Home ຂ່າວກິລາ ແມນຢູ ເປີດຕົວ ຄຣິສຕຽນ ອີຣິກເຊນ ຮ່ວມທີມຢ່າງເປັນທາງການ

ແມນຢູ ເປີດຕົວ ຄຣິສຕຽນ ອີຣິກເຊນ ຮ່ວມທີມຢ່າງເປັນທາງການ

0

ແມນເຊັສເຕີ ຢູໄນເຕັດ ເປີດຕົວ ຄຣິສຕຽນ ອີຣິກເຊນ ກອງກາງທີມຊາດເດນມາກ ມາຮ່ວມທີມຢ່າງເປັນທາງການ ພ້ອມລະບຸຄວາມຮູ້ສຶກພິເສດທີ່ໄດ້ເປັນນັກເຕະຂອງ ແມນເຊສເຕີ ຢູໄນເຕັດ.

ສໍາລັບ ແມນເຊັສເຕີ ຢູໄນເຕັດ ບັນລຸຂໍ້ຕົກລົງໃນການເຊັນສັນຍາຄວ້າຕົວ ອີຣິກເຊນ ມາຮ່ວມທີມແບບບໍ່ມີຄ່າຕົວ ຕັ້ງແຕ່ໄລຍະກາງເດືອນກໍລະກົດທີ່ຜ່ານມາ ຫຼັງຈາກນັກເຕະອາຍຸ 30 ປີໝົດສັນຍາກັບ ເບຣນຟອດ..

ຈົນຫຼ້າສຸດ ແມນເຊສເຕີ ຢູໄນເຕັດ ໄດ້ເປີດຕົວ ຣີຣິກເຊນ ຢ່າງເປັນທາງການ ເຊິ່ງຜູ້ກ່ຽວໃຫ້ສຳພາດເຖິງຄວາມຮູ້ສຶກວ່າ “ແມນເຊັສເຕີ ຢູໄນເຕັດ ເປັນສະໂມສອນທີ່ໃຫຍ່ຫຼາຍ ດັ່ງນັ້ນ ການໄດ້ຢູ່ທີ່ນີ້ໃນຖານະເປັນນັກເຕະຂອງທີມ ມັນພິເສດຫຼາຍ ຂ້ອຍເປັນຜູ້ຊາຍທີ່ຕ້ອງການຫຼິ້ນບານເຕະ ແລະ ຂ້ອຍຄິດວ່າດ້ວຍຄວາມຄິດຂອງຜູ້ຈັດການທີມ (ເອຣິກ ເທນ ຮາກ) ທີ່ເຂົ້າມາ ແນວຄວາມຄິດທີ່ເຂົາມີ ແລະ ຈາກການໂອ້ລົມກັບເຂົາ ຂ້ອຍຄິດວ່າສາມາດເຫັນຕົວເອງຫຼີ້ນບານເຕະໃນ ແມນເຊສເຕີ.”

ນອກຈາກນັ້ນ ອີຣິກເຊນ ຍັງໄດ້ກ່າວເຖິງການຫຼິ້ນທີ່ສະໜາມ ໂອລ ແທຣບຟອດ ໃນຖານະນັກເຕະຂອງ ແມນເຊສເຕີ ຢູໄນເຕັດ ວ່າ ” ມັນຄົງຈະມ່ວນຊື່ນທີ່ໄດ້ເຫັນກອງເຊຍບານໃນສະໜາມ ມັນເປັນຄວາມຮູ້ສຶກທີ່ດີຫຼາຍ ແລະ ບັນຍາກາດກໍໜ້າປະທັບໃຈ ການຫຼີ້ນຢູ່ທີ່ນີ້ເປັນເລື່ອງພິເສດຫຼາຍ ໂດຍທົ່ວໄປແລ້ວ ການຫຼີ້ນກັບສະໂມສອນໃຫຍ່ຢ່າງ ແມນເຊສເຕີ ຢູໄນເຕັດ ມັກມີອັນໃດເກີດຂື້ນສະເໝີ ຢ່າງທີ່ຂ້ອຍເວົ້າໄປ ມັນຈະເປັນເລື່ອງແປກ ຖ້າຢູ່ອີກຂ້າງໜຶ່ງ.”

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version