສໍາເລັດຕ່າງໆທີ່ຍາດມາໄດ້ໃນໄລຍະຜ່ານມາ, ພິເສດໃນປີນີ້ 2022 ແມ່ນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ, ເຊິ່ງທັງສອງປະເທດຈະໄດ້ສືບຕໍ່ ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນຄວາມໝາຍຄວາມສຳຄັນ, ໂດຍສະເພາະທັງສອງຝ່າຍ ໄດ້ເຫັນດີໃນດ້ານຫຼັກການ ໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership) ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມາແຕ່ດົນນານຂອງທັງສອງປະເທດ. ການໂອ້ລົມຄັ້ງນີ້ ຍັງໄດ້ແລກປ່ຽນ ກ່ຽວກັບສະພາບການຢູ່ໃນພາກພຶ້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ ແລະ ເຫັນດີເປັນເອກະພາບກັນໃນການສືບຕໍ່ຮັດແໜ້ນການພົວພັນ ແລະ ຮ່ວມມືໃນຂອບເວທີ ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນການຮ່ວມມືໃນຂອບ ອາຊຽນ, ບັນດາອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດເປັນຕົ້ນ. ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ ແຫ່ງ ການພົວພັນ ອາຊຽນ-ອົດສະຕຣາລີ ປະຈຳສົກປີ 2021-2024, ທັງ 2 ຝ່າຍ ຈະຮ່ວມມືກັນຢ່າງໃກ້ຊິດເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໃຫ້ກ້າວຂຶ້ນສູ່ລະດັບສູງຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ, ໂດຍສະເພາະການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນຂົງເຂດວຽກງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ສາທາລະນະສຸກ, ການຄ້າ-ການລົງທຶນ, ໂດຍສະເພາະໃນໄລຍະມີການລະບາດຂອງພະຍາດໂຄວິດ ລັດຖະບານ ອົດສະຕາລີ ໄດ້ໃຫ້ການຊ່ວຍເຫລືອ ວັກແຊັງ, ການຂົນສົ່ງ ແລະ ການຊ່ວຍເຫລືອດ້ານເຕັກນິກອື່ນໆ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ຊຶ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ.

ທ່ານລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ກໍ່ໄດ້ເຊື້ອເຊີນ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ເດີນທາງຢ້ຽມຢາມຢ່າງເປັນທາງການ ປະເທດອົດສະຕຣາລີ ໃນເວລາທີ່ເຫມາະສົມ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version