Home ທ່ອງທ່ຽວ ທ່ອງທ່ຽວລາວ ເລີ່ມຄຶກຄື້ນນັກທ່ອງທ່ຽວໄທ ແຫ່ເດີນທາງທ່ອງທ່ຽວຫຼາຍຂຶ້ນ

ທ່ອງທ່ຽວລາວ ເລີ່ມຄຶກຄື້ນນັກທ່ອງທ່ຽວໄທ ແຫ່ເດີນທາງທ່ອງທ່ຽວຫຼາຍຂຶ້ນ

0

ບັນຍາກາດການທ່ອງທ່ຽວລາວເລີ່ມຄຶກຄື້ນຫຼາຍຂຶ້ນ ເນື່ອງຈາກປັດຈຸບັນນັກທ່ອງທ່ຽວຈາກປະເທດໄທ ໄດ້ເດີນທາງເຂົ້າມາທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໄລຍະວັນບຸນວິສາຂະບູຊາ ແລະ ວັນເຂົ້າພັນສາ ດັ່ງນັ້ນຈຶ່ງພັກຍາວ (ຈຳນວນ 5 ວັນ ແຕ່ວັນທີ 13-17) ດ້ານຜູ້ປະກອບການ ບໍລິການຂົນສົ່ງລົດຕູ້ໂດຍສານໄດ້ເວົ້າໃຫ້ຟັງວ່າ: ນັກທ່ອງທ່ຽວໄທ ເຂົ້າມາທ່ຽວລາວເພີ່ມຂຶ້ນຈາກຜ່ານມາ 20-30% ແຕ່ປັດຈຸບັນເພີ່ມຂຶ້ນເປັນ 40-50%.

ທ່ານນາງ ອຳພອນ ນັກທ່ອງທ່ຽວໄທ ທີ່ເດີນທາງມາຈາກຈັງຫວັດຂອນແກ່ນ ປະເທດໄທ ໄດ້ໃຫ້ສຳ ພາດວ່າ: ມື້ນີ້ໄດ້ມີໂອກາດພາໝູ່ເພື່ອນ ພ້ອມດ້ວຍຍາດພີ່ນ້ອງທີ່ເດີນທາງມາຈາກຊິດນີ ປະເທດອົສຕຣາລີເພື່ອມາທ່ຽວ ສປປ ລາວ ເພາະພວກເພິ່ນຢາກມາທ່ຽວລາວ ຊຶ່ງມີເປົ້າໝາຍຈະໄປທ່ຽວປະຕູໄຊ, ພະທາດຫຼວງວຽງຈັນ ແລະ ອື່ນໆ, ຈາກນັ້ນ ກໍຈະເດີນທາງດ້ວຍລົດໄຟໄປທ່ຽວຫຼວງພະບາງ ຊຶ່ງພວກຂ້າພະເຈົ້າເດີນທາງມາດ້ວຍຕົນເອງເອົາລົດມາຈອດໄວ້ທີ່ດ່ານຝັ່ງໄທ ແລ້ວຕໍ່ລົດໂດຍສານເຂົ້າມາລາວ ຊຶ່ງມີໝູ່ຈອງລົດຕູ້ ແລະ ຈອງປີ້ລົດໄຟໄວ້ໃຫ້ ການເດີນທາງທຸກຢ່າງເຫັນວ່າມີຄວາມສະດວກສະບາຍ, ດັ່ງນັ້ນ ຈຶ່ງຂໍເຊີນຊວນຄົນໄທມາທ່ຽວລາວໃຫ້ຫຼາຍໆ ເພາະມີພາສາປາກເວົ້າ ແລະ ວັດທະນະທຳ ທີ່ຄ້າຍຄືກັນ.

ທ່ານນາງ ມົນ ນັກທ່ອງທ່ຽວທີ່ເດີນທາງມາຈາກ ກຸງເທບມະຫານະຄອນ ປະເທດໄທ ໄດ້ໃຫ້ສຳພາດວ່າ: ໄລຍະນີ້ເປັນວັນພັກຍາວທີ່ໄທ ແລະ ເຫັນວ່າ ສປປ ລາວ ເປີດການທ່ອງທ່ຽວໃໝ່ຫຼາຍດ້ານ ແລະ ມີການເປີດນຳໃຊ້ລົດໄຟໃໝ່ ກໍເລີຍມາທ່ຽວ ມານັ່ງລົດໄຟສາຍໃໝ່ເບິ່ງວ່າເປັນແນວໃດ, ສຳລັບໂປຣແກຣມການທ່ຽວ ແມ່ນພາຍໃນນະຄອນຫຼວງວຽງຈັນ, ເມືອງເຟືອງ ແລະ ຫຼວງພະບາງ. ການເດີນທາງມາແຕ່ກຸງເທບ ມີຄວາມສະດວກກສະບາຍເຂົ້າມາດ່ານທັງລາວ-ໄທ ເຈົ້າໜ້າທີ່ກໍອຳນວຍຄວາມສະດວກດີທຸກຢ່າງ. ສຳລັບ ພີ່ນ້ອງຄົນໄທທີ່ຢາກຈະມາທ່ຽວລາວໃນວັນພັກຕ່າງໆກໍມາໄດ້ເພາະໄລຍະນີ້ໂຄວິດ-19 ໄດ້ຜ່ອນຄາຍລົງແລ້ວ.

