Home ທຸລະກິດ ADB ປັບຫຼຸດໂຕເລກການເຕີບໂຕດ້ານເສດຖະກິດຂອງປະເທດກຳລັງພັດທະນາຢູ່ພາກພື້ນອາຊີປາຊີຟິກ

ADB ປັບຫຼຸດໂຕເລກການເຕີບໂຕດ້ານເສດຖະກິດຂອງປະເທດກຳລັງພັດທະນາຢູ່ພາກພື້ນອາຊີປາຊີຟິກ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທະນາຄານພັດທະນາອາຊີ (ADB) ໄດ້ເປີດເຜີຍບົດລາຍງານການສັງເກດການພັດທະນາທະວີບອາຊີປະຈຳປີ 2022 ເພີ່ມຕື່ມໂດຍໄດ້ປັບຫຼຸດໂຕເລກການຄາດຄະເນການເຕີບໂຕທາງດ້ານເສດຖະກິດປະຈຳປີ 2022 ຂອງປະເທດກຳລັງພັດທະນາຢູ່ພາກພື້ນອາຊີປາຊີຟິກຈາກ 5,2% ລົງເປັນ 4,6%.

ບົດລາຍງານລະບຸວ່າ: ຍ້ອນສະພາບພະຍາດໂຄວິດ-19 ຍັງສືບຕໍ່ລະບາດຢູ່, ວິກິດການໂລກໃນປັດຈຸບັນ, ປະເທດທີ່ພັດທະນາແລ້ວໄດ້ນຳໃຊ້ນະໂຍບາຍດ້ານການເງິນທີ່ຮັດກຸມ ແລະ ເຂັ້ມງວດກວ່າເກົ່າບວກກັບປັດໄຈອື່ນໆ ແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ໂຕເລກການຄາດຄະເນການເຕີບໂຕທາງດ້ານເສດຖະ ກິດປະເທດກຳລັງພັດທະນາຢູ່ພາກພື້ນອາຊີ-ປາຊີຟິກຫຼຸດລົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version