Home ຂ່າວຕ່າງປະເທດ ຈີນ ລົງທຶນດ້ານການຄົ້ນຄວ້າ-ການພັດທະນາເພີ່ມຂຶ້ນ

ຈີນ ລົງທຶນດ້ານການຄົ້ນຄວ້າ-ການພັດທະນາເພີ່ມຂຶ້ນ

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ,ວັນ​ທີ26​ ກໍລະກົດ​ນີ້, ກະຊວງ​ ອຸດສາຫະກຳ ​ແລະ ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ ຂ່າວສານ ຂອງ​ຈີນ ​ເປີດ​ເຜີຍ​ວ່າ: ພາກ​ການ​ຜະລິດ ​ຂອງ​ຈີນ ມີ​ການ​ລົງທຶນ​ ດ້ານ​ການຄົ້ນຄວ້າ ​ແລະ ການພັດທະນາ (R&D) ​ເພີ່ມ​ຂຶ້ນ​ ໃນ​ໄລຍະ10 ​ປີຜ່ານມາ 1,54% ​ໃນ​ປີ2021 ​​ເພີ່ມ​ຂຶ້ນ​ຈາກ 0,85%​ໃນ​ປີ2012. ສຳລັບ ກຸ່ມ​ຜູ້​ປະກອບ​ການ ທີ່​ຜະລິດ ​ຕະພັນ​ໃໝ່ ​ແລະ ​ເປັນ​ເອກະລັກ ມີ​ການ​ລົງທຶນ​ ດ້ານ​ການຄົ້ນຄວ້າ ​ແລະ ການພັດທະນາ ​ສູງ​ເຖິງ 10,3%​ໃນ​ປີ2021 ພາກ​ການ​ຜະລິດ​ ຂອງ​ຈີນ ຍັງ​ມີ​ການ​ພັດທະນາ ລະບົບ​ ນະ​ວັດຕະ​ກຳ ​ໂດ​ຍລັດຖະບານ ສູນ​ກາງ ​ໄດ້​ຈັດຕັ້ງ ຫລື ຮ່ວມ​ມື​ກັບ​ ລັດຖະບານ ​ທ້ອງ​ຖິ່ນ ​ເພື່ອ​ຕັ້ງສູນ ນະ​ວັດຕະ​ກຳ ການ​ຜະລິດ ລວມ23​ແຫ່ງ.ຜູ້​ປະກອບ​ການ ​ອຸດສາຫະກຳ ທີ່​ມີ​ລາຍ​ໄດ້ ​ທາງ​ທຸລະ​ກິດ ຕໍ່​ປີ ຢ່າງ​ໜ້ອຍ 20ລ້ານ​ຢວນ ມີ​ອັດຕາ​ສ່ວນ​ ລາຍ​ໄດ້ ຈາກ​ຜະລິດ​ ຕະພັນ​ໃໝ່ 22,4%​ໃນ​ປີ2021 ​ເພີ່ມ​ຂຶ້ນ​ຈາກ 11,9%​ໃນ​ປີ 2012./.

(ພາກ​ຂ່າວ​: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version