ທ່ານ ຈັນສອນ ແກ້ວມະນີວົງ ຜູ້ແລ່ນລົດຕູ້ປະຈຳດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ກ່າວວ່າ: ຍອມຮັບວ່າໄລຍະນີ້ນັກທ່ອງທ່ຽວຄົນໄທເຂົ້າມາຫຼາຍ ອາດຈະເປັນຍ້ອນໄລຍະວັນພັກຍາວຂອງເຂົາເຈົ້າ ຈຶ່ງເຮັດໃຫ້ເຂົາເຈົ້າເດີນທາງມາທ່ຽວລາວຫຼາຍຂຶ້ນ. ສ່ວນຫຼາຍທີ່ເຂົ້າມາທ່ຽວ ນອກຈາກນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນແລ້ວ ກໍຈະພາກັນຂີ່ລົດໄຟຂຶ້ນໄປທ່ຽວຫຼວງພະບາງ ສະເລ່ຍນັກທ່ອງທ່ຽວເດີນທາງຂີ່ລົດໄຟຂຶ້ນໄປພາກເໜືອຂອງລາວມື້ລະ 400-500 ຄົນ (ຈາກໂຕເລກການຂົນສົ່ງຂອງສະມາຄົມລົດຕູ້ຢູ່ດ່ານລາຍງານໃຫ້ຮູ້) ຖ້າທຽບນັກທ່ອງທ່ຽວໃນໄລຍະເດືອນຜ່ານໆມາຫຼັງເປີດປະເທດກໍຈະມີປະມານ 20-30% ແຕ່ປັດຈຸບັນໂດຍສະເພາະໄລຍະນີ້ເພີ່ມຂຶ້ນເປັນ 40-50%. ດັ່ງນັ້ນ ຂໍເຊີນຊວນນັກທ່ອງທ່ຽວຕ່າງປະເທດໃຫ້ມາທ່ຽວ ສປປ ລາວ ຫຼາຍຂຶ້ນ ເພາະປັດຈຸບັນນີ້ມີທາງດ່ວນ, ທາງລົດໄຟທີ່ອຳນວຍຄວາມສະດວກສະບາຍໃນການເດີນທາງ.

ທ່ານ ປະດິດ ທອງສຸດີ ຜູ້ບໍລິການລົດຕູ້ນໍາທ່ຽວກ່າວວ່າ: ພາຍຫຼັງເປີດປະເທດໃໝ່ໆນັກທ່ອງທ່ຽວເຂົ້າມາທ່ຽວປະເທດລາວເຮົາໜ້ອຍ ອາດຈະຍັງບໍ່ຮູ້ຫຼາຍວ່າລາວເຮົາເປີດປະເທດ ແລະ ເປີດການທ່ອງທ່ຽວ, ແຕ່ປັດຈຸບັນຮູ້ແລ້ວກໍພາກັນມາທ່ຽວຫຼາຍ ເພາະໂຄວິດ-19 ໃນໄລຍະ 2-3 ປີຜ່ານມາຄົນກໍບໍ່ໄດ້ໄປທ່ຽວໃສ ເມື່ອພວກເພີ່ນຮູ້ວ່າເປີດປະເທດ ແລະ ການເດີນທາງຕ່າງໆກໍສະດວກສະບາຍ ພວກເພິ່ນກໍພາກັນມາທ່ຽວຫຼາຍຂຶ້ນ ໂດຍສະເພາະໄລຍະເຂົ້າພັນສານີ້ຮູ້ສຶກວ່ານັກທ່ອງທ່ຽວເພີ່ມຂຶ້ນຫຼາຍພໍສົມຄວນ. ດັ່ງນັ້ນ ຂໍເຊີນຊວນນັກທ່ອງທ່ຽວເຂົ້າມາທ່ຽວລາວຫຼາຍໆ ພວກເຮົາມີລົດຕູ້ນຳທ່ຽວໄວ້ຄອຍບໍລິການທ່ານຢູ່ດ່ານມິດຕະພາບ ລາວ-ໄທ ແຫ່ງທີ 1 ນີ້.

ທ່ານ ເຄນ ວົງທອງຈິດ ຜູ້ອຳນວຍການ ບໍລິສັດ ສຸດໃຈທ່ອງທ່ຽວ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ປັດຈຸບັນເຫັນວ່າມີນັກທ່ອງທ່ຽວໄທເດີນທາງເຂົ້າມາທ່ຽວລາວຫຼາຍ ໂດຍສະເພາະໂທມາຈອງທົວນຳບໍລິສັດພວກເຮົາມີຫຼາຍຂຶ້ນ ແຕ່ສ່ວນຫຼາຍພວກເຮົາຈະຮັບຈອງເປັນແບບ VIP ກຸ່ມໃຫຍ່ຫຼາຍກວ່າ, ຖ້າທຽບໄລຍະເປີດປະເທດທຳອິດ 1 ເດືອນ ກໍມີນັກທ່ອງທ່ຽວມາໃຊ້ບໍລິການປະມານ 20-30 ຄົນ, ແຕ່ປັດຈຸບັນມີນັກທ່ອງທ່ຽວເພີ່ມຂຶ້ນເປັນຈຳນວນຫຼາຍ.

ໂດຍ: ຄຳນ້ອຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version