Home ຂ່າວພາຍໃນ ຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳໂອ້ລົມທີມນັກກິລາເຫຼົ່າຮົບຊ່າງແສງ

ຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳໂອ້ລົມທີມນັກກິລາເຫຼົ່າຮົບຊ່າງແສງ

0

ວັນທີ 22 ກໍລະກົດ 2022ນິ້, ສະຫາຍ ພົນຕີ ຄຳລຽງອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳໂອ້ລົມ ຄະນະຊີ້ນຳລວມ, ຄະນະຄູຝຶກ ແລະ ຄະນະທີມນັກກິລາ ເຫຼົ່າຮົບຊ່າງແສງ ທີ່ຈະໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນກິລາທະຫານສາກົນ ປີ 2022 ທີ່ ສ. ຣັດເຊຍ ໃນລະຫວ່າງວັນທີ 01-31 ສິງຫາ 2022. ມີຫົວໜ້າກົມ, ຮອງກົມ, ພະແນກການຂອງກົມຊ່າງແສງ ຄະນະຊີ້ນຳລວມ, ຄະນະຄູຝຶກ ແລະ ຄະນະທີມນັກກິລາເຂົ້າຮ່ວມ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຮອງຫົວໜ້າຄະນະຊີ້ນຳທິມນັກກິລາເຫຼົ່າຮົບຊ່າງແສງໃຫ້ຮູ້ວ່າ: ອີງຕາມໜັງສືແຈ້ງການ ຂອງກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ກອງປະຊຸມປຶກສາຫາລື ກ່ຽວກັບການສົ່ງທີມນັກກິລາການທະຫານ ກອງທັບປະຊາຊົນລາວ ເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ 2022 ຂອງເຫຼົ່າຮົບຊ່າງແສງເຂົ້າແຂ່ງຂັນ ໃນປະເພດກິລາ Engineering Formula ( ຮູບແບບ ເຕັກນິກຊ່າງແສງ ) ເພື່ອຮັບປະກັນເຮັດໃຫ້ການເຂົ້າຮ່ວມແຂ່ງຂັນກິລາການທະຫານໃນຄັ້ງນີ້ບັນລຸໄດ້ຜົນສຳເລັດອັນເປັນຢ່າງດີ ກົມຊ່າງແສງ ກົມໃຫຍ່ເສນາທິການ ຈຶ່ງໄດ້ສ້າງແຜນການນີ້ຂຶ້ນເພື່ອເປັນການຍົກສູງບົດບາດວຽກງານປ້ອງກັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເວົ້າລວມ ເວົ້າສະເພາະແມ່ນເຫຼົ່າຮົບຊ່າງແສງ ຂອງກອງທັບປະຊາຊົນລາວ ກ້າວຂຶ້ນສູ່ເວທີສາກົນ.

ເປັນການທົດສອບຄວາມຮູ້ຄວາມສາມາດ, ຄວາມເຂັ້ມແຂງຂອງພະນັກງານນັກຮົບ ເຫຼົ່າຮົບຊ່າງແສງ ໃນການອົບຮົມຫັດແອບ ແລະ ແຂ່ງຂັນ ຂັ້ນສູງສຸດລະດັບສາກົນໃຫ້ດີຂຶ້ນເປັນກ້າວໆ. ເພື່ອເປັນການປຸກລະດົມທາງດ້ານແນວຄິດ, ສ້າງຄວາມເຊື້ອໝັ້ນໃຫ້ພະນັກງານນັກຮົບທົ່ວຖັນແຖວກອງທັບ ປະຊາຊົນລາວເວົ້າລວມ ເວົ້າສະເພາະແມ່ນກຳລັງເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ໃຫ້ມີຄວາມຫ້າວຫັນມຸ່ງໝັ້ນເຂົ້າໃນວຽກງານອົບຮົມຫັດແອບຝຶກຝົນກຳລັງແຮງກາຍ, ຈິດໃຈໃຫ້ກົມກອງມີຄວາມເຂັ້ມແຂງຍິ່ງໆຂຶ້ນຢ່າງບໍ່ຢຸດຢັ້ງ.

ທັງເປັນການຍົກສູງບົດບາດຊື່ສຽງຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄືເຫຼົ່າຮົບຊ່າງແສງ ຂອງກອງທັບປະຊາຊົນລາວ ທີ່ ເຂົ້າຮ່ວມແຂ່ງຂັນກິລານາໆຊາດໄດ້ຢ່າງສົມກຽດ ການເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ ຄັ້ງນີ້ຕ້ອງສູ້ຊົນຍາດໃຫ້ໄດ້ຜົນງານ ແລະ ໄຊຊະນະ ໃຫ້ໄດ້ໃນລະດັບດີຂຶ້ນໄປເຮັດສຳເລັດໜ້າທີ່ ທີ່ການຈັດຈັ້ງຂັ້ນເທິງມອບໝາຍໃຫ້, ຮັກສາສາຍພົວພັນຮ່ວມມື ມິດຕະພາບ ເສີມຂະຫຍາຍໄດ້ຄວາມສາມັກຄີ ກັບບັນດາປະເທດ ເພື່ອນມິດສາກົນ. ພາຫະນະທີ່ນຳເຂົ້າມາຝຶກຊ້ອມໃນຄັ້ງນີ້ປະກອບມີ 2 ພາກຄື: ພາກທິດສະດີ ແລະ ພາກຕິບັດຕົວຈິງ.

ພາບ-ຂ່າວ: ເກນ ວິໄລສານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version