Home ແຈ້ງການສໍາຄັນ ເມືອງໄຊເສດຖາ ອອກແຈ້ງການກ່ຽວກັບການຕິດຕັ້ງໂປຣແກຣມບັນຊີ ພິມໃບເກັບເງິນອາກອນມູນຄ່າເພີ່ມ

ເມືອງໄຊເສດຖາ ອອກແຈ້ງການກ່ຽວກັບການຕິດຕັ້ງໂປຣແກຣມບັນຊີ ພິມໃບເກັບເງິນອາກອນມູນຄ່າເພີ່ມ

0

ວັນທີ 25 ກໍລະກົດ 2022 ນີ້, ສ່ວຍສາອາກອນ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ອອກແຈ້ງການກ່ຽວກັບການຕິດຕັ້ງໂປຣແກຣມບັນຊີ ສາມາດພິມໃບເກັບເງິນອາກອນມູນຄ່າເພີ່ມ ເພື່ອລະດົມ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຂະຫຍາຍຖານວິສາຫະກິດ ເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ ໃຫ້ໄດ້ຕາມລະດັບຄາດໝາຍ ຫລື ລື່ນແຜນການທີ່ກໍານົດໄວ້ ເຊິ່ງກົມສ່ວຍສາອາກອນ ແລະ ກົມຄຸ້ມຄອງບັນຊີ, ກະຊວງການເງິນມີນະໂຍບາຍ ຕິດຕັ້ງໂປຣແກຣມບັນຊີ ສາມາດພິມໃບເກັບເງິນອາກອນມູນຄ່າເພີ່ມ,ພ້ອມທັງຝຶກອົບຮົມການນຳໃຊ້ ຟຣີ ຫລື ບໍ່ມີຄ່າໃຊ້ຈ່າຍໃດໆ ໃຫ້ວິສາຫະກິດ ເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມ.

ສະນັ້ນ, ສ່ວຍສາອາກອນປະຈຳເມືອງ ແຈ້ງມາຍັງທ່ານ ຜູ້ປະກອບການ, ຜູ້ອໍານວຍການ ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນທີ່ເປັນນັກລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ ໃນຂອບເຂດເມືອງໄຊເສດຖາ ເພື່ອຊາບ ແລະ ຮີບຮ້ອນໄປພົວພັນລົງທະບຽນຂໍຕິດຕັ້ງ ແລະ ນຳໃຊ້ໂປຣແກຣມບັນຊີດັ່ງກ່າວ ຢູ່ສ່ວຍສາອາກອນ ປະຈຳເມືອງໄຊເສດຖາ ກ່ອນວັນທີ 5 ສິງຫາ 2022.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version